ສປຈີນ-ຝຣັ່ງ ຊຸກຍູ້ຮ່ວມມືໃນຂົງເຂດການບິນ

04/07/2024 12:28
Email Print 227
ຂປລ ເຮືອບິນໂບອິງ 787 ຂອງ ສາຍການບິນ ໄຊນ່າ ອີສເທີຣນ ແອຣລາຍ (China Eastern Airlines) ໄດ້ຂົນສົ່ງ ຜູ້ໂດຍສານ ຫລາຍກວ່າ 290 ຄົນ, ໂດຍເດີນທາງ ອອກຈາກ ເທດສະບານ ນະຄອນຊຽງໄຮ້ ທາງພາກຕາເວັນອອກ ຂອງ ຈີນ ເພື່ອໄປຍັງ ເມືອງ ມາຣກາເຊຍ ຂອງ ຝຣັ່ງ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຮືອບິນໂບອິງ 787 ຂອງ ສາຍການບິນ ໄຊນ່າ ອີສເທີຣນ ແອຣລາຍ (China Eastern Airlines) ໄດ້ຂົນສົ່ງ ຜູ້ໂດຍສານ ຫລາຍກວ່າ 290 ຄົນ, ໂດຍເດີນທາງ ອອກຈາກ ເທດສະບານ ນະຄອນຊຽງໄຮ້ ທາງພາກຕາເວັນອອກ ຂອງ ຈີນ ເພື່ອໄປຍັງ ເມືອງ ມາຣກາເຊຍ ຂອງ ຝຣັ່ງ. ນີ້ຖືເປັນການບໍລິການ ຖ້ຽວບິນ ຂົນສົ່ງ ຜູ້ໂດຍສານ ແບບປະຈຳ ລະຫວ່າງ ຈີນ ແລະ ຝຣັ່ງ ທາງພາກໃຕ້ ເປັນຄັ້ງທຳອິດ.

ໂດຍເສັ້ນທາງໃໝ່ນີ້ ຈະໃຫ້ບໍລິການ ຖ້ຽວບິນ ໄປ-ກັບ 3 ຖ້ຽວ ຕໍ່ອາທິດ ດ້ວຍໄລຍະ ການເດີນທາງ ປະມານ 12 ຊົ່ວໂມງ. ກ່ອນໜ້ານີ້ ການເດີນທາງ ຈາກ ຈີນ ໄປຍັງເມືອງ ມາຣກາເຊຍ ຕ້ອງປ່ຽນ ເຮືອບິນ ຜ່ານປະເທດທີສາມ. ຄາດວ່າ ການເປີດເສັ້ນທາງ ອາກາດ ສາຍໃໝ່ນີ້ ຈະຊ່ວຍ ຊຸກຍູ້ ຂະແໜງ ການທ່ອງທ່ຽວ ລວມເຖິງ ການແລກປ່ຽນ ທາງດ້ານ ເສດຖະກິດ ແລະ ວັດທະນະທຳ ລະຫວ່າງ ຈີນ ແລະ ຝຣັ່ງ. ປັດຈຸບັນ ທາງບໍລິສັດ ໃຫ້ບໍລິການ ເສັ້ນທາງບິນ ລວມມີ 19 ສາຍ, ດ້ວຍຈຳນວນ ຖ້ຽວບິນ 244 ຖ້ຽວຕໍ່ອາທິດ ໃນເອີຣົບ. /.

KPL

ຂ່າວອື່ນໆ

ads
ads

Top