ຂປລ
ຂປລ. ພິທີລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານໃນວັນທີ 04 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າເຊັນໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.
![](https://kpl.gov.la/Media/Upload/News/Thumb/2024/07/04/27.jpg)
ຂປລ. ພິທີລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານໃນວັນທີ 04 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າເຊັນໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.
ການລົງນາມສັນຍາສະບັບນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການອຳນວຍຄວາມສະດວກ ແກ່ການເດີນທາງເຂົ້າ-ອອກ ແລະ ການພັກເຊົາຂອງພະນັກງານ ແລະ ນັກການທູດ ຂອງລັດຖະບານ ສປປ ລາວ ແລະ ກາຊັກສະຖານ, ຊຶ່ງສັນຍາສະບັບນີ້ ໄດ້ມີເນື້ອໃນສຳຄັນ ຄື: ພົນລະເມືອງຂອງສອງປະທດ ຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ເມື່ອເດີນທາງເຂົ້າ, ຜ່ານ, ພັກເຊົາຢູ່ ແລະ ອອກຈາກດິນແດນຂອງກັນ ແລະ ກັນ ຈະໄດ້ຮັບການຍົກເວັ້ນວີຊາສູງສຸດບໍ່ເກີນ 90 ວັນ ພາຍໃນ 180 ວັນ ນັບແຕ່ມື້ເດີນທາງເຂົ້າປະເທດ.
![](https://kpl.gov.la/Media/Upload/News/Thumb/2024/07/04/29.jpg)
ສປປ ລາວ ແລະ ສ ກາຊັກສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ນັບຕັ້ງແຕ່ວັນທີ 19 ກັນຍາ 1997 ເປັນຕົ້ນມາ, ສອງຝ່າຍໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຕໍ່ກັນ, ໄດ້ມີການແລກປ່ຽນສານຊົມເຊີຍ ແລະ ສານອວຍພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆ ລວມເຖິງໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ. ເຖິງແມ່ນວ່າການພົວພັນ ແລະ ການຮ່ວມມືຂອງສອງປະເທດ ຍັງບໍ່ທັນກວ້າງຂວາງປານໃດກໍຕາມ, ແຕ່ສັນຍາສະບັບນີ້ ກໍຈະເປັນອີກໜຶ່ງອັນສໍາຄັນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນອະນາຄົດ ໂດຍສະເພາະ ການແລກປ່ຽນຄະນະຜູ້ແທນທາງການ ໃນທຸກລະດັບ ແລະ ຂະແໜງການນຳກັນ ລວມເຖິງການຮ່ວມມືໃນດ້ານຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ມີທ່າແຮງ ເປັນຕົ້ນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ດ້ານພະລັງງານ ແລະ ອື່ນໆ.
ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ
KPL