ບຸກບືນສ້າງເສັ້ນທາງໄປທາງໜ້າຮ່ວມກັນ: ກອງປະຊຸມສຸດຍອດເພື່ອອະນາຄົດ

02/07/2024 17:01
Email Print 285
ຂປລ ຂປລ. ພວກເຮົາ ພວມຢືນຢູ່ຈຸດທີ່ເປັນບາດລ້ຽວອັນສຳຄັນຍິ່ງ ໃນເວທີລະດັບໂລກ ເຊິ່ງປັດຈຸບັນ ພວມຜະ ເຊີນກັບຫລາຍວິກິດການ; ໝາກຜົນຂອງການ​ພັດ​ທະ​ນາ ​ທີ່​​ໄດ້​ມາຢ່າງຍາກລຳບາກ ກຳລັງຖືກຄຸກຄາມ, ບັນດາຂໍ້ຂັດ​ແຍ່ງ​ທີ່​ຮຸນແຮງ​ກຳລັງລຸກລາມ, ຫລາຍປະເທດ ຖືກວິກິດ​ໜີ້​ສິນ ແລະ​ ຄ່າ​ຄອງ​ຊີບ, ຄວາມ​ບໍ່​ສະ​ເໝີ​ພາບ​ ແລະ ການ ຍົກຍ້າຍຖິ່ນຖານ ໄດ້ແຜ່ລາມເປັນວົງກວ້າງ;

ຂປລ. ພວກເຮົາ ພວມຢືນຢູ່ຈຸດທີ່ເປັນບາດລ້ຽວອັນສຳຄັນຍິ່ງ ໃນເວທີລະດັບໂລກ ເຊິ່ງປັດຈຸບັນ ພວມຜະ ເຊີນກັບຫລາຍວິກິດການ; ໝາກຜົນຂອງການ​ພັດ​ທະ​ນາ ​ທີ່​​ໄດ້​ມາຢ່າງຍາກລຳບາກ ກຳລັງຖືກຄຸກຄາມ, ບັນດາຂໍ້ຂັດ​ແຍ່ງ​ທີ່​ຮຸນແຮງ​ກຳລັງລຸກລາມ, ຫລາຍປະເທດ ຖືກວິກິດ​ໜີ້​ສິນ ແລະ​ ຄ່າ​ຄອງ​ຊີບ, ຄວາມ​ບໍ່​ສະ​ເໝີ​ພາບ​ ແລະ ການ ຍົກຍ້າຍຖິ່ນຖານ ໄດ້ແຜ່ລາມເປັນວົງກວ້າງ; ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ ພວມສ້າງຄວາມຫຍຸ້ງຍາກລຳບາກທີ່ສຸດ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ​ທີ່​ສຸດ ແລະ ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ ພັດໄດ້​ເພີ່ມ​ໄພ​ຄຸກຄາມອັນໃໝ່ຕື່ມ​ ໂດຍບໍ່ໄດ້​ຊ່ວຍ​ເຫລືອ​ມວນມະ​ນຸດ​​ ໃນການຫລຸດຜ່ອນຄວາມແຕກໂຕນ ດ້ານ​ດີ​ຈິ​ຕອນ​ທີ່​ມີ​ຢູ່ໄດ້​.

 ພວກເຮົາຮັບຊາບນຳກັນວ່າ ບໍ່ມີປະເທດໃດໜຶ່ງຈະສາມາດຜະເຊີນກັບ ສິ່ງທ້າທາຍເຫລົ່ານີ້ ໄດ້ໂດຍລຳພັງ, ບັນຫາເຫລົ່ານີ້ ຮຽກຮ້ອງໃຫ້ຕ້ອງມີວິທີ ການແກ້ໄຂໃນລະດັບສາກົນ ແຕ່ລະບົບຫລາຍຝ່າຍທີ່ມີໄວ້ ເພື່ອແກ້ໄຂສິ່ງທ້າ ທາຍສະໄໝໃໝ່ພັດບໍ່ທັນສະໄໝ, ລະບົບໂຄງສ້າງສາກົນ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ໄດ້ຖືກສ້າງຂຶ້ນ ໃນສັດຕະວັດທີ່ຜ່ານມາ, ລະ​ບົບ​ການ​ເງິນ​ສາກົນ ກໍ​ຫລ້າ​ສະ​ໄໝເຊັ່ນກັນ ເຊິ່ງສະ​ທ້ອນ​ໃຫ້​ເຫັນສະພາບຂອງໂລກ ໃນຕອນ​ທີ່​ມັນ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ມາເກືອບ 80 ປີ​ທີ່ແລ້ວ. ສະຖາບັນເຫລົ່ານີ້ຍັງຂາດກະບອກສຽງ ແລະ ການເປັນ ຕົວແທນຂອງບັນດາ ປະເທດກໍາລັງພັດທະນາ ທີ່ບໍ່ໄດ້ຮັບການສະໜັບສະໜູນຢ່າງ  ເໝາະສົມໃນຄວາມພະຍາຍາມ ຂອງປະເທດເຫລົ່ານີ້ ທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ).

