ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

02/07/2024 17:19
Email Print 221
ຂປລ ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   

ໂອກາດນີ້
, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳ, ອະນຸກໍາມະການແຕ່ລະພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນເຂົ້າໃນ ການຮັບປະກັນ ໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດ ແຕ່ລະບາດກ້າວຂອງແຜນການ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ ໂລ້ກໍາບັງມິດຕະພາບ-2024 ໃນຄັ້ງນີ້ ຢ່າງເຂັ້ມງວດ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ ກະກຽມຄວາມພ້ອມທາງດ້ານສະຖານທີ່, ພິທີການເປີດ-ປິດ ພ້ອມກັນຈັດຕັ້ງປະຕິບັດ ມາດຕະການ ປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການຫັດແອບຊ້ອມຮົບລາວ-ຈີນ ມີຜົນສຳເລັດອັນຈົບງາມ, ຮັບປະກັນຄວາມປອດໄພ 100%.

ຈາກນັ້ນ ສະຫາຍ ຍັງໄດ້ໂອ້ລົມປຸກລະດົມແນວຄິດຈິດໃຈ ຂອງພະນັກງານ-ນັກຮົບ ຜູ້ທີ່ໄດ້ເຂົ້າຮ່ວມ ແລະ ຮັບຜິດຊອບວຽກງານຕ່າງໆ ໃຫ້ພ້ອມກັນບຸກບືນຫ້າວຫັນ, ສຸມກໍາລັງແຮງກາຍ, ແຮງໃຈເຂົ້າໃນການຫັດແອບ, ຝຶກຊ້ອມຮ່ວມກັບນາຍ ແລະ ພົນທະຫານ ຂອງກອງທັບປົດປ່ອຍ ປະຊາຊົນຈີນ ໃຫ້ໄດ້ຮັບໝາກຜົນສູງ ຕາມແຜນການລະດັບຄາດໝາຍທີ່ວາງໄວ້.

ຂ່າວ: ຄຳອ້າຍ ທອງວັນ

KPL

ຂ່າວອື່ນໆ

    • ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການການເມືອງ

      ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

      7/4/2024 3:01:40 PM

      ຂປລ. ພິທີລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານໃນວັນທີ 04 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າ​ເຊັນໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

    • ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024ການເມືອງ

      ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

      7/4/2024 2:54:51 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300.000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ໂຣສລານ ຮາຈິ ຍາຄັບ (Roslan Haji Yacub) ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

    • ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊການເມືອງ

      ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ

      7/4/2024 2:50:13 PM

      ຂປລ. ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ​ ​ແລະ ວິຊາການ​ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະກົດ 2024 ທີ່ ແຂວງບໍລິຄຳໄຊ.

    • ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດການເມືອງ

      ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດ

      7/4/2024 2:42:56 PM

      ຂປລ. ໃນວັນ​ທີ 3 ກໍລະກົດ 2024 ຜ່ານມານີ້, ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສ​ປ​ປ ລາວ ໄດ້​ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.

    • ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ການເມືອງ

      ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ

      7/4/2024 2:38:15 PM

      ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍເລຂາຄະນະບໍລິຫານງານພັກກະຊວງ, ບັນດາກຳມະການ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ads
ads

Top