ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ

04/07/2024 14:38
Email Print 201
ຂປລ ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍເລຂາຄະນະບໍລິຫານງານພັກກະຊວງ, ບັນດາກຳມະການ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.




ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານສູນກາງພັກ ຄັ້ງທີ
8 ສະໄໝທີ XI ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍເລຂາຄະນະບໍລິຫານງານພັກກະຊວງ, ບັນດາກຳມະການ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.




ຈຸດປະສົງ ເພື່ອເຮັດໃຫ້ສະມາຊິກພັກ
, ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳໄດ້ຮັບຮູ້, ເຂົ້າໃຈເປັນເອກະພາບ, ກຳແໜ້ນເລິກເຊິ່ງ ແລະ ມີສະຕິຕື່ນຕົວສູງຂຶ້ນກວ່າເກົ່າ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ, ແນໃສ່ເຮັດໃຫ້ມະຕິ ກອງປະຊຸມຄົບຄະນະ ບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ເປັນເອກະພາບໃນທົ່ວພັກ ທັງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ກຳໄດ້ຫລັກການ, ລະບຽບການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ວຽກງານຫັນເປັນໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ວຽກງານພາລະກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງຖືກຕ້ອງ, ເປັນລະບົບ, ມີຄວາມເປັນເອກະພາບ, ມີປະສິດທິຜົນແນໃສ່ເຮັດໃຫ້ ຫົວໜ່ວຍວິຊາການ ມີຄວາມເປັນເຈົ້າຕົນເອງ, ສົ່ງເສີມ, ຍົກສູງຄວາມຮັບຜິດຊອບ ແລະ ພັດທະນາໃຫ້ມີຄວາມຍືນຍົງ, ສາມາດໃຫ້ການບໍລິການດ້ານວິຊາການຢ່າງມີຄຸນນະພາບ ແນໃສ່ຮັບປະກັນ ໃຫ້ພາລະກອນ ໄດ້ຮັບການຄຸ້ມຄອງ ແລະ ພັດທະນາໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.





ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກຄັ້ງທີ
8 ສະໄໝທີ XI ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການປະຕິຮູບລັດວິສາຫະກິດ, ການຕີລາຄາກ່ຽວກັບ ການຍົກສູງຄຸນນະພາບ ການດຳນີນຄະດີ ຕາມຂະບວນຍຸຕິທຳ ຕາມມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ ແລະ ບັນຫາອື່ນໆທີ່ສຳຄັນ. ພ້ອມນີ້, ຍັງມີດຳລັດ ສະບັບເລກທີ 282/ລບ ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ດຳລັດ ສະບັບເລກທີ 283/ລບ ວ່າດ້ວຍພາລະກອນ ຕື່ມອີກ.

KPL

ຂ່າວອື່ນໆ

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.

ads
ads

Top