ລາວ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ

03/07/2024 10:45
Email Print 2201
ຂປລ ພາກອຸດສາຫະກໍາທ່ອງທ່ຽວໃນບັນດາ 10 ປະເທດສະມາຊິກອາຊຽນ ພວມເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ພາຍຫລັງພະຍາດ ໂຄວິດ-2019 ຈາງຫາຍໄປ ແລະ ໄດ້ເປີດປະເທດໄປມາຫາສູ່ກັນປົກກະຕິນັບແຕ່ປີ 2022 ເປັນຕ້ົນມາ.

     *ພາກອຸດສາຫະກໍາທ່ອງທ່ຽວໃນບັນດາ 10 ປະເທດສະມາຊິກອາຊຽນພວມເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ພາຍຫລັງພະຍາດ ໂຄວິດ-2019 ຈາງຫາຍໄປ ແລະ ໄດ້ເປີດປະເທດໄປມາຫາສູ່ກັນປົກກະຕິນັບແຕ່ປີ 2022 ເປັນຕ້ົນມາ ຂະນະທີ່ ສປປ ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍກາຍເປັນຈຸດດຶງດູດນັກທ່ອງທ່ຽວຊາວຈີນ, ສ ເກົາ ຫລີ, ຍີ່ປຸ່ນ, ເອີຣົບ, ອາເມລິກາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນວ່າອາຊຽນເປັນຂົງເຂດທີ່ມີຄວາມສະຫງົບທ່ີສຸດ ແລະ ມີສະຖຽນລະພາບດ້ານການເມືອງຂ້ອນຂ້າງດີກວ່າຂົງເຂດອື່ນໆ.

     ອີງຕາມທະນາຄານໂລກ ແລະ ທະນາຄານພັດທະນາອາຊີໄດ້ລາຍງານ ເມື່ອບໍ່ດົນມານີ້ວ່າພາກອຸດສາຫະກໍາທ່ອງທ່ຽວຈະຊ່ວຍເຮັດໃຫ້ເສດຖະກິດໂລກ ຄ່ອຍໆຟື້ນຕົວຂຶ້ນຕາມລໍາດັບ ໜຶ່ງໃນນັ້ນ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ບໍ່ມີຊາຍແດນດ້ານໃດຕິດຈອດກັບທະເລ ແຕ່ມີເສັ້ນທາງລົດໄຟລາວ-ຈີນ ນັ້ນຄືໂອກາດສໍາຄັນຈະປ່ຽນໃບໜ້າ ແລະ ສະຖານະຂອງລາວ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນ ແລະ ປະເທດອື່ນໆໃນໂລກ ເຊິ່ງນັ້ນໝາຍວ່າຜ່ານມາລາວໄດ້ພົບພໍ້ ແລະ ຜະເຊີນໜ້າກັບການແພ່ລະບາດພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ກະທົບຕໍ່ສະພາບລວມຂອງປະເທດຫຍຸ້ງຍາກ ມາຮອດປີ 2022 ພະຍາດດັ່ງກ່າວໄດ້ຈາຍຫາຍໄປ ແລະ ເປີດປະເທດຢ່າງທາງການຈະຊ່ວຍເຮັດໃຫ້ ສປປ ລາວ ໄດ້ຮັບໂອກາດໃໝ່ໆ ແລະ ມີສິ່ງທ້າທາຍແຕກຕ່າງກັນດີຂຶ້ນເປັນກ້າວໆໂດຍສະເພາະ ການບໍລິການທ່ອງທ່ຽວຕິດພັນກັບເສັ້ນທາງລົດໄຟລາວ-ຈີນ ຈະເຮັດຫ້ເສດຖະກິດຂອງລາວຄ່ອຍໆດີຂຶ້ນຢ່າງໜ້າສົນໃຈ.

     ດັ່ງທີ່ຮູ້ນໍາກັນ, ເສັ້ນທາງລົດໄຟລາວ- ຈີນ ເປັນສ່ວນໜຶ່ງຂອງເສັ້ນທາງສາກົນ ແລະ ເປັນປະຕູອາຊຽນທີ່ມີປະຊາກອນລວມກັນທັງໝົດ 600 ລ້ານຄົນ ເຊິ່ງຈະກາຍເປັນໂອກາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ການແກ້ໄຂ ຄວາມທຸກຍາກ, ການສ້າງວຽກເຮັດງານທໍາ, ການຍົກລະດັບຊີວິດການເປັນຢູ່ດີຂຶ້ນລະຫວ່າງອາຊຽນ, ສປ ຈີນ ແລະ ບັນດາຂົງເຂດອື່ນໆ. ຫລ້າສຸດໃນ ວັນທີ 26 ມິຖຸນານີ້, ກະຊວງ ຖວທ ແຫ່ງ ສປປ ລາວ ໄດ້ເຊັນເອກະສານເລກທີ 29 ກ່ຽວກັບ “ລາຍລະອຽດໃນການປະຕິບັດນະໂຍບາຍວີຊາຕໍ່ນັກທ່ອງທ່ຽວຈີນ ສະເພາະໃນປີທ່ອງທ່ຽວລາວ 2024” ໂດຍລະບຸວ່າ: ນັກທ່ອງທ່ຽວຈີນ ຜູ້ຖືພາສປອດທຳມະດາສາມາດເຂົ້າໄປທ່ຽວປະເທດລາວ 15 ວັນ ແບບຍົກເວັ້ນວີຊາ ໂດຍຜ່ານການຈັດຕັ້ງຂອງບໍລິສັດທ່ອງທ່ຽວ ເຊິ່ງຈະປະ ຕິບັດແຕ່ວັນທີ 1 ກໍລະກົດຫາວັນທີ 31 ທັນວາປີ 2024. ການປະກາດ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ ຄັ້ງນີ້ບໍ່ພຽງເອື້ອອໍານວຍຄວາມສະ ດວກສະບາຍໃຫ້ນັກທ່ອງທ່ຽວເທົ່າ ນັ້ນ ຫາກຍັງເປັນການຊຸກຍູ້ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາ, ດຶງດູດເງິນຕາຕ່າງປະເທດ, ການສ້າງຄວາມເຊື່ອໝັ້ນຢ່າງໜັກແໜ້ນລະຫວ່າງສອງປະເທດ.

    ອີງຕາມແຫລ່ງຂ່າວຂອງຈີນ ໄດ້ລາຍງານວ່າ: ນັບແຕ່ໄທໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ ໃນວັນທີ 25 ກັນຍາ ປີ 2023 ແລະ ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຖາວອນຕໍ່ພົນລະເມືອງຈີນ ແຕ່ວັນ ທີ 1 ມີນາປີນີ້ເປັນຕົ້ນມາ, ນັກທ່ອງທ່ຽວຈີນ ທີ່ໄປທ່ຽວໄທ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 9 ມິຖຸນາປີ 2024, ໄທໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ທັງໝົດ 15,54 ລ້ານຄົນ ໃນນັ້ນ, ນັກທ່ອງທ່ຽວຈີນ ມີຫລາຍກວ່າ 3 ລ້ານຄົນ ແລະ ເປັນອັນດັບ ໜຶ່ງໃນນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວໄທ. ນັບແຕ່ມາເລເຊຍ ໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາຕໍ່ພົນລະເມືອງຈີນແຕ່ວັນທີ 1 ທັນວາປີ 2023 ເປັນຕົ້ນມາ, ລະຫວ່າງ ເດືອນທັນວາປີກາຍ ຫາ ເດືອນເມສາປີນີ້, ນັກທ່ອງທ່ຽວຈີນທີ່ໄປທ່ຽວມາເລເຊຍ ໄດ້ບັນລຸເຖິງ 1,124 ລ້ານເທ່ືອຄົນ, ເພີ່ມຂຶ້ນເກືອບ 2,4 ເທົ່າ ເມື່ອທຽບໃສ່ເດືອນທັນວາ ປີ 2022 ຫາ ເດືອນເມສາ ປີ 2023. ເຖິງຢ່າງໃດກໍດີກະຊວງ ຖວທ ຂອງ ສປປ ລາວ ໄດ້ລາຍງານວ່າ: ພັກ-ລັດຖະບານລາວ ຖືເອົາວຽກງານທ່ອງທ່ຽວເປັນໜຶ່ງໃນຍຸດທະສາດສໍາຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍານອກຈາກນັ້ນທ່ອງທ່ຽວຍັງເປັນແຫລ່ງລາຍຮັບອັນດັບຕົ້ນໆຂອງປະເທດ, ໃນປີ 2018- 2019 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມລາວ ເກືອບ 5 ລ້ານຄົນ ໃນນັ້ນ ມີນັກທ່ອງທ່ຽວຈີນ ເຖິງ 1  ລ້ານຄົນ, ສ້າງໄດ້ຮັບລວມເກືອບ 700 ລ້ານໂດລາ. ສະເພາະປີ 2024 ນີ້ ສປປ ລາວ ໄດ້ເປີດປີທ່ອງທ່ຽວຄາດວ່າຈະມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ລາວຢ່າງໜ້ອຍ 3 ລ້ານຄົນ ແລະ ສ້າງລາຍຮັບເຂົ້າປະເທດປະມານ 3-4 ລ້ານໂດລາ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top