ອິນໂດເນເຊຍ ເປີດໂຮງງານຜະລິດ ແບດເຕີຣີ ຍານພາຫະນະໄຟຟ້າ ອີວີ ແຫ່ງທຳອິດ

04/07/2024 12:28
Email Print 180
ຂປລ ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ເປັນປະທານ ໃນພິທີເປີດ ໂຮງງານ ຜະລິດແບດເຕີຣີ ຍານພາຫະນະ ໄຟຟ້າ (ອີວີ) ແຫ່ງທຳອິດ ຂອງ ປະເທດ ຕັ້ງຢູ່ ເມືອງຄາຣາວັງ ໃນແຂວງຊວາ ຕາເວັນຕົກ . ໂດຍໂຮງງານແຫ່ງນີ້ ມີຂະໜາດໃຫຍ່ທີ່ສຸດ ໃນອາຊີ ຕາເວັນອອກ ສຽງໃຕ້.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 3 ມິຖຸນາ: ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ເປັນປະທານ ໃນພິທີເປີດ ໂຮງງານ ຜະລິດແບດເຕີຣີ ຍານພາຫະນະ ໄຟຟ້າ (ອີວີ) ແຫ່ງທຳອິດ ຂອງ ປະເທດ ຕັ້ງຢູ່ ເມືອງຄາຣາວັງ ໃນແຂວງຊວາ ຕາເວັນຕົກ . ໂດຍໂຮງງານແຫ່ງນີ້ ມີຂະໜາດໃຫຍ່ທີ່ສຸດ ໃນອາຊີ ຕາເວັນອອກ ສຽງໃຕ້.

ທັງນີ້ ໂຮງງານແຫ່ງ ດັ່ງກ່າວ ເປັນ ໂຄງການ ຮ່ວມທຶນ ລະຫວ່າງ ບໍລິສັດໃຫຍ່ ຂອງ ສ.ເກົາຫລີ ສອງແຫ່ງ ຄື: ຮຸນໄດ ໂມຣເຕີຣ ກັບ ແອລຈີ ເອເນີຣຈີ. ໂດຍ ການກໍ່ສ້າງ ໄດ້ເກີດຂຶ້ນ ຫລັງຈາກ ການລົງນາມ ຂໍ້ຕົກລົງ  ລະຫວ່າງ ອິນໂດເນເຊຍ ກັບ ບໍລິສັດ  ແອລຈີ ເມື່ອປີ 2020 ດ້ວຍມູນຄ່າ 9.800 ລ້ານໂດລາ ສະຫະລັດ. ຄາດວ່າ ເມື່ອການກໍ່ສ້າງ ສຳເລັດ, ໂຮງງານ ແຫ່ງນີ້ ຈະສາມາດ ຜະລິດແບດເຕີຣີ່ ເຊລສ ໄດ້ສູງສຸດເຖິງ ປີລະ 10 ກິກາວັດ ຕໍ່ຊົ່ວໂມງ.  ໃນຂະນະດຽວກັນ ຮຸນໄດ ໄດ້ຕັ້ງເປົ້າໝາຍ ໃຫ້ ໂຮງງານ ແຫ່ງນີ້ ຜະລິດ ແບດເຕີຣີ ສຳລັບ ຍານພາຫະນະ ໄຟຟ້າຂອງ ບໍລິສັດ ລວມເຖິງ ການຜະລິດ ໂຄນາ ເອສຢູວີ ຈຳນວນ 50.000 ຄັນ, ໂດຍໃຊ້ແບດເຕີຣີ ເອສຢູວີ ທີ່ ຜະລິດຈາກ ໂຮງງານ ຢູ່ໃນອິນໂດເນເຊຍ. /

KPL

ຂ່າວອື່ນໆ

ads
ads

Top