ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

02/07/2024 17:01
Email Print 231
ຂປລ ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ ໂດຍພາຍໃຕ້ການ ເປັນປະທານຮ່ວມຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີຫົວໜ້າກົມ, ຫົວໜ້າສະຖາບັນຝຶກອົບຮົມວຽກງານໄອຍະການ ອົງການໄອຍະການ ປະຊາຊົນສູງສຸດ, ຫົວໜ້າ-ຮອງຫົວໜ້າອົງການໄອຍະການ ປະຊາຊົນແຂວງ, ພະນັກງານໄອຍະການປະຊາຊົນ ເຂດ 1, ເຂດ 2 ຜູ້ຕາງໜ້າຈາກສານປະຊາຊົນແຂວງ, ເຂດ, ເຈົ້າໜ້າທີ່ສຶບສວນ-ສອບສວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ອ້ອມຂ້າງແຂວງຄໍາມ່ວນ ​ເຂົ້າຮ່ວມ.

​ໂອກາດ​ນີ້, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ມີເນັ້ນໜັກຕໍ່ຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ບັນດາຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດ ລະບຽບການເຂົ້າຮ່ວມຝຶກອົບ ຮົມຢ່າງເຂັ້ມງວດ, ເປັນເຈົ້າການປະສານສົມທົບ ການປະກອບຄວາມຄິດຄວາມເຫັນ ໃຫ້ມີຄວາມກົມກຽວ ແນໃສ່ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໜາຍທີ່ວາງໄວ້.

ພ້ອມ​ນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ກໍ​ໄດ້​ມີເຫັນຕໍ່ຊຸດຝຶກອົບຮົມຄັ້ງນີ້ວ່າ: ໃຫ້ຖືເອົາລະ ບຽບການຝຶກອົບຮົມຄັ້ງນີ້ ເປັນບາດກ້າວໜຶ່ງທີ່ເປັນບົດຮຽນ, ເປັນບ່ອນອີງໃຫ້ແກ່ ການປະຕິບັດໜ້າທີ່ ຄວນມີຢ່າງເປັນລະບົບ ໃຫ້ແຕ່ລະພາກສ່ວນຕາມ ທີ່ກົດໜາຍທີ່ກໍານົດໄວ້, ເພີ່ມທະວີໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ກໍານົດໄວ້ ໃນກົດໜາຍຢ່າງເຂັ້ມງວດ. ສະນັ້ນ, ບັນດາທ່ານທີ່ເຂົ້າຮ່ວມຝຶກອົບຮົມ ຕ້ອງນໍາເອົາບົດຮຽນ ໄປສົມທຽບໃສ່ກັບພຶດຕິກໍາຕົວຈິງ ໃນການເຄື່ອນໄຫວປະ ຕິບັດໜ້າທີ່ວຽກງານຢູ່ທ້ອງຖິ່ນຂອງຕົນ, ມີຄວາມຖືກຕ້ອງ ຫລື ມີ​ຂໍ້ຄົງຄ້າງບັນຫາໃດຕ້ອງຊອກ ໃຫ້ເຫັນສາເຫດໃນຕົວ ແລະ ນອກຕົວ ເພື່ອວາງແຜນການ, ມີມາດຕະການປັບປຸງແກ້ໄຂ ໃຫ້ມີຄວາມເປັນເອກະພາບ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ຖືກຕ້ອງ ຕາມກົດໜາຍຢ່າງເຂັ້ມງວດ ເພື່ອປະກອບສ່ວນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໜາຍໃຫ້ມີຜົນສັກສິດ; ນໍາເອົາບົດຮຽນດັ່ງກ່າວໄປໜູນໃຊ້ເຂົ້າ ໃນວຽກງານຢູ່ທ້ອງຖິ່ນຕົນ ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ເອົາໃຈໃສ່ຍົກລະດັບ ຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈແຈ້ງກ່ຽວກັບວຽກງານ ຕິດຕາມກວດກາການດໍາເນີນຄະດີອາຍາ, ການຕິດຕາມກວດກາ ການດໍາເນີນຄະດີແພ່ງ ລວມທັງທິດສະດີ ແລະ ຕົວຈິງໄປຄວບຄູ່ກັນ ​ເຊິ່ງເປັນອີກບາດກ້າວໜຶ່ງ ທີ່ພວກເຮົາໄດ້ຍົກ ບັນຫາຂຶ້ນມາຄົ້ນຄວ້າ ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດໃນພຶດຕິກໍາຕົວຈິງ ແລະ ຂອດການປະສານສົມທົບກັນລະ ຫວ່າງ ເຈົ້າໜ້າທີ່ສືບສວນ-ສອບສວນ, ສານ, ອົງການໄອຍະການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໜາຍ.

ຈາກນັ້ນ, ທ່ານ ພຸດທະວົງ ບົວລະພາ ຫົວໜ້າກົມກວດກາທົ່ວໄປ ຕາງໜ້າຄະນະໄດ້ມອບຄອມພິວເຕີ ຈໍານວນ 2 ຊຸດ ໃຫ້ອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນ ວຽກງານວິຊາສະເພາະ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໜ ຂຶ້ນ​ເທື່ອ​ລະ​ກ້ວ.

ຂ່າວ: ວົງເດືອນ

KPL

ຂ່າວອື່ນໆ

    • ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການການເມືອງ

      ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

      7/4/2024 3:01:40 PM

      ຂປລ. ພິທີລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານໃນວັນທີ 04 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າ​ເຊັນໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

    • ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024ການເມືອງ

      ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

      7/4/2024 2:54:51 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300.000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ໂຣສລານ ຮາຈິ ຍາຄັບ (Roslan Haji Yacub) ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

    • ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊການເມືອງ

      ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ

      7/4/2024 2:50:13 PM

      ຂປລ. ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ​ ​ແລະ ວິຊາການ​ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະກົດ 2024 ທີ່ ແຂວງບໍລິຄຳໄຊ.

    • ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດການເມືອງ

      ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດ

      7/4/2024 2:42:56 PM

      ຂປລ. ໃນວັນ​ທີ 3 ກໍລະກົດ 2024 ຜ່ານມານີ້, ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສ​ປ​ປ ລາວ ໄດ້​ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.

    • ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ການເມືອງ

      ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ

      7/4/2024 2:38:15 PM

      ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍເລຂາຄະນະບໍລິຫານງານພັກກະຊວງ, ບັນດາກຳມະການ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ads
ads

Top