ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24

26/06/2024 13:50
Email Print 512
ຂປລ ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.



ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ
24 ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ 2024 ໂດຍການເຂົ້າຮ່ວມຂອງ ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີບັນດາຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ, ຫົວໜ້າຄະນະຜູ້ແທນຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ດ້ານການເມືອງ-ຄວາມໝັ້ນຄົງ, ພ້ອມດ້ວຍຄະນະຜູ້ແທນອາຊຽນ ເຂົ້າຮ່ວມ.



ໃນວາລະກອງປະຊຸມ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ
, ຫົວໜ້າເຈົ້າໜ້າທີ່ອາວຸໂສ ສປປ ລາວ ຮັບຜິດຊອບວຽກງານ ຕ້ານອາຊະຍາກໍາຂ້າມຊາດ ໄດ້ກ່າວວ່າ: ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຕ້ານ ອາຊະຍາກໍາຂ້າມຊາດ ເປັນກົນໄກໜຶ່ງ ທີ່ມີປະສິດທິພາບໃນການຮ່ວມມືສະກັດກັ້ນ ແລະ ຕ້ານອາຊະຍາກໍາຂ້າມຊາດໃນພາກພື້ນ ເຊິ່ງແຕ່ລະປີບັນດາປະເທດສະມາຊິກອາຊຽນ ຈະໄດ້ຜັດປ່ຽນກັນຈັດກອງປະຊຸມ ປຶກສາຫາລືແລກປ່ຽນທັດ ສະນະ, ບົດຮຽນໃນການແກ້ໄຂບັນຫາດັ່ງກ່າວ.  ພ້ອມນັ້ນ, ກໍຈະໄດ້ສັງເກດຕີລາຄາຄືນ ການຈັດຕັ້ງປະຕິບັດແຜນວຽກ, ບັນດາໂຄງການຮ່ວມມື ທີ່ໄດ້ເປັນເອກະພາບກັນໃນປີຜ່ານມາ ແລະ ປຶກສາຫາລືການຮ່ວມມືໃນຕໍ່ໜ້າ ເຊິ່ງໃນໄລຍະ 1 ປີຜ່ານມາ ເຫັນວ່າຫລາຍກິດຈະກໍາ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຕາມລະດັບຄາດໝາຍ ເປັນຕົ້ນ ການຈັດສໍາມະນາ, ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດ ຂອງເຈົ້າໜ້າທີ່ປະຕິບັດກົດໝາຍ. ນອກນັ້ນ, ຕາງໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຮັບຜິດຊອບວຽກງານ ຕ້ານອາຊະຍາກໍາຂ້າມຊາດ ຍັງໄດ້ເຂົ້າຮ່ວມກອງປະຊຸມ ແລະ ກິດຈະກໍາທີ່ກ່ຽວຂ້ອງຂະແໜງ ການຕ່າງໆຈັດຂຶ້ນ ເຊິ່ງເປັນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງຂະແໜງການກ່ຽວຂ້ອງຂອງອາຊຽນ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກໍາ ຂ້າມຊາດ.



ໂອກາດດັ່ງກ່າວ, ທ່ານ ພົທ ກົງທອງ ພົງວິຈິດ ໄດ້​ໃຫ້​ຮູ້ວ່າ: ໃນປີ
2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາ ຊຽນໂດຍອີງໃສ່ຄໍາຂວັນດັ່ງກ່າວ ສປປ ລາວ ໄດ້ກໍານົດ 9 ບຸລິມະສິດ ໃນການເປັນປະທານອາຊຽນຂອງຕົນ. ໃນນັ້ນ 4 ບູລິມະສິດ ຕິດພັນກັບການເຊື່ອມຈອດ ແລະ 5 ບູລິມະສິດ ຕິດພັນກັບຄວາມເຂັ້ມແຂງອາຊຽນ ແນໃສ່ຮັບປະກັນຄວາມພະຍາຍາມຮ່ວມກັນ ຂອງອາຊຽນ ໃນການສ້າງຄວາມເຂັ້ມ ແຂງປະຊາຄົມອາຊຽນ ເພື່ອນໍາໃຊ້ກາລະໂອກາດ ແລະ ແກ້ໄຂສິ່ງທ້າທາຍໃນປັດຈຸບັນ ແລະ ຕໍ່ໜ້າຢ່າງມີປະສິດທິພາບ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ເປັນກົນໄກໜຶ່ງທີ່ສໍາຄັນ, ມີພາລະບົດບາດຊ່ວຍ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ, ຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະສານສົມທົບການຕົກລົງ ຈາກກອງປະຊຸມລັດຖະ ມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ແລະ ປະຕິບັດຕາມໜ້າທີ່ອື່ນໆ ຕາມການມອບໝາຍ. ພ້ອມນັ້ນ, ກໍມີໜ້າທີ່ສ້າງນະໂຍບາຍ, ຍຸດທະສາດ ແລະ ແຜນການ, ແຜນງານ, ໂຄງການ ແລະ ປະສານງານສົມທົບຈັດຕັ້ງປະຕິບັດ ວຽກງານຕ້ານອາຊະຍາກາຂ້າມຊາດ ໃນພາກພື້ນອາຊຽນ.



ປັດຈຸບັນ, ສະພາບການກໍ່ອາຊະຍາກໍາປະເພດຕ່າງໆ ເປັນຕົ້ນ ການກໍ່ການຮ້າຍ
, ການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າອາວຸດເສິກ, ອາຊະຍາກໍາທາງຄອມພິວເຕີ ແລະ ອື່ນໆ ໃນພາກພື້ນ ແລະ ໃນໂລກ ຍັງມີທ່າອ່ຽງເພີ່ມຂຶ້ນ, ມີຜົນກະທົບຢ່າງໃຫຍ່ຫລວງ ຕໍ່ການດໍາລົງຊີວິດຂອງປະຊາຊົນ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນໂລກ. ຕໍ່ກັບສະພາບການດັ່ງກ່າວ, ມີຄວາມ ຈໍາເປັນທີ່ສຸດທີ່ກົນໄກກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ທີ່ຈະຕ້ອງໄດ້ມີການ ປະຊຸມປຶກສາຫາລື ຊອກຫາວິທີປ້ອງກັນສະກັດກັ້ນອາຊະຍາກໍາຂ້າມຊາດ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ສະນັ້ນ, ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ຄັ້ງທີ 24 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 26-28 ມິຖຸນາ 2024, ໃນກອງປະຊຸມສະເໜີ ໃຫ້ຄະນະຜູ້ແທນພິຈາລະນາບາງບັນຫາ ເປັນຕົ້ນ ປຶກສາຫາລືແລກປ່ຽນທັດສະນະ ແລະ ປະເມີນສະພາບການ, ທ່າອ່ຽງຂອງບັນຫາ ອາຊະຍາກໍາຂ້າມຊາດໃນພາກພື້ນ ກໍຄື ໃນໂລກຢ່າງກົງໄປ-ກົງມາ, ຖືກຕ້ອງຕາມຄວາມເປັນຈິງ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າກໍານົດມາດຕະການທີ່ເໝາະສົມ ເພື່ອແກ້ໄຂບັນຫາດັ່ງກ່າວ; ແລກປ່ຽນບົດຮຽນອັນດີເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ຢູ່ໃນແຕ່ລະປະເທດສະມາຊິກອາຊຽນ ໃນໄລຍະຜ່ານມາ;  ຄົ້ນຄວ້າປັບປຸງບັນດາກົນໄກ ແລະ ເຄື່ອງມືຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ ໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ; ຄົ້ນຄວ້າສ້າງຂໍ້ລິເລີ່ມໃໝ່ທີ່ຈໍາເປັນ ເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ທີ່ພົ້ນເດັ່ນໃນພາກພື້ນ ເປັນຕົ້ນ ບັນຫາຢາເສບຕິດ, ຄ້າມະນຸດ, ການກໍ່ການຮ້າຍ, ອາຊະຍາກໍາທາງຄອມພິວເຕີ, ການຄ້າອາວຸດ ແລະ ອື່ນໆ; ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນເຖິງອາຊະຍາ ກໍາຂ້າມຊາດ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ໃຫ້ວ່ອງໄວທັນກັບສະພາບການ; ເພີ່ມທະວີພັດທະນາຂີດຄວາມສາມາດ ຂອງເຈົ້າໜ້າທີ່ປະຕິບັດກົດໝາຍທີ່ກ່ຽວຂ້ອງ ຂອງປະເທດສະມາຊິກອາຊຽນ ເພື່ອຕ້ານອາຊະຍາກໍາຂ້າມຊາດ; ຍົກລະດັບການ ພົວພັນຮ່ວມມື, ຍາດແຍ່ງການຊ່ວຍເຫລືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເພື່ອຍົກລະດັບຂີດຄວາມສາມາດຂອງອາຊຽນ ໃນການຕ້ານອາຊະຍາກໍາຂ້າມຊາດ ຈາກບັນດາປະເທດຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດອາຊຽນ ASEAN

      ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືວຽກງານອາຊະຍາກໍາຂ້າມຊາດ

      6/27/2024 2:06:53 PM

      ຂປລ. ກອງປະຊຸມວົງແຄບ ບັນດາເຈົ້າໜ້າທີ່ອາວຸໂສປະເທດ ສະມາຊິກອາຊຽນ ທີ່ຮັບຜິດ ຊອບວຽກງານອາຊະຍາກໍາຂ້າມຊາດ ເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາ ຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024

    • ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດອາຊຽນ ASEAN

      ພົບປະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາຂ້າມຊາດ

      6/26/2024 1:46:19 PM

      ຂປລ. ໃນວັນທີ 26 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງ ຄະນະຜູ້ແທນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍອາຊະຍາກໍາ ຂ້າມຊາດ ຄັ້ງທີ 24 ເຊິ່ງນໍາໂດຍ ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ, ປະທານກອງປະຊຸມ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຮັບຜິດຊອບວຽກງານຕ້ານອາຊະຍາກໍາຂ້າມຊາດ ຂອງ ສປປ ລາວ.

    • ລາວ ສືບຕໍ່ບັນຫາໄຟເງິນເຟີ້ອາຊຽນ ASEAN

      ລາວ ສືບຕໍ່ບັນຫາໄຟເງິນເຟີ້

      6/26/2024 11:46:28 AM

      ສປປ ລາວ ສືບຕໍ່ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ໄພເງິນເຟີ້ຢ່າງ ເພື່ອຫລຸດຜ່ອນຜົນກະທົບໂດຍລວມໃນສັງຄົມຂະນະທີ່ບັນດາ 10 ປະເທດ ສະມາຊິກອາຊຽນກໍພວມຜະເຊີນໜ້າໄພເງິນເຟີ້ເຊັ່ນກັນ.

    • ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍອາຊຽນ ASEAN

      ອາຊຽນ ສ້າງຖະແຫລງການ ກ່ຽວກັບການເຄື່ອນຍ້າຍ ແຮງງານ ແລະ ການພັດທະນາສີມື ໃຫ້ແກ່ແຮງງານເຄື່ອນຍ້າຍ

      6/26/2024 8:28:23 AM

      ຂປລ. ກອງປະຊຸມສ້າງຖະແຫລງການອາຊຽນ ກ່ຽວກັບການເຄື່ອນຍ້າຍແຮງງານ, ການຮັບຮູ້ ແລະ ການພັດທະນາສີມືແຮງງານ ໃຫ້ແກ່ແຮງງານເຄື່ອນຍ້າຍ ຈັດຂຶ້ນໃນລະຫວ່າງວັນທີ 24-25 ມິຖຸນາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫ່ຍປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ

    • ປະເທດ ສ.ປປ ເກົາຫລີອາຊຽນ ASEAN

      ປະເທດ ສ.ປປ ເກົາຫລີ

      6/25/2024 5:27:28 PM

      ປະເທດສາທາ ລະນະລັດປະຊາທິປະໄຕ ປະຊາຊົນ ເກົາຫລີ (Democratic People’s Republic of Korea: DPRK) ຫລື ເອີ້ນວ່າ ສ.ປປ ເກົາຫລີ (North Korea), ມີນະຄອນຫລວງຊື່ວ່າ: ພຽງຢາງ(Pyong yang) ສປປເກົາຫລີ ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃນອາຊີ ຕາເວັນອອກ ມີຊາຍແດນຕິດກັບ ຈີນ ແລະ ສ.ເກົາຫລີ. ມີເນື້ອທີ່ທັງໝົດ 121.125 ກິໂລແມັດ ກວມເອົາປະຊາກອນ ປະມານ 26,07 ລ້ານຄົນ(ໃນປີ 2022); ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາພຸດ ແລະ ລັດທິຂົງຈື້

ads
ads

Top