ເຮືອບິນການຄ້າຈີນ ເປີດເສັ້ນທາງການບິນພູພຽງສາຍທຳອິດ

02/07/2024 20:16
Email Print 151
ຂປລ ເຮືອບິນ ການຄ້າ ARJ21 ລຳໜຶ່ງ ທີ່ຂຶ້ນກັບ ບໍລິສັດ ການບິນ ເສີງຕູ່ ໄດ້ບິນຈາກ ສະໜາມບິນ ສາກົນ ໄຫລນິງ ເມືອງຄາສື ແລະ ເດີນທາງ ໄປຍັງ ສະໜາມບິນ ຫົງສີລາຝູ ເມືອງປົກຄອງຕົນເອງ ທາສຄົວກັນຕັດຈິ ເຂດປົກຄອງ ຕົນເອງ ອຸຍເກີ້ຊິ່ນຈ່ຽງ, ເຊິ່ງເປັນຂີດໝາຍ ສະແດງ ໃຫ້ເຫັນວ່າ ເຮືອບິນ ການຄ້າຈີນ ເປີດເສັ້ນທາງ ການບິນ ພູພຽງ ສາຍທຳອິດ ສຳເລັດຜົນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 2 ກໍລະກົດນີ້, ເຮືອບິນ ການຄ້າ ARJ21 ລຳໜຶ່ງ ທີ່ຂຶ້ນກັບ ບໍລິສັດ ການບິນ ເສີງຕູ່ ໄດ້ບິນຈາກ ສະໜາມບິນ ສາກົນ ໄຫລນິງ ເມືອງຄາສື ແລະ ເດີນທາງ ໄປຍັງ ສະໜາມບິນ ຫົງສີລາຝູ ເມືອງປົກຄອງຕົນເອງ ທາສຄົວກັນຕັດຈິ ເຂດປົກຄອງ ຕົນເອງ ອຸຍເກີ້ຊິ່ນຈ່ຽງ, ເຊິ່ງເປັນຂີດໝາຍ ສະແດງ ໃຫ້ເຫັນວ່າ ເຮືອບິນ ການຄ້າຈີນ ເປີດເສັ້ນທາງ ການບິນ ພູພຽງ ສາຍທຳອິດ ສຳເລັດຜົນ. ຕາມຂໍ້ກຳນົດ ຂອງອົງການ ການບິນ ພົນລະເຮືອນຈີນ, ສະໜາມບິນ ທີ່ສູງກວ່າ ລະດັບ ໜ້ານ້ຳ ທະເລ 2.438 ແມັດ ແມ່ນສະໜາມບິນ ພູພຽງ. ສະໜາມບິນ ຫົງສີລາຝູ ສູງກວ່າ ລະດັບ ໜ້ານ້ຳ ທະເລ 3.258,4 ແມັດ, ແມ່ນສະໜາມບິນ ພູພຽງ ແຫ່ງທຳອິດ ຂອງເຂດປົກຄອງ ຕົນເອງ ອຸຍເກີ້ ຊິ່ນຈ່ຽງ, ທັງເປັນ ສະໜາມບິນ ທີ່ຕັ້ງຢູ່ ສົ້ນສຸດ ພາກຕາເວັນຕົກ ຂອງ ສປ ຈີນ. ການເປີດເສັ້ນທາງ ການບິນດັ່ງກ່າວ, ຈະອຳນວຍ ຄວາມສະດວກ ດ້ານການໄປ ມາຫາສູ່ກັນ ທາງອາກາດ ຂອງປະຊາຊົນ ເມືອງຄາສື ແລະ ເມືອງປົກຄອງ ຕົນເອງ ທາສຄົວກັນຕັດຈິ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top