ສສ ຫວຽດນາມ- ອີຣານ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ

02/07/2024 20:09
Email Print 131
ຂປລ ກອງປະຊຸມ ການທ່ອງທ່ຽວ ອີຣານ-ສສ ຫວຽດນາມ, ໃນຂອບເຂດ Roadshow ທ່ອງທ່ຽວ ອີຣານ-ອາຊີ ຕາເວັນອອກ ສ່ຽງໃຕ້ 2024 ຈັດຂຶ້ນ ຢູ່ນະຄອນຫລວງ ຮ່າໂນ້ຍ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ກອງປະຊຸມ ການທ່ອງທ່ຽວ ອີຣານ-ສສ ຫວຽດນາມ, ໃນຂອບເຂດ Roadshow ທ່ອງທ່ຽວ ອີຣານ-ອາຊີ ຕາເວັນອອກ ສ່ຽງໃຕ້ 2024 ຈັດຂຶ້ນ ຢູ່ນະຄອນຫລວງ ຮ່າໂນ້ຍ. ໃນໂອກາດນີ້ ທ່ານ ອາລີ ອັດສກາ ຊາບາຟຽນ (Ali Ashgar Shalbafian), ຮອງລັດຖະມົນຕີ ກະຊວງມໍລະດົກ ວັດທະນະທຳ, ທ່ອງທ່ຽວ ແລະ ສິລະປະ ຫັດຖະກຳ ອີຣານ ເປີດເຜີຍວ່າ:  ອີຣານ ອາດສາມາດ ກາຍເປັນໜຶ່ງ ໃນບັນດາ ຈຸດນັດພົບ ການທ່ອງທ່ຽວ ຍ້ອນມີ ປູຊະນີ ຍະສະຖານ ປະຫວັດສາດ, ທິວທັດທຳມະຊາດ ທີ່ດຶງດູດໃຈ ສຳລັບ ປະຊາຊົນ ຫວຽດນາມ. ສ່ວນ ທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ກອງປະຊຸມ ເວທີປາໄສ ສຳຄັນ ຄັ້ງນີ້ ເພື່ອໃຫ້ບັນດາ ອົງການຄຸ້ມຄອງ ຂອງລັດ ດ້ານການທ່ອງທ່ຽວ ຫວຽດນາມ ແລະ ອີຣານ ພົບປະ ແລກປ່ຽນ, ແບ່ງປັນ ບົດຮຽນ, ພ້ອມທັງ ສ້າງເງື່ອນໄຂ ສະດວກ ເພື່ອໃຫ້ວິສາຫະກິດ ທ່ອງທ່ຽວ ຢູ່ ສສ ຫວຽດນາມ ແລະ ອີຣານ ຍູ້ແຮງ ການຮ່ວມມື ໃນສະພາບ ທີ່ຂະແໜງ ທ່ອງທ່ຽວ ໄດ້ຮັບການຟື້ນຟູ ພາຍຫລັງ ພະຍາດ ແພ່ລະບາດ. ຂະນະນີ້ ມີບໍລິສັດ ທ່ອງທ່ຽວ ອີຣານ 9 ແຫ່ງ ເຂົ້າຮ່ວມ ເພື່ອແລກປ່ຽນ, ຊອກຫາ ກາລະໂອກາດ ຮ່ວມມືກັບ ວິສາຫະກິດຂອງ ສສ ຫວຽດນາມ, ຜ່ານນັ້ນ, ກໍ່ຊຸກຍູ້ ການທ່ອງທ່ຽວ ລະຫວ່າງ 2 ປະເທດ ໃຫ້ຂະຫຍາຍຕົວ ໃນຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top