 ພວກເຮົາຍັງເຫລືອເວລາບໍ່ເຖິງ 7 ປີກໍຈະຮອດກຳນົດເວລາຂອງການບັນລຸ ປພຍ, ແຕ່ການເກີດວິກິດການ ທັງໝົດເຫລົ່ານີ້ ໄດ້ສະແດງໃຫ້ເຫັນວ່າລະບົບຫລາຍຝ່າຍໃນປັດຈຸບັນ ບໍ່ສາມາດຮັບປະກັນອະນາຄົດໄດ້, ໂລກຂອງ ພວກເຮົາ ຕ້ອງຄິດຄືນໃໝ່ ເພື່ອປະຕິຮູບ ແລະ ຟື້ນຟູລະບົບຫລາຍຝ່າຍ ເພື່ອໃຫ້ແທດເໝາະກັບໂລກທີ່ພວກ ເຮົາອາໄສຢູ່ໃນປະຈຸບັນ.

 ຍ້ອນສະພາບດັ່ງກ່າວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອົງການ​ສະ​ຫະ​ປະ​ຊາ​ຊາດ​ ຈຶ່ງໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາຜູ້ ນຳໂລກ​ມາເຕົ້າໂຮມກັນໃນ ກອງປະ​ຊຸມ​ສຸດຍອດ​ເພື່ອອະ​ນາ​ຄົດ ແນໃສ່ໃຫ້ມີການຈິນຕະນາການ ຄືນໃໝ່ກ່ຽວກັບ​ລະ​ບົບ​ສາ​ກົນ ​ໂດຍ​ຜ່ານ​ຄວາມສາມັກຄີ ແລະ ການ​ປະສານສົມທົບກັນໃນ​ທົ່ວ​ໂລກ. ກອງປະຊຸມສຸດຍອດດັ່ງກ່າວ ຈະຈັດຂຶ້ນໃນວັນທີ 22-23 ກັນຍາ 2024 ທີ່ນະຄອນນິວຢອກ ເຊິ່ງຖື​ເປັນ​ໂອກາດ​​ພິເສດ​ໜຶ່ງ ສຳລັບ​ບັນດາ​ປະມຸກ​ລັດ/ຫົວໜ້າລັດຖະບານ ໃນການຮ່ວມກັນຮັບມືກັບບັນດາ​ວິ​ກິດ​ການ​ທີ່​ທັບຊ້ອນ​ກັນ​​ ໂດຍ​ຜ່ານ​ລະບົບການຮ່ວມມື​ຫລາຍຝ່າຍ ​ທີ່​ມີຄວາມເປັນ​ທຳ, ກວມລວມ ​ແລະ ມີ​ປະສິດທິ​ຜົນຫຼາຍຂຶ້ນກວ່າເກົ່າ-ເປັນລະບົບທີ່ເຮັດໜ້າທີ່ເພື່ອ ຜົນ​ປະ​ໂຫຍ​ດຂອງໝົດທຸກ​ປະ​ເທດ ແລະ ໝົດທຸກຄົນ ແລະ ເປັນລະບົບທີ່ເຮັດໃຫ້ທຸກຄົນ ສາມາດພ້ອມກັນກ້າວ ໄປ.

