ພັກ-ລັດ ຖືເອົາການຄຸ້ມຄອງ-ປົກປັກຮັກສາ ປາ ແລະ ສັດນໍ້າ ເປັນວຽກສຳຄັນ

04/07/2024 14:26
Email Print 268
ຂປລ ຂປລ. ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ເຊິ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ເຊິ່ງວັນດັ່ງກ່າວ ຍັງກົງກັບວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.




ຂປລ. ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ
, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ເຊິ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ເຊິ່ງວັນດັ່ງກ່າວ ຍັງກົງກັບວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວ ກ່ຽວກັບ ວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ທີ່ຈະມາເຖິງນີ້ ໃນວັນທີ 3 ກໍລະກົດ 2024 ວ່າ: ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ໃນປີນີ້, ຈະຈັດຂຶ້ນ ພາຍໃຕ້ຄຳຂວັນ ຊົມເຊີຍ ວັນປ່ອຍປາ  ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ”; “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າ ຄືນສູ່ທໍາມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫລອດໄປ”; “ການປົກປັກຮັກສາປາ ແລະ ສັດນໍ້າ ແມ່ນພັນທະຂອງປວງຊົນທັງຊາດ, ເຊິ່ງຂະແໜງກະສິກໍາ ແລະ ປ່າໄມ້ ຈະໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫລ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫລາຍກວ່າ 64 ລ້ານໂຕ, ສະເພາະ ຢູ່ນະຄອນຫລວງວຽງຈັນ ກະຊວງກະສິກໍາ ແລະ ປ່າໄມ້ ມີແຜນຈະຈັດພິທີປ່ອຍ ປາ ແລະ ສັດນໍ້າ ຢູ່ບ້ານຮ່ອງສຸພາບ, ເມືອງໄຊເສດຖາ ຄາດວ່າຈະປ່ອຍ ປະມານ 400.000 ໂຕ. ໃນຂະນະທີ ໃນປີ 2023 ຜ່ານມາ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກິດຈະກຳປ່ອຍປາ ແລະ ສັດນໍ້າ ໄດ້ທັງໝົດ 62 ລ້ານໂຕ.

ທ່ານ ລິນຄໍາ ດວງສະຫວັນ ກ່າວຕື່ມວ່າ: ໃນແຕ່ລະປີ ພວກເຮົາ ໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກ ໃຫ້ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມສົມບູນ ໃຫ້ກັບທໍາມະຊາດ, ປົກປັກຮັກສາລະບົບນິເວດ ແຫລ່ງນໍ້າ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພ້ອມທັງຈາລຶກບຸນຄຸນ ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນ ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ ເຊິ່ງໃນແຕ່ລະປີ ກໍມີມວນຊົນເຂົ້າຮ່ວມກິດຈະກໍາຕ່າງໆ ຢ່າງເປັນຂະບວນຟົດພື້ນ.

ພ້ອມນີ້, ທ່ານຍັງໄດ້ເຊີນຊວນ ໃຫ້ທຸກພາກສ່ວນ ທັງພາກລັດ, ເອກະຊົນ ຕະຫລອດຮອດ ປະຊາຊົນ ລາວບັນດາເຜົ່າ ພ້ອມກັນຈັດພິທີປ່ອຍປາ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ ບົນພື້ນຖານປະຢັດ ມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນໃດມີເງື່ອນໄຂ ກໍໃຫ້ເລີ່ມຈັດຕັ້ງປະຕິບັດແຕ່ດຽວນີ້ເປັນຕົ້ນໄປ ໂດຍບໍ່ໃຫ້ລໍຖ້າ ຮອດວັນທີ 13 ກໍລະກົດ. ພ້ອມທັງ ໃຫ້ຮ່ວມແຮງຮ່ວມໃຈ ພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ປາ ແລະ ສັດນໍ້າ ໃຫ້ຫລາຍຂຶ້ນ ໂດຍສະເພາະ ສຸມໃສ່ການປ່ອຍ ປາ ແລະ ສັດນໍ້າ ຄືນສູ່ແຫລ່ງນໍ້າທໍາມະຊາດ ເພີ່ມຄວາມອຸດົມສົມບູນ ທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງ ປາ ແລະ ສັດນໍ້າ ທີ່ເປັນມໍລະດົກທາງທໍາມະຊາດຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກ ຕົກທອດ ຮອດເຊັ່ນລູກເຊັ່ນຫລານຕະຫລອດໄປ.  ພ້ອມທັງ ໃຫ້ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ລ້ຽງປາ  ແລະ ສັດນໍ້າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນການສ້າງເສດຖະກິດ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດໃຫ້ຫລາຍຂຶ້ນ.

ປັດຈຸບັນ ທົ່ວປະເທດ ມີ ສູນ, ສະຖານີ ທີ່ຜະລິດລູກປາ ຂອງລັດ 50 ກວ່າແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫລາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວ ມີຫລາຍກວ່າ 400 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມ ໄດ້ໂດຍພື້ນຖານ 290 ລ້ານກວ່າໂຕ ຫລື ເທົ່າກັບ 73% ຂອງແຜນການ ແລະ ໃນທົ່ວປະເທດ ມີວັງສະຫງວນປາ ຫລາຍກວ່າ 1.100 ວັງ ໃນນີ້, ມີຄະນະຄຸ້ມຄອງວັງສະຫງວນແລ້ວ 890 ວັງ. ບັນດາສູນ ແລະ ສະຖານີ ດັ່ງກ່າວ, ໄດ້ຄົ້ນຄວ້າທົດລອງ ລ້ຽງ ແລະ ຂະຫຍາຍພັນປາ ແລະ ສັດນໍ້າ ພື້ນເມືອງ ໄດ້ຫລາຍຊະນິດ ເປັນຕົ້ນ ປາເຄິງ, ປາກົດ, ປາເໝັ້ນ ແລະ ປາເຂັງ.

ສປປ ລາວ  ເປັນປະເທດທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ, ຊັບໃນດິນ ສິນໃນນໍ້າ, ມີຊະນິດປາ ພື້ນເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະ ຊະນິດປາທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັງ, ປາຕີນ ແລະ ຊະນິດອື່ນໆ, ເຊິ່ງຊະນິດປາ ດັ່ງກ່າວ ມີຄວາມສໍາຄັນ ຕໍ່ການຮັກສາຄວາມອຸດົມສົມບູນ ຂອງລະບົບນິເວດ ໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າ ຂອງຊາດລາວ.

ຂ່າວ-ພາບ: ທະນູທອງ
KPL

ຂ່າວອື່ນໆ

ads
ads

Top