ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

04/07/2024 14:54
Email Print 170
ຂປລ ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300.000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ໂຣສລານ ຮາຈິ ຍາຄັບ (Roslan Haji Yacub) ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.




ຂປລ. ໃນວັນທີ
4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300.000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ໂຣສລານ ຮາຈິ ຍາຄັບ (Roslan Haji Yacub) ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.




ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໂຣສລານ ຮາຈິ ຍາຄັບ ກໍຄື ລັດຖະບານ ບຣູໄນ ດາຣູຊາລາມ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາເງິນຈຳນວນດັ່ງກ່າວ
, ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນນິມິດໝາຍອັນດີ ເຮັດໃຫ້ການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ ລະຫວ່າງສອງປະເທດ ລາວ-ບຣູໄນ ດາຣູຊາລາມ ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ຂຶ້ນໄປເລື້ອຍໆ. ພ້ອມທັງ ຢືນຢັນວ່າຈະນຳເອົາເງິນ ທີ່ໄດ້ຮັບຈາກການສະໜັບສະໜູນໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານ ການດໍາເນີນການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດ ຕາມເປົ້າໝາຍທີ່ວາງໄວ້.


KPL

ຂ່າວອື່ນໆ

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.

ads
ads

Top