ສະພາປະຊາຊົນແຂວງບໍລິຄຳໄຊ ເອົາໃຈໃສ່ປະຕິລັດພາລະບົດບາດຂອງຕົນ

27/06/2024 10:34
Email Print 334
ຂປລ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

     *ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຕະຫລອດໄລຍະຜ່ານມາສະພາປະຊາຊົນແຂວງບໍລິຄໍາໄຊ ສາມາດປະຕິບັດພາລະບົດບາດຂອງຕົນຢ່າງພົ້ນເດັ່ນ ໂດຍສະເພາະແມ່ນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນລຶບລ້າງຄວາມທຸກຍາກຂອງແຂວງ ຕໍ່ວຽກງານດັ່ງກ່າວນີ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ເອົາໃຈໃສ່ພົວພັນປະສານສົມທົບກັບອົງການປົກຄອງແຂວງ ພ້ອມກັນເຄື່ອນໄຫວຈັດຕັ້ງປະຕິບັດບົດບາດ, ສິດ ແລະ ໜ້າທີ່ຂອງໃຜລາວ ຕາມໜ້າທີ່ທີ່ກໍານົດໄວ້ໃນລະບຽບກົດໝາຍ, ຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ. 

    ພ້ອມດຽວກັນບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ຍັງເຮັດໜ້າທີ່ໂຄນະນາປຸກລະດົມກໍາລັງແຮງສັງລວມຂອງປະຊາຊົນບັນດາເຜົ່າເຂົ້າ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງເຂົາເຈົ້າຕາມແນວທາງຂອງພັກ, ເຮັດໜ້າທີ່ຊຸກຍູ້ຫົວໜ່ວຍທຸລະກິດ, ເສດຖະກິດ, ຫົວໜ່ວຍການລົງທຶນ, ອົງການຈັດຕັ້ງສັງຄົມຕ່າງໆ ເຮັດໜ້າທີ່ມີສ່ວນຮ່ວມໃນວຽກພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າຕາມແຜນງານ, ໂຄງການແຕ່ລະໄລຍະທີ່ກົດໝາຍທີ່ວາງໄວ້. ນອກຈາກນັ້ນ ຍັງໄດ້ປະຕິບັດບົດບາດເປັນໃຈກາງການປະສານງານສ້າງຄວາມເຂົ້າໃຈ ລະຫວ່າງພໍ່- ແມ່ປະຊາຊົນບັນດາເຜົ່າກັບອົງການປົກຄອງລັດ ໃນການແກ້ໄຂບັນຫາຂໍ້ຂ້ອງໃຈ, ຄໍາສະເໜີໃນວຽກງານບໍລິຫານການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.

     ຂະນະດຽວກັນກໍມີການແລກປ່ຽນບົດຮຽນກັບສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຕາມຫລັກການຂອງພັກ, ຕາມທິດທາງລວມຂອງສະພາແຫ່ງຊາດ, ຂອງອົງການປົກຄອງແຂວງ ຄື: ໄດ້ຮ່ວມກັບຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ເດີນທາງໄປຢ້ຽມຢາມເພື່ອພົບປະແລກປ່ຽນບົດຮຽນ ຢູ່ ສສ ຫວຽດນາມ, ເຂົ້າຮ່ວມກອງປະຊຸມຄະນະຜູ້ແທນຂັ້ນສູງ ລະຫວ່າງ ແຂວງບໍລິຄໍາໄຊ ກັບ ແຂວງຮ່າຕິງ, ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນແບບທາງໄກກ່ຽວກັບການສ້າງກົດໝາຍ ລະຫວ່າງ ສະພາແຫ່ງຊາດ ສປປ ລາວ ແລະ ສະພາແຫ່ງຊາດ  ສສ ຫວຽດນາມ. ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ສປປ ລາວ ກັບຫ້ອງວ່າການສະພາແຫ່ງຊາດ ສສ ຫວຽດນາມ ຄັ້ງທີ 9 ຢູ່ແຂວງກວາງບິງ ສສ ຫວຽດນາມ; ເຂົ້າຮ່ວມວາງພວງມາລາ, ມອບ-ຮັບອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ແຂວງ ກັບ ຄືນປະເທດ ປະຈໍາປີ 2022. ອັນພ້ົນເດ່ັນແມ່ນປີ 2022 ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ຮ່ວມກັບສະພາປະຊາຊົນແຂວງຮ່າຕິ່ງ ສສ ຫວຽດນາມ, ພ້ອມນີ້ໄດ້ມີພິທີເຊັນບົດບັນທຶກຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ແລະ ຄາດວ່າ ປີ 2024 ຄະ ນະຜູ້ແທນສະພາປະຊາຊົນແຂວງ ຈະໄດ້ເດີນທາງໄປພົບປະແລກປ່ຽນບົດຮຽນສະພາປະຊາຊົນແຂວງ ຢູ່ແຂວງຮ່າຕິງ ສສ ຫວຽດນາມ ຕາມແຜນຄາດວ່າໃນທ້າຍເດືອນ ກໍລະກົດ 2024 ນີ້.

