ເມືອງເງິນ ປັກດໍາເຂົ້ານາປີ ສໍາເລັດ 60%

04/07/2024 12:20
Email Print 203
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການປູກພືດລະດູຝົນ ຂອງກະສິກອນ ຢູ່ເມືອງເງິນ ແຂວງໄຊຍະບູລີ ແມ່ນເປັນຂະບວນການຟົດຟື້ນ ກວ້າງຂວາງ ປັດຈຸບັນ ສໍາເລັດແລ້ວ 87,30% ເທົ່າກັບ 1.995 ເຮັກຕາ,

  ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການປູກພືດລະດູຝົນ ຂອງກະສິກອນ ຢູ່ເມືອງເງິນ ແຂວງໄຊຍະບູລີ ແມ່ນເປັນຂະບວນການຟົດຟື້ນ ກວ້າງຂວາງ ປັດຈຸບັນ ສໍາເລັດແລ້ວ 87,30% ເທົ່າກັບ 1.995 ເຮັກຕາ, ເນື້ອທີ່ແຜນການທັງໜົດ 2.285 ເຮັກຕາ, ເຂົ້ານາປີເນື້ອທີ່ແຜນການ 720 ເຮັກຕາ ປັດຈຸບັນ ສາມາດປັກດໍາສໍາເລັດແລ້ວ 60% ເຊິ່ງເຂົ້າທີ່ນໍາມາປູກໃນປີນີ້, ສ່ວນຫລາຍເປັນເຂົ້າດໍ ແລະ ເປັນພັນພື້ນບ້ານ ທີ່ເຄີຍນິຍົມໃຊ້ ເປັນຕົ້ນ ເຂົ້າລີ້ນົກ, ເຂົ້າຕາກົບ, ເຂົ້າຕາຂຽວ, ເຂົ້າທ່າດອກຄໍາໜຶ່ງ ແລະ ດອກຄໍາສອງ.
  ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງເງິນ ໄດ້ລາຍງານ ໃນວັນທີ 2 ກໍລະກົດ 2024 ຜ່ານມານີ້ວ່າ: ສຳລັບເຂົ້າເນີນສູງ ທົ່ວເມືອງມີເນື້ອທີ່ແຜນການ 1.​560 ເຮັກຕາ, ການສັກເຂົ້າໄຮ່ແມ່ນສໍາເລັດ 100% ຖ້າທຽບໃສ່ປີຜ່ານມາ ການປູກພືດລະດູຝົນ ຂອງກະສິກອນປີນີ້ ແມ່ນໄວກວ່າປີຜ່ານມາ ເນື່ອງຈາກດິນຟ້າອາກາດອໍານວຍຄວາມສະດວກ ແລະ ຄາດວ່າການປັກດໍາເຂົ້ານາ ປີນີ້ ຈະໃຫ້ສໍາເລັດໃນທ້າຍເດືອນກໍລະກົດນີ້. ພ້ອມກັນນີ້, ກະສິກອນ ຢູ່ເມືອງເງິນ ຍັງໄດ້ສຸມໃສ່ ປູກພືດອຸດສາຫະກໍາ ເປັນຕົ້ນ ໜາກເດືອຍ, ສາລີແຂງ, ມັນຕົ້ນ, ກ້ວຍ, ຂີງ, ຝ້າຍ, ຖົ່ວດິນ, ອ້ອຍ, ໜາກງາ, ໜາກນັດ ແລະ ພືດສະບຽງອາຫານອີກຈໍານວນໜຶ່ງ ເດັ່ນກວ່າໜູ່ແມ່ນການປູກມັນຕົ້ນ.

ຂ່າວ-ພາບ ສຸລີຍາ ແສງເດືອນ
KPL

ຂ່າວອື່ນໆ

ads
ads

Top