ກອງ​ປະຊຸມ​ສຸດ​ຍອດຄັ້ງນີ້​, ຈະເປັນການເລີ່ມຂະບວນການປ່ຽນແປງ ​ທີ່​ຈຳ​ເປັນ​ໃນ​​ລະດັບ​ໂລກ ​ເພື່ອ​ກະຕຸກ ຊຸກຍູ້​ຄວາມ​ສຳ​ເລັດ​ໃນ​ລະດັບ​ຊາດ ໂດຍສານຕໍ່ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ປພຍ ທີ່ຜ່ານມາ, ກອງປະຊຸມ​ບັນດາ​ຜູ້ນຳ​ໂລກ​ໃນ​ປີ​ນີ້ ​ຈະເປັນເວທີ ເພື່ອ​ເລັ່ງລັດ​ການ​ປະຕິບັດ​ວາລະ​​ປີ 2030 ເພື່ອການ​ພັດທະນາ​ແບບ​ຍືນ​ຍົງ. ຈຸດປະ ສົງ​ຫລັກ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ​ແມ່ນເພື່ອສ້າງເອກະສານ ​ຂໍ້ຕົກລົງ​ເພື່ອ​ອະນາຄົດ ທີ່ເນັ້ນໃສ່ການຈັດຕັ້ງປະຕິບັດ ຕົວຈິງ ເຊິ່ງປະກອບ​ມີ 5 ພາກ​ທີ່​ສຳຄັນ ຄື: ​ ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການສະໜອງເງິນທຶນ; ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ; ສ້າງ​ຄວາມເຂັ້ມແຂງໃຫ້​ແກ່​ຊາວ​ໜຸ່ມ ແລະ ຄົນຮຸ້ນຕໍ່ໄປ ​ແລະ​ ການຫັນປ່ຽນ​ລະບົບການ​ປົກຄອງຂອງ​ໂລກ.

ທຸກໆທາງເລືອກທີ່ພວກເຮົາຕັດສິນໃຈໃນ​ມື້​ນີ້, ​ຈະ​ມີ​ຜົນ​ກະ​ທົບຍາວນານ​ຕໍ່​ຄົນ​ຮຸ່ນຫລັງ​. ຖ້າພວກເຮົາກະ ຈາຍຊັບພະຍາກອນ ແລະ ກາລະໂອກາດຢ່າງເປັນທຳຫລາຍເທົ່າໃດ, ພວກເຮົາກໍຍິ່ງປູພື້ນຖານ ໄປສູ່ຜົນໄດ້ຮັບທີ່ດີ ກວ່າໃຫ້ແກ່ຄົນຮຸ່ນຕໍ່ໆໄປ ຫລາຍເທົ່ານັ້ນ. ໃນນັ້ນ ລວມມີ​ການ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງສ້າງການ​ເງິນ​ສາກົນ ​ເພື່ອ​ໃຫ້​ລະບົບດັ່ງກ່າວ ສາມາດຕອບສະໜອງຕາໜ່າງ ຄວາມປອດໄພທີ່ມີ​ປະສິດທິ​ຜົນ ​ໃຫ້​ແກ່​ບັນດາ​ປະ​ເທດ​ກຳລັງ​ພັດທະ ນາ ​ທີ່​ພວມປະສົບ​ກັບບັນຫາທ້າທາຍດ້ານງົບປະມານ ໃນການຮັກສາການລົງທຶນ ທີ່ຈຳເປັນດ້ານທຶນມະນຸດ ເພື່ອ​ສ້າງ​ເສດຖະກິດທີ່ເຂັ້ມ​ແຂງຂຶ້ນ​​ໃນ​ອະນາຄົດ. ນອກຈາກນັ້ນ,​ ຍັງໝາຍເຖິງການປະຕິບັດງານດ້ານດິນຟ້າອາກາດ ທີ່ເດັດ ຂາດຫລາຍຂຶ້ນກວ່າເກົ່າ, ຖືເອົາຄວາມຕ້ອງການຂອງຜູ້ທີ່ບໍ່ໄດ້ປະກອບສ່ວນ ໃນບັນຫາການປ່ຽນແປງດິນຟ້າອາກາດ ແຕ່ພັດກາຍເປັນຜູ້ທີ່ໄດ້ຮັບ ຜົນກະທົບຢ່າງໜັກໜ່ວງທີ່ສຸດ ໂດຍສະເພາະ ບັນດາປະເທດດ້ອຍພັດທະນາ. ອີກຢ່າງ ໜຶ່ງແມ່ນກ່ຽວຂ້ອງກັບການປິດຊ່ອງຫວ່າງ ຄວາມແຕກໂຕນທາງດ້ານດີຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີໃໝ່ໆ ເຊັ່ນ: ປັນຍາປະດິດ ເພື່ອເປັນສິ່ງຊຸກຍູ້ໃນທາງບວກ ສໍາລັບມວນມະນຸດທັງໝົດ ບໍ່ພຽງແຕ່ສໍາລັບຜູ້ທີ່ມີກຳລັງຈ່າຍ ໄດ້ເທົ່ານັ້ນ.

