ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ

04/07/2024 14:50
Email Print 153
ຂປລ ຂປລ. ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ​ ​ແລະ ວິຊາການ​ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະກົດ 2024 ທີ່ ແຂວງບໍລິຄຳໄຊ.




ຂປລ. ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ
, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ​ ​ແລະ ວິຊາການ​ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະກົດ 2024 ທີ່ ແຂວງບໍລິຄຳໄຊ.

ພາຍຫລັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານ 6 ເດືອນ ທ້າຍປິ 2024​ ຈາກຫົວໜ້າອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊແລ້ວ, ທ່ານ ໄຊຊະນະ ໂຄດພູທອນ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳພາ-ຊີ້ນໍາການຈັດຕັ້ງວຽກງານ ໃນໄລຍະຜ່ານມາ ທີ່​ແຂວງ​ບໍລິຄຳໄຊ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ທີ່ພົ້ນເດັ່ນ. ຄຽງຄູ່ກັບຜົນສໍາເລັດນັ້ນ ຍັງມີບາງປັດ​ໄຈສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ​​ເປັນ​ຕົ້ນຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ຕ້ອງຖືສໍາຄັນວຽກງານ ການສຶກສາອົບຮົມ ການເມືອງ-ແນວຄິດ, ຈັນຍາບັນ, ຈັນຍາທໍາຂອງພະນັກງານ ໄອຍະການປະຊາຊົນ, ແບບແຜນວິທີ ການເຮັດວຽກ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ລວມໄປເຖິງການປັບປຸງກົງຈັກການຈັດຕັ້ງ, ການປະຕິບັດໜ້າທີ່ວິຊາສະເພາະ ​ເປັນ​ຕົ້ນ ການຕິດຕາມກວດກາທົ່ວໄປ, ການຂຶ້ນຖະແຫລງໃນທີ່ປະຊຸມສານ, ການແຈ້ງຕອບປະຊາຊົນ, ການຕ້ອນຮັບ ປະຊາຊົນ, ການໃຫ້ຄຳປຶກສາ, ການຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ, ເພີ່ມທະວີວຽກງານກວດກາ ຢ່າງເປັນປົກກະຕິ ແລະ ອື່ນໆ.

ໃນໂອກາດດຽວ​ກັນ, ຄະນະດັ່ງກ່າວ ຍັງໄດ້ມອບຄອມພິວເຕີ,​ ເຄື່ອງປິ່ນເຕີ 3 ຊຸດ ແລະ​ ງົບປະມານຈຳນວນໜຶ່ງ ໃຫ້ອົງການໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນເຂດ 1 ແຂວງບໍລິຄຳໄຊ ຕື່ມ​ອີກ ເພື່ອນຳໃຊ້ ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຂອງຕົນ.

ຂ່າວ-ພາບ: ຈະເລີນສິນ
KPL

ຂ່າວອື່ນໆ

    • ປະທານປະເທດແຫ່ງ ສປປ ລາວ  ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມການເມືອງ

      ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບ ຮອງປະທານສະພາແຫ່ງຊາດຫວຽດນາມ

      7/5/2024 5:37:39 PM

      ຂປລ. ໃນວັນທີ 5 ກໍລະກົດ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຄັກ ດິ້ງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ພ້ອມ ຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    • ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກການເມືອງ

      ກຳມາທິການບັນດາເຜົ່າ ເອົາໃຈໃສ່ແກ້ໄຂຄວາມທຸກຍາກເປັນກົກ

      7/5/2024 3:51:12 PM

      ທ່ານ ຄໍາຈັນ ໂສຕາປະເສີດປະທານກໍາມາທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຮູ້ວ່າ: ກໍາມາທິການບັນດາເຜົ່າປະຕິບັດ 03 ພາລະບົດບາດຂອງສະພາແຫ່ງຊາດ ລົງເລິກເຂດຄວາມຮັບຜິດຊອບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານ 03 ສ້າງ, ການປົກຄອງທ້ອງຖິ່ນ ແລະ ວຽກງານອື່ນໆ.

    • ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດການເມືອງ

      ສອງສະພາແຫ່ງຊາດ ລາວ-ຫວຽດນາມ ສຳມະນາວິຍາສາດ ປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ

      7/5/2024 2:25:37 PM

      ຂປລ. ສະພາແຫ່ງຊາດ ແຫ່ງ ສປປ ລາວ ຮ່ວມກັບ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດສຳມະນາ ວິທະຍາສາດ ກ່ຽວກັບປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະຫາຍ ຫວຽນ ຄັກ ດິ້ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວການເມືອງ

      ກະຊວງ ຖວທ ແລະ ກຸ່ມບໍລິສັດທຣິບການຄ້າ ຊຽງໄຮ ສປ ຈີນ ລົງນາມຮ່ວມມືດ້ານການທ່ອງທ່ຽວ

      7/5/2024 1:59:15 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດທຣິບການຄ້າຊຽງໄຮ ສປ ຈີນ ລົງນາມບົດບັກທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ໃນວັນທີ 5 ກໍລະກົດ 2024, ຕາງໜ້າຝ່າຍລາວ ລົງນາມໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ແລະ ຝ່າຍຈີນ ທ່ານ ນາງ ຊໍາເມີ້ ຫວັງ ຫົວໜ້າການຕະຫລາດພາກພື້ນ ກຸ່ມບໍລິສັດທຣິບ ການຄ້າຊຽງໄຮ ແຫ່ງ ສປ ຈີນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ

      7/5/2024 1:49:39 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຄໂລນເນ ອັບປຸຫາມິລາເກ ຈາມິນດາ ອິໂນກາ ໂຄໂລນເນ (H.E. Mrs. Colonne Appuhamillage Chaminda Inoka Colonne) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.

ads
ads

Top