ອົງການຮ່ວມມື ຊຽງໄຮ້ ເພີ່ມທະວີການເຊື່ອມຕໍ່-ບົດບາດດ້ານຄວາມໝັ້ນຄົງ

02/07/2024 20:09
Email Print 138
ຂປລ ກາຊັກສະຖານ ຈະຈັດກອງປະຊຸມ ສຸດຍອດ ອົງການ ຮ່ວມມື ຊຽງໄຮ້ (SCO) ປີນີ້ ແມ່ນສຸມໃສ່ ປຶກສາຫາລື ໃນການເພີ່ມທະວີ ການເຊື່ອມຕໍ່ ດ້ານການຄ້າ ພາຍໃນກຸ່ມ, ປັບປຸງ ການຮ່ວມມື ພະລັງງານ, ຄວາມໝັ້ນຄົງ ແລະ ຂະຫຍາຍ ສະມາຊິກ ໃນສະພາບການ ທີ່ຄວາມຂາດ ສະຖຽນລະພາບ ດ້ານພູມີສາດ ການເມືອງ ມີທ່າອ່ຽງ ເພີ່ມຂຶ້ນ ໃນໂລກ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ນັບແຕ່ ວັນທີ 3–4 ກໍລະກົດ, ຢູ່ນະຄອນຫລວງ ອັດສະຕານາ ຂອງ ກາຊັກສະຖານ ຈະຈັດກອງປະຊຸມ ສຸດຍອດ ອົງການ ຮ່ວມມື ຊຽງໄຮ້ (SCO) ປີນີ້ ແມ່ນສຸມໃສ່ ປຶກສາຫາລື ໃນການເພີ່ມທະວີ ການເຊື່ອມຕໍ່ ດ້ານການຄ້າ ພາຍໃນກຸ່ມ, ປັບປຸງ ການຮ່ວມມື ພະລັງງານ, ຄວາມໝັ້ນຄົງ ແລະ ຂະຫຍາຍ ສະມາຊິກ ໃນສະພາບການ ທີ່ຄວາມຂາດ ສະຖຽນລະພາບ ດ້ານພູມີສາດ ການເມືອງ ມີທ່າອ່ຽງ ເພີ່ມຂຶ້ນ ໃນໂລກ. ຫລັງຈາກ ໄດ້ຮັບ ການສ້າງຕັ້ງ ເມື່ອປີ 2001 ຢູ່ ຊຽງໄຮ້ (ສປ ຈີນ), ອົງການ ຮ່ວມມື ຊຽງໄຮ້ (SCO) ໃນປັດຈຸບັນ ລວມມີ 9 ປະເທດ ສະມາຊິກຄື: ສປ ຈີນ, ຣັດເຊຍ, ກາຊັກສະຖານ, ກຽກກີສະຖານ, ຕັກຈີກິດສະຖານ, ອູສເບກິດສະຖານ, ປາກິດສະຖານ, ອິນເດຍ ແລະ ອີຣານ. SCO ກວມເອົາກວ່າ 60% ເນື້ອທີ່ ທະວີບ ອາຊີ - ເອີຣົບ (Eurasia), ເກືອບ 50% ປະຊາກອນ ທົ່ວໂລກ ແລະ 32% GDP ທົ່ວໂລກ. ໃນບົດບາດ ເປັນປະທານ ໝູນວຽນ SCO, ນັບແຕ່ຕົ້ນປີ, ກາຊັກສະຖານ ໄດ້ຈັດເກືອບ 180 ເຫດການ, ໂດຍສຸມໃສ່ ບັນດາ ຫົວຂໍ້ ເພີ່ມທະວີ ຄວາມໝັ້ນຄົງ, ສະຖຽນລະພາບຢູ່ ບັນດາປະເທດ ສະມາຊິກ ແລະ ພາກພື້ນ, ພ້ອມທັງ ຊຸກຍູ້ບັນດາ ຍຸດທະສາດ ຍາວນານ ກ່ຽວກັບ ການເຊື່ອມຕໍ່ ດ້ານການຄ້າ, ການລົງທຶນ, ຄົມມະນາຄົມ ແລະ ພະລັງງານ. ໂດຍອີງໃສ່ ທ່າໄດ້ປຽບລວມ ຂອງຫລາຍປະເທດ ສະມາຊິກ SCO ນັ້ນແມ່ນ ມີແຫລ່ງ ຊັບພະຍາກອນ ທຳມະຊາດ, ແຮ່ທາດ ແລະ ພະລັງງານ ທີ່ອຸດົມສົມບູນ, ກາຊັກສະຖານ ຖືການຮ່ວມມື ດ້ານພະລັງງານ ແມ່ນບຸລິມະສິດ ແຖວໜ້າ ເພື່ອປຶກສາ ຫາລື ໃນກອງປະຊຸມ ສຸດຍອດ SCO ປີນີ້. ໃນກອງປະຊຸມ ລັດຖະມົນຕີ ກະຊວງພະລັງງານ ບັນດາ ປະເທດ SCO ເຊິ່ງຖືກຈັດຂຶ້ນ ໃນທ້າຍເດືອນ ມິຖຸນາ ຢູ່ນະຄອນຫລວງ ອັດສະຕານາ, ລັດຖະບານ ກາຊັກສະຖານ ໄດ້ປະກາດຍຸດທະສາດ ພັດທະນາ ການຮ່ວມມື ດ້ານພະລັງງານ ລະຫວ່າງ ບັນດາ ປະເທດ SCO ຮອດປີ 2030” ຢ່າງເປັນທາງການ ເພື່ອໃຫ້ປະມຸກລັດ ບັນດາ ປະເທດ SCO ໃຫ້ສັດຕະຍາບັນ ໃນກອງປະຊຸມ ສຸດຍອດ ຄັ້ງນີ້. ຈາກນັ້ນ ທ່ານ ອາລມາສາດາມ ແສດກາບີເຢບ(Almasadam Satkaliyev), ລັດຖະມົນຕີ ກະຊວງ ພະລັງງານ ກາຊັກສະຖານ ໃຫ້ຮູ້ວ່າ: ເອກະສານ ສະບັບນີ້ ໄດ້ຍົກອອກ ບາງທິດ ທາງ ຍຸດທະສາດ ພື້ນຖານ. ທຳອິດ, ແມ່ນຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ, ລວມມີ ການສ້າງບັນດາ ໂຄງການ ລົງທຶນ ທີ່ມີຂອບ ຂະໜາດໃຫຍ່ ໃນບັນດາຂົງເຂດ, ຄື: ຜະລິດ ພະລັງງານ ໄຟຟ້າ, ຂຸດຄົ້ນບັນດາແຫລ່ງ ພະລັງງານ ທົດແທນ, ພັດທະນາ ຕາໜ່າງໄຟຟ້າ ແຫ່ງຊາດ ແລະ ສ້າງບັນດາ ສາຍສົ່ງໄຟຟ້າ ຂ້າມຊາຍແດນ, ສ້າງລະບົບ ສະສົມ ພະລັງງານ, ລົງທຶນ ເຂົ້າການພັດທະນາ ແລະ ການຜະລິດ ບັນດາແຫລ່ງ ພະລັງງານອື່ນ, ລວມທັງ ໄຮໂດຣຄາບອນ (hydrocarbon)”. ໄປຄຽງຄູ່ກັບ ການຮ່ວມມື, ການເຊື່ອມຕໍ່ ດ້ານພະລັງງານ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ຄົມມະນາຄົມ (ທາງບົກ ແລະ ທາງລົດໄຟ), ທ່າກ່ຳປັ່ນ, ເຕັກໂນໂລຢີ ກໍແມ່ນບັນດາຂົງເຂດບຸລິມະສິດ ທີ່ໄດ້ນຳມາປຶກສາ ຫາລື ໃນກອງປະຊຸມ ສຸດຍອດ SCO ປີນີ້, ໃນນັ້ນ ພົ້ນເດັ່ນແມ່ນ ໂຄງການເສັ້ນທາງຂົນສົ່ງສາກົນ ລະຫວ່າງ ທະເລ Caspi (TITR), ໂດຍເລີ່ມຈາກ ສປ ຈີນ ແລະ ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ), ຜ່ານ ກາຊັກສະຖານ, ທະເລ Caspi, ອາເຊັກໄບຢານ ແລະ ສິ້ນສຸດ ຢູ່ເຂດພາກໃຕ້ Caucasus. ຫວ່າງ ມໍ່ໆມານີ້, ສປ ຈີນ, ອູເບກິດສະຖານ ແລະ ກຽກກິດສະຖານ ກໍໄດ້ລົງນາມ ໃນຂໍ້ຕົກລົງ ສ້າງແລວລົດໄຟ ເຊື່ອມຕໍ່ 3 ປະເທດ ຄືດັ່ງສ່ວນໜຶ່ງ ຂອງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ” (BRI), ແນໃສ່ເຊື່ອມຕໍ່ ເສດຖະກິດ ດີຈີຕອນ, ຫັນການຄ້າ ເອເລັກໂຕນິກ, ພາສີເອເລັກໂຕນິກ ໃຫ້ຄົບຊຸດ ເທື່ອລະກ້າວ. ສິ່ງທີ່ໜ້າສົນໃຈແມ່ນ, SCO ກໍພວມເພີ່ມລະດັບຄວາມໄວ ໃນການດຳເນີນ ແຜນການ ສ້າງໂຄງປະກອບ ດ້ານການເມືອງ ສະເພາະ, ລວມມີ ກົນໄກຊຳລະ ແລະ ການນຳໃຊ້ສະກຸນເງິນ ພາຍໃນ ຂອງບັນດາປະເທດ ສະມາຊິກ SCO ໃນການທຳທຸລະກຳ ການຄ້າ ພາຍໃນກຸ່ມ. ເຖິງວ່າ ເລີ່ມຕົ້ນແມ່ນອົງການຈັດຕັ້ງ ວາງໜ້າທີ່ຈຸດສຸມ ເຂົ້າໃນການປັບປຸງ ການສົນທະນາ ດ້ານເຈລະຈາ ວັດທະນະທຳ ແລະ ເພີ່ມທະວີ ການຮ່ວມມື ດ້ານເສດຖະກິດ ຢູ່ພາກພື້ນ ອາຊີກາງ, ແຕ່ດ້ວຍການເຂັ້ມແຂງ ຂອງບັນດາ ປະເທດ ສະມາຊິກ ແຖວໜ້າ ແລະ ການຂະຫຍາຍ ສະມາຊິກໃໝ່ ຕື່ມອີກນັ້ນ, SCO ພວມນັບມື້ ນັບເປີດກວ້າງ ຜົນກະທົບຂອງຕົນ, ກາຍເປັນໜຶ່ງ ໃນບັນດາ ອົງການ ລະດັບພາກພື້ນ ທີ່ມີບົດບາດສຳຄັນ ແຖວໜ້າໂລກ ໃນດ້ານເສດຖະກິດ, ພະລັງງານ (ນ້ຳມັນບໍ່, ອາຍແກັດ, ຢູເຣນຽມ (uranium)), ພ້ອມດຽວກັນນັ້ນ ທີ່ຕັ້ງບົດບາດ ດ້ານຄວາມໝັ້ນຄົງ ແລະ ພູມສາດ ການເມືອງ ກໍນັບມື້ ນັບໄດ້ຮັບການຍົກສູງຂຶ້ນ. ພາຍຫລັງ ອີຣານ ເຂົ້າເປັນສະມາຊິກໃໝ່ ໃນປີ 2023, SCO ຄາດວ່າ ຈະຮັບ ເບລາຣຸດ ເຂົ້າເປັນສະມາຊິກ ປະເທດທີ 10 ໃນກອງປະຊຸມ ສຸດຍອດ SCO ປີ 2024 ນີ້, ຜ່ານນັ້ນ ກໍເປີດກວ້າງ ຂອບຂະໜາດ ພູມສາດ ແລະ ຜົນກະທົບ ໄປຍັງພາກພື້ນ ເອີຣົບ ຕາເວັນອອກ. ທ່ານ ເຊີເກ ລາຣໍຟ(Sergei Lavrov), ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ:ກ່ຽວຂ້ອງເຖິງ SCO, ທຸກເລື່ອງ ທີ່ໄດ້ຕົກ ລົງກັນແລ້ວ ແລະ ຂໍ້ຕົກລົງ ທຸກສະບັບ ກໍ່ໄດ້ຮັບ ການຮັບປະກັນແລ້ວ. ການເຄື່ອນໄຫວ ທຳອິດ ຂອງກອງປະຊຸມສຸດຍອດ SCO ຢູ່ Astana ແມ່ນເລື່ອງຮັບ ເບລາຣຸດ ເຂົ້າເປັນສະມາຊິກ ສົມບູນຂອງ SCO ແລະ ຫລັງຈາກນັ້ນ, ເບລາຣຸດ ກໍ່ສາມາດ ເຂົ້າຮ່ວມ ກອງປະຊຸມ ດ້ວຍຖານະ ເປັນສະມາຊິກ ສົມບູນ ຄືກັບ ທຸກປະເທດ ສະມາຊິກອື່ນໆ”.ຕາມນັກຊ່ຽວຊານ Maxim Kramarenko, ຜູ້ນຳໜ້າ ສູນຂໍ້ມູນ ຂ່າວສານ ແລະ ການໄຈ້ແຍກຂອງ ສະຖາບັນ ນະໂຍບາຍ ອາຊີ-ເອີຣົບ” (ກາຊັກສະຖານ), ກອງປະຊຸມ ສຸດຍອດ SCO ປີ 2024 ອາດຈະເລີ່ມຕົ້ນ ໂຄງປະກອບ ຄວາມໝັ້ນຄົງ ລວມໝູ່ໃໝ່ ຢູ່ພາກພື້ນ ອາຊີ-ເອີຣົບ. ລະອຽດ, ນອກຈາກການຮັບ ເບລາຣຸດ ເຂົ້າເປັນ ສະມາຊິກນັ້ນ, ກອງປະຊຸມ ສຸດຍອດ SCO ຢູ່ ອັດສະຕານາ  ກໍອາດຈະເປັນຈຸດເວລາ ປະກາດ ການສ້າງຕັ້ງ ສູນຮັບມື ກັບສິ່ງທ້າທາຍ ແລະ ໄພນາບຂູ່ ດ້ານຄວາມໝັ້ນຄົງ ແຫ່ງໃໝ່.ເປົ້າໝາຍ ຂອງສູນແຫ່ງໃໝ່ນີ້ ແມ່ນປົກປ້ອງ ອະທິປະໄຕ ຂອງບັນດາ ປະເທດ ສະມາຊິກ SCO ບໍ່ໃຫ້ຖືກກະທົບ ຈາກພາຍນອກ, ໃນສະພາບການ ປະທະກັນ ແລະ ຂາດສະຖຽນ ລະພາບ ດ້ານພູມີສາດ ການເມືອງໃນໂລກ ທີ່ນັບມື້ ນັບສັບສົນ. ການກະທຳນີ້ ກໍເໝາະສົມກັບ ຖະແຫລງການ ໂດຍ ທ່ານ Tokayev ໄດ້ຍົກອອກມາ ກ່ອນໜ້ານັ້ນ ເຊິ່ງມີເນື້ອໃນວ່າ SCO ຕ້ອງຕໍ່ສູ້ ດັບສູນ “3 ກຳລັງ ຊົ່ວຮ້າຍ”, ລວມມີ: ລັດທິ ກໍ່ການຮ້າຍ, ລັດທິແຍກຕົວ, ລັດທິ ຫົວຮຸນແຮງ ແລະ ຕ້ອງກາຍເປັນ ກົນໄກຮ່ວມມື ຫລາຍຝ່າຍ ດ້ານຄວາມໝັ້ນຄົງ ທີ່ມີປະສິດທິຜົນ ກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top