ອົງປະກອບຂ້າງເທິງ ແລະ ເນື້ອໃນອື່ນໆ ຂອງ ຂໍ້ຕົກລົງເພື່ອອະນາຄົດ ທີ່ຈະຮັບຮອງເອົາ ແມ່ນສອດຄ່ອງ ກັບ ສປປ ລາວ ເຊິ່ງເປັນປະເທດດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດທະເລ ທີ່ມີນະໂຍບາຍການຕ່າງປະເທດ ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ. ສປປ ລາວ ​ໄດ້​ເຂົ້າ​ຮ່ວມກອງ ປະຊຸມ​ປຶກສາ​ຫາລື​ ລະຫວ່າງ​ ລັດຖະບານ​ກ່ຽວ​ກັບ​ ຮ່າງຂໍ້ຕົກລົງ​ດັ່ງກ່າວ ​ແລະ​ ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະໃຫ້ການນໍາຂັ້ນສູງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ໃນ​ເດືອນ​ກັນຍານີ້.

 ສປປ ລາວ ຈະສານຕໍ່ວຽກງານທີ່ພວມຊຸກຍູ້ ຢູ່ໃນປັດຈຸບັນ ໃນຖານະເປັນປະທານໝູນວຽນ ສະມາຄົມ ບັນດາ​ປະຊາ​ຊາດ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ພາຍໃຕ້ຄຳຂວັນ​ ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງອາຊຽນ ເຊິ່ງສະແດງໃຫ້ເຫັນເຖິງ​ຄວາມເອົາໃຈໃສ່ຂອງ ສປປ ລາວ ໃນການ​ຊອກ​ຫາ​ວິທີ​ແກ້​ໄຂ​ຮ່ວມ​ກັນ ​ຕໍ່​ບັນດາ​ສິ່ງ​ທ້າ​ທາຍ​ລວມ ຈາກ​ຄວາມບໍ່ມີສະຖຽນລະພາບ ​ດ້ານ​ເສດຖະກິດ​ມະຫາ​ພາກ, ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ ກາດ, ການ​ເຄື່ອນ​ຍ້າຍ​ຖິ່ນຖານທີ່​ບໍ່​ໄດ້​ວາງ​ແຜນໄວ້ ​ແລະ ຕົວແທນຂອງແມ່ຍິງ ໃນຂະບວນການຕັດສິນບັນຫາຍັງ ບໍ່ ທັນສູງ  ໄປຈົນ​ເຖິງ​ການ​ຫັນ​ປ່ຽນດ້ານ​ດີຈິ​ຕອນ, ການ​ຟື້ນ​ຟູ​ເສດຖະກິດ ​ແລະ ການ​ເຕີບ​ໂຕ​ທີ່​ເປັນທຳ ​ທີ່​ສົ່ງເສີມ ການພັດທະນາມະນຸດ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ທົ່ວ​ພາກ​ພື້ນ.

