ອິຕາລີ ຢຶດສານເຄມີ ຜະລິດຢາເສບຕິດ ຫລາຍກວ່າ 6 ໂຕນ

02/07/2024 16:57
Email Print 179
ຂປລ ເຈົ້າໜ້າທີ່ ຕຳຫລວດ ອິຕາລີ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ພ້ອມທັງ ຢຶດສານເຄມີ ຈາກ ສປຈີນ ປະລິມານ ຫລາຍກວ່າ 6 ໂຕນ ດ້ວຍມູນຄ່າ ຫລາຍກວ່າ 630 ລ້ານເອີໂຣ. ໂດຍ ສານເຄມີ ດັ່ງກ່າວ ຈະນຳໃຊ້ ເຂົ້າໃນການ ຜະລິດຢາ ຜິດກົດໝາຍຕ່າງໆ ເຊັ່ນ: ຢາອີ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ໂຣມ ປະເທດ ອິຕາລີ ເມື່ອວັນທີ 2 ກໍລະກົດ,  ເຈົ້າໜ້າທີ່ ຕຳຫລວດ ອິຕາລີ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ພ້ອມທັງ ຢຶດສານເຄມີ ຈາກ ສປຈີນ ປະລິມານ ຫລາຍກວ່າ 6 ໂຕນ ດ້ວຍມູນຄ່າ ຫລາຍກວ່າ 630 ລ້ານເອີໂຣ. ໂດຍ ສານເຄມີ ດັ່ງກ່າວ ຈະນຳໃຊ້ ເຂົ້າໃນການ ຜະລິດຢາ ຜິດກົດໝາຍຕ່າງໆ ເຊັ່ນ: ຢາອີ. ເຈົ້າໜ້າທີ່ ຕຳຫລວດ ການເງິນຂອງ ອິຕາລີ ຖະແຫລງ ວ່າ ການຂົນສົ່ງ ສິນຄ້າ ຈາກຈີນ 2 ຄັ້ງ,​ ມີສານຕັ້ງຕົ້ນ ຢາເສບຕິດ ໃນປະລິມານ ພຽງພໍ ທີ່ ຈະຜະລິດ ຢາເມັດ ເອັມດີເອັມ ເອ ຫລື ຢາເສບຕິດສັງເຄາະ ທີ່ເອີ້ນວ່າ ຢາອີ ຫລາຍກວ່າ 63 ລ້ານເມັດ.

ໃນຂະນະດຽວກັນ, ເຈົ້າໜ້າທີ່ ຕຳຫລວດ ການເງິນ ໃນເມືອງວາເຣຊີ ທາງພາກເໜືອ ຂອງ ອິຕາລີ ໄດ້ສະກັດກັ້ນການຂົນສົ່ງ ຄັ້ງທີ 2 ຊຶ່ງມີສານ ບີເອັມເຄ (BMK) ທີ່ໃຊ້ໃນການຜະລິດ ແອມເຟຕາມິນ ແລະ ເມແອມເຟຕາມິນ ປະລິມານ ຫລາຍກວ່າ 2.000 ກິໂລກຣາມ ຢູ່ ສາງຂອງຜູ້ນໍາເຂົ້າ. ນອກນີ້ ຍັງກວດພົບສານ ພີເອັມເຄ ເພີ່ມຕື່ມອີກ ຫລາຍກວ່າ 4.000 ກິໂລກຣາມ. /

KPL

ຂ່າວອື່ນໆ

ads
ads

Top