ການຫາ ຫລື ຊອກຄົ້ນສັດນໍ້າ-ສັດປ່າ ຕ້ອງປະຕິບັດຕາມລະບຽບກົດໝາຍ

01/07/2024 11:24
Email Print 448
ຂປລ ໃນກົດໝາຍວ່າດ້ວຍສັດນໍ້າແລະ ສັດປ່າ ສະບັບປີ 2007, ມາດຕາ 24 ໄດ້ກຳນົດວ່າ: ການລ່າສັດນ້ຳ ແລະ ສັດປ່າ ຕ້ອງປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ I ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

   *ໃນກົດໝາຍວ່າດ້ວຍສັດນໍ້າແລະ ສັດປ່າ ສະບັບປີ 2007, ມາດຕາ 24 ໄດ້ກຳນົດວ່າ: ການລ່າສັດນ້ຳ ແລະ ສັດປ່າ ຕ້ອງປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ  I  ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.ຖ້າວ່າສັດກໍ່ຄວາມເສຍຫາຍຢ່າງຫລວງຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງຕ້ອງໄດ້ລາຍງານຕໍ່ອົງການປົກຄອງເມືອງ, ເທສະບານເພື່ອພິຈາລະນາແກ້ໄຂ.

 

     ສຳລັບສັດທີ່ກຳລັງທຳລາຍ, ກໍ່ກວນອາລະວາດຄົນ ຫລື ເປັນໄພອັນຕະລາຍຕໍ່ຊີວິດຂອງຄົນຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ. ສຳລັບສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນບັນ ຊີ II ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການທີ່ກຳນົດ ໃຫ້ເພື່ອຊົມໃຊ້ຕາມຮີດຄອງໂດຍບໍ່ໃຫ້ນຳໃຊ້ເຄື່ອງມືແບບດັບສູນ. ສຳລັບການຫາເພື່ອຈຸດປະສົງທາງທຸລະກິດ ສາມາດດຳເນີນໄດ້ສະເພາະສັດນ້ຳເທ່ົານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກຳ ແລະ ປ່າໄມ້. ສ່ວນສັດນ້ຳ ແລະ ສັດປ່າປະເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນອະນຸຍາດໃຫ້ຫາ ຫລື ລ່າໄດ້ຕາມລະດູການທີ່ໄດ້ກຳນົດໄວ້ໂດຍນຳໃຊ້ເຄື່ອງມືທີ່ບໍ່ມີລັກສະນະດັບສູນ. ສຳລັບການຫາເພື່ອຈຸດປະສົງທາງທຸລະກິດ ສາມາດດຳເນີນໄດ້ສະເພາະສັດນ້ຳເທົ່ານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກຳ ແລະປ່າໄມ້ແຂວງ, ນະຄອນ. 

KPL

ຂ່າວອື່ນໆ

    • ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້ບົດ-ສາລະຄະດີ

      ຮູບເງົາ"ຜາດຳຄຳໄອ" ຈະສາຍໃນທ້າຍເດືອນນີ້

      7/5/2024 6:30:03 PM

      ຮູບເງົາ “ຜາດໍາຄໍາໄອ່” ໂດຍຜູ້ກໍາກັບຊື້ດັງໝໍ່າຈົກມົກ ຈາກປະເທດເພື່ອນບ້ານ ທີ່ນາງ ສຸພາພອນ ສົມວິຈິດ ຫລື ນຸ້ຍ ມິສຢູນິເວີສຄົນ ທໍາອິດຂອງປະເທດລາວຮ່ວມສະແດງໃນບົດນາງເອກຈະເຂົ້າ ສາຍໃນໂຮງຮູບເງົາລາວ-ໄທ ວັນທີ 25 ກໍລະກົດ 2024 ນີ້.

    • ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າບົດ-ສາລະຄະດີ

      ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ

      7/5/2024 4:16:06 PM

      ໃນມາດຕາ 22 ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບ ປີ 2007 ໄດ້ລະບຸໄວ້ວ່າ: ການຈັດປະເພດ ຫລື ບັນຊີແມ່ນການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈຳນວນສັດ.

    • ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມບົດ-ສາລະຄະດີ

      ຫລາຍພາກສ່ວນ ເລັ່ງພັດທະນາວຽກງານຕິດພັນກັບສິ່ງແວດລ້ອມ

      7/5/2024 4:07:55 PM

      ປັດຈຸບັນຫລາຍທ້ອງຖິ່ນໄດເລັ່ງພັດທະນາວຽກງານທີ່ຕິດພັນກັບສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນປ່າໄມ້, ຊັບພະຍາກອນນ້ຳດ້ວຍການສົ່ງເສີມໃຫ້ມີສ່ວນຮ່ວມປົກປັກຮັກສາ ຊັບພະຍາກອນເຫລົ່ານີ້ຢູ່ທ້ອງຖິ່ນຕົນໂດຍໄດ້ສ້າງ ເປັນໂຄງການ, ແຜນການຄຸ້ມຄອງທີ່ປະຊາຊົນມີສ່ວນຮ່ວມ ເພື່ອເຮັດໃຫ້ສະພາບແວດລ້ອມມີຄວາມອຸດົມສົມບູນຍືນຍົງຕະຫລອດໄປ ທັງເປັນການກອບສ່ວນຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດຕາມແຜນການຂອງລັດຖະບານວາງໄວ້.

    • ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈບົດ-ສາລະຄະດີ

      ຢາສະຜົມຈາກສີມືຄົນລາວ ພວມໄດ້ຮັບຄວາມສົນໃຈ

      7/4/2024 8:02:19 AM

      ໃນສະພາບເສດຖະກິດຫຍຸ້ງຍາກ ແລະ ເງິນເຟີ້ແບບນີ້ ການຊົມໃຊ້ຜະລິດຕະພັນລາວ ແມ່ນອີກວິທີໜຶ່ງທີ່ທຸກຄົນສາມາດເຮັດໄດ້ໃນການຊ່ວຍກະຕຸກຊຸກຍູ້ເສດຖະກິດ ຂອງປະເທດເຮົາໃຫ້ມີບາດກ້າວດີຂຶ້ນ ເຖິງວ່າຈະບໍ່ໄດ້ຮັບໝາກຜົນຮ້ອຍເປີເຊັນ ແຕ່ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນກໍ່ຈະເຮັດໃຫ້ສະພາບ ຄວາມຫຍຸ້ງຍາກຜ່ານພົ້ນໄປໄດ້.

    • ອຸມົງ-ອຸໂມງ,  ອຸບມຸງ-ອູບມຸງບົດ-ສາລະຄະດີ

      ອຸມົງ-ອຸໂມງ, ອຸບມຸງ-ອູບມຸງ

      7/4/2024 7:40:21 AM

      ຄໍາໃນພາສາລາວ ມີຄວາມໝາຍຄ້າຍຄືກັນນັ້ນມີຫລາຍ, ຄໍາຈໍານວນໜຶ່ງເວລາເວົ້າມັກຈະແຍກຍາກວ່າຂຽນແນວໃດ ເພາະບາງທີຟັງຄືບໍ່ມີຕົວສະກົດ ຫລື ຄໍາພະຍາງໜ້າມີຕົວສະກົດທີ່ມີພື້ນສຽງຄ້າຍຄື ຫລື ໃກ້ຄຽງກັບພະຍັນຊະນະແກນຂອງພະຍາງຖັດໄປທີ່ລວມເປັນຄໍາດຽວກັນ.

ads
ads

Top