ທີມງານຂອງອົງການສະຫະປະຊາຊາດປະຈຳ ສປປ ລາວ ມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນ ສປປ ລາວ ໃນຄວາມພະຍາຍາມສົ່ງເສີມການແລກປ່ຽນ ແລະ ການຮ່ວມມືສາກົນ, ແລກປ່ຽນຂໍ້ມູນກ່ຽວກັບການຈັດ ຕັ້ງປະຕິບັດທີ່ມີຜົນສຳເລັດ ຂອງປະເທດ ໃນເວທີສາກົນຕ່າງໆ ແລະ ໝູນໃຊ້ປະສົບການ ທີ່ໄດ້ຮັບການພິສູດແລ້ວ ຈາກປະເທດຕ່າງໆ ເພື່ອໃຫ້ບັນລຸບັນດາເປົ້າໝາຍ ການພັດທະນາປະເທດຊາດ ແລະ ເປົ້າໝາຍການພັດທະນາແບບ ຍືນຍົງ. ທັງໝົດນີ້​ ​ສະ​ແດງ​ໃຫ້​ເຫັນ​ເຖິງ​ແຮງຜັກດັນ ຂອງວຽກ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ພາຍ​ໃຕ້​ຂອບ​ວຽກການ​ຮ່ວມ​ມື ລະຫວ່າງ ສປປ ລາວ-ອົງການ ສປຊ ວ່າດ້ວຍ​ການ​ພັດທະນາ​ແບບ​ຍືນ​ຍົງ ສົກປີ 2022-2026. ບົດລາຍງານແຫ່ງຊາດແບບສະໝັກໃຈ ຂອງ ສປປ ລາວ ສະບັບທີ 3 ກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວາລະປີ 2023 ເພື່ອການພັດທະນາແບບຍືນຍົງ ເປັນຕົວຢ່າງໜຶ່ງຂອງການຮ່ວມມືລະຫວ່າງບັນດາຜູ່ມີສ່ວນກ່ຽວ ຂ້ອງ ໃນລະດັບຊາດ ແລະ ສາກົນ.

ເພື່ອ​ບັນລຸຕາມຈຸດປະສົງ ຂອງ​ກອງ​ປະຊຸມ​ສຸດ​ຍອດເພື່ອອະນາຄົດ, ການເຂົ້າ​ຮ່ວມຢ່າງ​ມີເນື້ອໃນ ​ຈາກ​ທຸກ​ພາກສ່ວນທີ່ກ່ຽວຂ້ອງ​ແມ່ນສຳຄັນຫລາຍ. ລັດ​ຖະ​ບານປະເທດຕ່າງໆ ກໍຄື ບັນດາການຈັດຕັ້ງຢູ່ທ້ອງຖິ່ນ, ອົງ​ການ​ຈັດ​ຕັ້ງ​ທາງສັງຄັມ, ພາກ​​ເອ​ກະ​ຊົນ ແລະ ສະ​ຖາ​ບັນ​ການ​ເງິນ ຕະຫລອດເຖິງຜູ້​ຕາງ​ໜ້າ​ແມ່​ຍິງ ແລະ ຊາວໜຸ່ມ ​ມີ​ບົດ​ບາດ​ໃນ​ການ​ກຳນົດຜົນຂອງກອງປະຊຸມຄັ້ງນີ້,  ຄຳຄິດເຫັນ​ຂອງທຸກພາກສ່ວນ ລ້ວນແຕ່​ມີ​ຄວາມ​ສຳຄັນຕໍ່ ຂໍ້ຕົກລົງ​​ເພື່ອ​ອະ​ນາ​ຄົດ ແລະ​ ເອ​ກະ​ສານຊ້ອນທ້າຍຫຼັກ​ສອງສະບັບຄື: ຖະ​ແຫລງ​ການ​ວ່າດ້ວຍ​ ຄົນຮຸ່ນ​ຕໍ່ໄປ ແລະ ຂໍ້ຕົກລົງ ສາກົນດ້ານດີຈິຕອນ. ​ແທ້​ຈິງ​ແລ້ວ, ການມີສ່ວນ​ຮ່ວມ​ ​ແລະ ການ​ປຶກສາຫາລືຢູ່​​ພາຍ​ໃນ ​ແລະ ​ລະຫວ່າງ​ປະ​ເທດ ຕ່າງໆ ​ຖືເປັນ​ຫລັກການ​ຊີ້ນຳ ໃຫ້ແກ່​ບັນດາ​ຄວາມ​ພະຍາຍາມ​ຮ່ວມກັນ​ ເພື່ອ​ຟື້ນ​ຟູ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສາທາ ລະນະຊົນຕໍ່​ບັນດາ​ອົງການ​ສາກົນ.

