ຂປລ
ຂປລ. ໃນວັນທີ 3 ກໍລະກົດ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.
![](https://kpl.gov.la/Media/Upload/News/Thumb/2024/07/04/16.jpg)
ຂປລ. ໃນວັນທີ 3 ກໍລະກົດ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີ ການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ທີ່ໄດ້ພົບປະໂອ້ລົມທາງໂທລະສັບ ກັບ ທ່ານ ເສດຖາ ທະວີສິນ ອີກຄັ້ງ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.
ການໂອ້ລົມໂທລະສັບຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທັງສອງປະເທດ ໄດ້ທົບທວນຄືນການຈັດຕັ້ງປະຕິບັດ ຜົນຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີລາວ-ໄທ ຄັ້ງຜ່ານມາ ເປັນຕົ້ນ ການຮ່ວມມືທາງດ້ານເສດຖະກິດ, ການອໍານວຍ ຄວາມສະດວກ ໃນການເຊື່ອມໂຍງເຊື່ອມຈອດຕາຂ່າຍໄຟຟ້າ ພາຍໃຕ້ໂຄງການໄຟຟ້າ ລາວ-ມາເລເຊຍ-ສິງກະໂປ ແລະ ການຮ່ວມມືໃນການແກ້ໄຂ ບັນຫາຢາເສບຕິດ ຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍມອບໃຫ້ກົນໄກ ການຮ່ວມມື ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມມືກັນໃນການສະກັດກັ້ນ ແລະ ປາບປາມຢາເສບຕິດ ໂດຍໃຫ້ມີການແລກປ່ຽນ ຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ, ເພີ່ມທະວີການລາດຕະເວນຮ່ວມກັນ ໃຫ້ຫລາຍຂຶ້ນ ແລະ ການສະໜັບສະໜູນ ສ້າງຄວາມເຂັ້ມແຂງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກໍາມະການ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ (GBC) ແລະ ຄະນະກໍາມະການລາວ-ໄທ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ກໍຄື ຫ້ອງການປະສານງານ ຄວບຄຸມຢາເສບຕິດ ຕາມຊາຍແດນ (BLO) ແລະ ບັນດາແຂວງ-ຈັງຫວັດຊາຍແດນ ລາວ-ໄທ.
ໃນໂອກາດດຽວກັນ, ທ່ານ ເສດຖາ ທະວີສິນ ໄດ້ແຈ້ງໃຫ້ການສະໜັບສະໜູນງົບປະມານ ຈໍານວນໜຶ່ງ ເພື່ອປະກອບສ່ວນສ້າງສູນຝຶກອົບຮົມ ແລະ ວິໄຈກາເຟ ຂອງສະຫະກອນກາເຟວັນໃໝ່ ທີ່ແຂວງຫົວພັນ, ເຊິ່ງເປັນໂຄງການປູກພືດ ທົດແທນການປູກຝິ່ນ ພາຍໃຕ້ໂຄງການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການສະຫະປະຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາດຊະຍາກໍາ ປະຈໍາ ສປປ ລາວ.
KPL