ໂດຍ:  ມາລີດາ

KPL

ຂ່າວອື່ນໆ

    • ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດການເມືອງ

      ກວດກາຄວາມສ່ອດຄ່ອງ ຮ່າງລັດຖະບັນ ຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ

      7/2/2024 5:26:59 PM

      ຂປລ. ກອງປະຊຸມກວດກາຄວາມສ່ອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງລັດຖະບັນຍັດວ່າດ້ວຍ ເຂດຍຸດທະສາດປ້ອງກັນຊາດ ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີຜູ້ຕາງໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ ແລະ ພະນັກ ງານ ກ່ຽວຂ້ອງເຂົ້າຮ່ວມ.

    • ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນການເມືອງ

      ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາວຽກກະກຽມຊ້ອມຮົບຮ່ວມລາວ-ຈີນ

      7/2/2024 5:19:43 PM

      ຂປລ. ໃນວັນທີ 1 ກໍລະກົດ 2024 ຜ່ານ​ມາ, ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ລົງຊີ້ນໍາ-ກວດກາ ວຽກງານ ກະກຽມຊ້ອມຮົບຮ່ວມລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງມິດຕະພາບ 2024", ມີບັນດາຄະນະຊີ້ນໍາລວມ, ອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາການເມືອງ

      ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດເຢຍລະມັນ ອຳລາ

      7/2/2024 5:11:16 PM

      ຂປລ. ໃນວັນທີ 2 ກໍລະກົດ 2024 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ນາງ ແອນເນັດ ຄະນົບລັອກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ໃນໂອກາດ ສຳເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ.

    • ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍການເມືອງ

      ຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານກົດໜາຍ

      7/2/2024 5:01:15 PM

      ຂປລ. ຊຸດຝຶກອົບຮົມ ວຽກງານສ້າງຄວາມເຂັ້ມແຂງທາງດ້ານກົດໜາຍ ໃຫ້ແກ່ພະນັກງານອົງ ການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການສຶບສວນ-ສອບສວນ ຈັດ​ຂຶ້ນ​ໃນ​ວັນ​ທີ 1-3 ກໍລະ ກົດ 2024 ຢູ່​ແຂວງ​ຄຳ​ມ່ວນ

    • ບຸກບືນສ້າງເສັ້ນທາງໄປທາງໜ້າຮ່ວມກັນ: ກອງປະຊຸມສຸດຍອດເພື່ອອະນາຄົດການເມືອງ

      ບຸກບືນສ້າງເສັ້ນທາງໄປທາງໜ້າຮ່ວມກັນ: ກອງປະຊຸມສຸດຍອດເພື່ອອະນາຄົດ

      7/2/2024 5:01:12 PM

      ຂປລ. ພວກເຮົາ ພວມຢືນຢູ່ຈຸດທີ່ເປັນບາດລ້ຽວອັນສຳຄັນຍິ່ງ ໃນເວທີລະດັບໂລກ ເຊິ່ງປັດຈຸບັນ ພວມຜະ ເຊີນກັບຫລາຍວິກິດການ; ໝາກຜົນຂອງການ​ພັດ​ທະ​ນາ ​ທີ່​​ໄດ້​ມາຢ່າງຍາກລຳບາກ ກຳລັງຖືກຄຸກຄາມ, ບັນດາຂໍ້ຂັດ​ແຍ່ງ​ທີ່​ຮຸນແຮງ​ກຳລັງລຸກລາມ, ຫລາຍປະເທດ ຖືກວິກິດ​ໜີ້​ສິນ ແລະ​ ຄ່າ​ຄອງ​ຊີບ, ຄວາມ​ບໍ່​ສະ​ເໝີ​ພາບ​ ແລະ ການ ຍົກຍ້າຍຖິ່ນຖານ ໄດ້ແຜ່ລາມເປັນວົງກວ້າງ;

ads
ads

Top