 

ກອງ​ປະຊຸມ​ສຸດ​ຍອດ​ເພື່ອອະນາຄົດ​​ ເປັນໂອກາດຄັ້ງດຽວໃນຄົນຮຸ່ນໜຶ່ງ ທີ່ຈະຄິດທົບທວນ​ຄືນ​ໃໝ່ ​ແລະ ສ້າງຄວາມເຂັ້ມແຂງຄືນໃໝ່ ໃຫ້ແກ່ລະບົບການພົວພັນຫລາຍຝ່າຍຂອງ​ພວກ​ເຮົາ, ເປົ້າໝາຍຂອງກອງປະຊຸມສຸດ ຍອດ ມີຄວາມຄາດຫວັງສູງ ແນໃສ່ສ້າງກາລະໂອກາດສຳຄັນເພື່ອການປ່ຽນແປງ. ບົນຈິດໃຈແຫ່ງຄວາມສາມັກຄີ ແລະ ເປົ້າໝາຍອັນດຽວກັນ, ພວກເຮົາສາມາດ ຜ່ານຜ່າສິ່ງທ້າທາຍໃນປັດຈຸບັນ ແລະ ສ້າງໂລກທີ່ດີກວ່າໃຫ້ແກ່ຄົນຮຸ່ນຕໍ່ໄປ ເຊິ່ງໂອກາດດັ່ງກ່າວນີ້ ບໍ່ສາມາດປະປ່ອຍໃຫ້ຜ່ານໄປໄດ້.

ຂຽນໂດຍ: ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

KPL

ຂ່າວອື່ນໆ

    • ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການການເມືອງ

      ລາວ ແລະ ກາຊັກສະຖານ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

      7/4/2024 3:01:40 PM

      ຂປລ. ພິທີລົງນາມສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານໃນວັນທີ 04 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ຕາງໜ້າ​ເຊັນໂດຍ ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ການັດ ຕູມີດຊ໌ (Kanat Tumysh) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກາຊັກສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

    • ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024ການເມືອງ

      ບຣູໄນ ດາຣູຊາລາມ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

      7/4/2024 2:54:51 PM

      ຂປລ. ໃນວັນທີ 4 ກໍລະກົດ 2024 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮັບເງິນສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຈາກລັດຖະບານ ບຣູໄນ ດາຣູຊາລາມ ຈໍານວນ 300.000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ໂຣສລານ ຮາຈິ ຍາຄັບ (Roslan Haji Yacub) ເອກອັກຄະຣາຊະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ ໂດຍມີພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

    • ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊການເມືອງ

      ຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ

      7/4/2024 2:50:13 PM

      ຂປລ. ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ​ ​ແລະ ວິຊາການ​ ອົງການໄອຍະການປະຊາຊົນແຂວງ​ ແລະ​ ອົງການໄອຍະການປະຊາຊົນເຂດ​ 1 ແຂວງບໍລິຄຳໄຊ ໃນວັນທີ 3 ກໍລະກົດ 2024 ທີ່ ແຂວງບໍລິຄຳໄຊ.

    • ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດການເມືອງ

      ລາວ-ໄທ ເພີ່ມທະວີການພົວພັນຮ່ວມມື ສອງປະເທດ

      7/4/2024 2:42:56 PM

      ຂປລ. ໃນວັນ​ທີ 3 ກໍລະກົດ 2024 ຜ່ານມານີ້, ​ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສ​ປ​ປ ລາວ ໄດ້​ໂອ້ລົມຜ່ານໂທລະສັບ ກັບທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເພື່ອແລກປ່ຽນຄວາມຄິດເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ.

    • ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ການເມືອງ

      ກະຊວງຍຸຕິທຳ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ

      7/4/2024 2:38:15 PM

      ຂປລ. ກະຊວງຍຸຕິທຳ ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນກະຊວງຍຸຕິທຳ ໃນວັນທີ 3 ກໍລະກົດ 2024 ໂດຍການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍເລຂາຄະນະບໍລິຫານງານພັກກະຊວງ, ບັນດາກຳມະການ ຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ads
ads

Top