ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

02/07/2024 17:11
Email Print 226
ຂປລ ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.



ຂປລ. ໃນວັນທີ
2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ນາງ ແອນເນັດ ຄະນົບລັອກ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆ ໂດຍສະເພາະວຽກງານຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນສອງປະເທດ ລາວ-ເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີໃໝ່ ອັນມີກຽດຂອງທ່ານ.

ໃນໂອກາດດຽວກັນ, ທ່ານ ນາງ ແອນເນັດ ຄະນົບລັອກ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດ ຂອງ ສປປ ລາວ, ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ ການທູດຂອງຕົນຈົນ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ມອບໃບຍ້ອງຍໍ ໃຫ້ ທ່ານນາງ ແອນເນັດ ຄະນົບລັອກ ທີ່ມີຜົນງານປະກອບສ່ວນຊຸກຍູ້, ​ຊ່ວຍເຫລືອ ແລະ ສະໜັບສະໜູນ ໃນວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕື່ມອີກ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການການເມືອງ

      ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

      7/4/2024 3:01:40 PM

      ຂປລ. ພິທີລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານໃນວັນທີ 04 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າ​ເຊັນໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

    • ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024ການເມືອງ

      ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

      7/4/2024 2:54:51 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300.000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ໂຣສລານ ຮາຈິ ຍາຄັບ (Roslan Haji Yacub) ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

    • ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊການເມືອງ

      ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ

      7/4/2024 2:50:13 PM

      ຂປລ. ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ​ ​ແລະ ວິຊາການ​ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະກົດ 2024 ທີ່ ແຂວງບໍລິຄຳໄຊ.

    • ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດການເມືອງ

      ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດ

      7/4/2024 2:42:56 PM

      ຂປລ. ໃນວັນ​ທີ 3 ກໍລະກົດ 2024 ຜ່ານມານີ້, ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສ​ປ​ປ ລາວ ໄດ້​ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.

    • ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ການເມືອງ

      ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ

      7/4/2024 2:38:15 PM

      ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍເລຂາຄະນະບໍລິຫານງານພັກກະຊວງ, ບັນດາກຳມະການ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ads
ads

Top