5907

ltrkcsj '-kf gxu foe.-h g;a [wdv'xt-5 , wvxk 7A 'mu 45 ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງສະ ຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/188930/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງ ຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດໄປ ຍັງບັນດາການນໍາ, ສະມາຊິກລັດຖະສະພາທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ຂອງ ສປປ ລາວ ຢ່າງສຸດອົກສຸດໃຈ. leg]a fdv'xt-5 ,g9Q k|h kmu j vk;5 3lvk-Po ;j kfh ;pdko8h kovk-tpkde0h k,-kf 7A 'mu 24 gxu flt,k7q ,m5 ]tdy f[= ]y dko9a fsk'ko]k; ltrkcsj '-kf ry 9k]tok Ia [Iv'gvq kdq f\kp 13 lt[a [ gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 02.07.2024 ປີທີ 23 ສະບັບທີ 5.963 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 xtmkoltrkcsj '-kf 8u ]k7kl6 ' 8+ ;a o]a f4tltrk3]d 7q [Iv[ 135 xu l6 o[= ]y dkow22h kskf-kp2v' g]aj 'cdh w0 [a oskw22h k8q d{w2[+ r= w2fa [ .sh xq ddt8y ltrkcsj '-kf Ia [Iv'gvq k dq f\kplt[a [xa [x5 ' 2 lt[a [ gxu f'kolq j 'glu ,dkomj v'mj P;rkp.o 1j 6 o; dv'xt-5 , 7A 'mu 7 0v'7totde,tdko -kpcfoIj ;,]k;{dex6 g9p{dex6 g9p{]k; -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 1 ກໍລະກົດ 2024 ນີ້, ສະພາ ອາຊະຍາກໍາຂ້າມຊາດ ຄັ້ງທີ 24 ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບ ງາມ ໃນວັນທີ 28 ມິຖຸນາ 2024 ພາຍ ຫລັງທີ່ດໍາເນີນມາເປັນເວລາ 3 ວັນ ເຊິ່ງກອງປະຊຸມໃນຄັ້ງນີ້, ຄະ ນະຜູ້ແທນເຈົ້າໜ້າທີ່ອາວຸໂສອາອາ ຊຽນ ໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ກົງໄປ-ກົງມາ, ທັງເປັນການ ແລກປ່ຽນປະສົບການ, ຂໍ້ສະເໜີ ແລະ ຍຸດທະສາດ ໃນການຕ້ານອາ ຊະຍາກໍາຂ້າມຊາດທຸກຮູບແບບ ເພື່ອຫລຸດຜ່ອນໄພຂົ່ມຂູ່ທີ່ເປັນຜົນ ຂປລ. ກອງປະຊຸມຄະນະກໍາມະ ການຊາຍແດນຮ່ວມ ລາວ-ກໍາປູ ເຈຍແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນ ໃນວັນທີ 28 ມິຖຸນາ 2024 ຢູ່ນະ ຄອນຫລວງວຽງຈັນ ສປປ ລາວ, ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຂປລ. ບັນຫາໄຟຟ້າຕົກ-ໄຟຟ້າ ບໍ່ພໍ ຫລື ໄຟຟ້າດັບໃນບາງເວລາ ຢູ່ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ເກີດຈາກຫລາຍ ສາເຫດທັງໃນ ແລະ ນອກເຕັກນິກ ເປັນຕົ້ນ ເກີດຈາກໄພທຳມະຊາດ, ເກີດຈາກຄວາມຜິດພາດທາງດ້ານ ເຕັກນິກ (ອຸປະກອນເປ່ເພ) ແລະ ສ່ວນໜຶ່ງເກີດຈາກການເພີ່ມຂຶ້ນ ຂອງຈຳນວນຄົວເຮືອນ, ການຊົມ ໃຊ້ໄຟຟ້າ ຂອງແຕ່ລະຄົວເຮືອນເກີນ ກຳນົດ (ເກີນກຳລັງໝໍ້ແປງ) ແລະ ອື່ນໆ. ຕໍ່ກັບບັນຫາດັ່ງກ່າວ, ສູນບໍ ລິການໄຟຟ້າ ເມືອງຫາດຊາຍຟອງ ພວມເລັ່ງແກ້ໄຂ ເພື່ອໃຫ້ປະຊາຊົນ ພາຍໃນເມືອງ ໄດ້ຊົມໃຊ້ໄຟຟ້າໄດ້ ຢ່າງພຽງພໍ ແລະ ເປັນປົກກະຕິ. ທ່ານ ສຸລິນທອນ ປະທິວັນ ຫົວ ໜ້າສູນບໍລິການໄຟຟ້າ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 28 ມິຖຸນາ ແຫ່ງຊາດ ຊຸດທີ IX, ພາຍຫລັງທີ່ສະ ມາຊິສະພາແຫ່ງຊາດ ໄດ້ສຸມໃສ່ພິ ຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ. ຫລັງຈາກ ນັ້ນ, ຄະນະຮັບຜິດຊອບແຕ່ລະຮ່າງ ກົດໝາຍໄດ້ປັບປຸງຮ່າງກົດໝາຍ ຕາມຄໍາເຫັນຂອງບັນດາສະມາຊິກ ສະພາແຫ່ງຊາດແລະໄດ້ລົງຄະແນນ ສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍຄະແນນສຽງເຫັນດີເ ປັນສ່ວນ ຫລາຍ. ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບ ແລະ ປັບປຸງ 11 ສະບັບ. ທ່ານ ຈະເລີນ ເຍຍປາວເຮີ ຂປລ. ໃນລະຫວ່າງວັນທີ 2830 ມິຖຸນາ 2024 ຜ່ານມາ, ສະພາ ການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ຮ່ວມກັບສະມາຄົມທຸລະ ກິດທ່ອງທ່ຽວລາວ, ສູນການຄ້າ ວຽງຈັນເຊັນເຕີ ແລະ ບໍລິສັດ ການ ບິນລາວ ຈັດງານສົ່ງເສີມການທ່ອງ ທ່ຽວພາຍໃນ ພາຍໃຕ້ຫົວຂໍ້ “Let’ Travel ບິນ ກິນ ທ່ຽວຄົບຈົບ ໃນ ງານດຽວ” ຢູ່ສູນການຄ້າວຽງຈັນ ເຊັນເຕີ ນະຄອນຫລວງວຽງຈັນ (ນວ) ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະ ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິ ທີເປີດສະມາຄົມທຸລະກິດບໍລິການ ຈັດຫາງານລາວຢ່າງເປັນທາງການ ໂດຍມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ຊວງການຕ່າງປະເທດ, ປະທານຄະ ນະກໍາມະການຊາຍແດນ ລາວກໍາປູເຈຍ ແລະ ຄະນະຜູ້ແທນຝ່າຍ ແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊ ຂອງກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາ ຊຽນ ຫລື ໄອປາ (AIPA) ຄັ້ງທີ 45 (https://www.aipa45. gov.la) ໃຫ້ກຽດຮ່ວມເປີດເວັບ ໄຊດັ່ງກ່າວມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ມີບັນດາຮອງປະທານສະພາ ແຫ່ງຊາດ, ປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ພ້ອມ ດ້ວຍຫົວໜ້າສະຖາບັນຄົ້ນຄວ້ານິ ຕິກຳສະພາແຫ່ງຊາດ ເຂົ້າຮ່ວມ. ທ່ານ ຈະເລີນ ເຍຍປາວເຮີ ຂປລ. ສະພາແຫ່ງຊາດ ໄດ້ພິຈາ ລະນາຮັບຮອງເອົາກົດໝາຍຈໍາ ນວນ 13 ສະບັບ ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາ 2024 ຜ່ານມານີ້ວ່າ: ສາເຫດທີ່ ເຮັດໃຫ້ໄຟຟ້າຕົກ-ໄຟຟ້າບໍ່ພໍ ຫລື ໄຟຟ້າດັບໃນບາງເວລາຢູ່ເມືອງ ຫາດຊາຍຟອງ ເກີດມາຈາກຫລາຍ ສາເຫດ ເປັນຕົ້ນ ທາງດ້ານນອກ ເຕັກນິກເກີດຈາກໄພທຳມະຊາດຄື ໃນລະດູຝົນເກີດມີລົມແຮງ, ຝົນ ຕົກ-ຟ້າຮ້ອງ-ຟ້າຜ່າ ເຮັດໃຫ້ຕົ້ນ ໄມ້ຫັກລົ້ມທັບສາຍໄຟ, ດອກກັນໄຟ ແຕກ, ເສົາລົ້ມ, ສາຍໄຟຂາດ, ກົງເຕີໄໝ້ ແລະ ອື່ນໆ. ສ່ວນລະ ດູຮ້ອນສາຍຕາຂ່າຍຂາດ, ບັ້ງຟີວ ໄໝ້, ເສັ້ນຟີວຂາດ, ກ້ອນຟີວ ຂາດ, ຂົ້ວຕາຂ່າຍຫລົມ-ຂາດ ແລະ ເກີດ ຈາກລະບົບໄຟໃນເຮືອນຂອງ ປະ ຊາຊົນເອງ (ຊົມໃຊ້ໄຟເກີນກຳນົດ) ເຊິ່ງກວມ 70%. ອີກສ່ວນໜຶ່ງ ເກີດຈາກການເກີດອຸບັດເຫດເຊັ່ນ: ການກໍ່ສ້າງອາຄານ, ລົດຕຳເສົາ, ລົດເກາະສາຍໄຟ ແລະ ເກີດຈາກ ທ່ານ ນາງ ອີນາ ມາຈໍລູ ນີແຕ ເອກ ອັກຄະລັດຖະທູດ ສຳນັກງານຜູ້ຕາງ ໜ້າສະຫະພາບເອີຣົບ ປະຈຳລາວ, ທ່ານ ນາງ ມີແກນ ຈອນສ ເອກອັກ ຄະລັດຖະທູດແຫ່ງປະເທດອົດສະ ທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ,ທ່ານນາງດາລານີ ພົມມະວົງສາ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ລາຍງານ ຄືນການປັບປຸງກົດໝາຍວ່າດ້ວຍ ການທ່ອງທ່ຽວ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າ ການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຄືນການປັບປຸງກົດ ທ່ານ ນາງ ດາລານີ ພົມມະວົງສາ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທ່ານ ພົນຕີ ສຸລິນະ ແກ້ວປະເສີດ ຂປລ. ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍການຕ້ານ

ໄດ້ມີບັນດາກອງປະຊຸມປິ່ນອ້ອມ ທີ່ສໍາຄັນລວມທັງໝົດ 12 ກອງປະ ຊຸມ. ໃນນີ້, ມີກອງປະຊຸມຄົບຄະນະ ສາລັບປະເທດສະມາຊິກອາຊຽນ ມີ 1 ກອງປະຊຸມ ແລະ ກອງປະຊຸມປຶກ ສາຫາລືລະຫວ່າງປະເທດສະມາ ຊິກອາຊຽນກັບບັນດາປະເທດຄູ່ ຮ່ວມ ເຈລະຈາ 11ກອງປະຊຸມ ເຊິ່ງ ແຕ່ລະກອງປະຊຸມແມ່ນດໍາເນີນໄປ ດ້ວຍຜົນສໍາເລັດອັນຈົບງາມຕາມ ແຜນການທີ່ກໍານົດໄວ້; ກອງປະ ຊຸມໄດ້ຮັບຮອງເອົາແຜນວຽກ ແລະ ໂຄງການຕ້ານອາຊະຍາກໍາຂ້າມ ຊາດໃນປີຕໍ່ໄປເພື່ອຮັບປະກັນຄວາມ ສະຫງົບປອດໄພແລະຄວາມເປັນລະ ບຽບຮຽບຮ້ອຍຂອງ ສັງຄົມແນໃສ່ ສ້າງເງື່ອນໄຂອໍານວຍຄວາມສະ ດວກ ໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ນັບມື້ ນັບດີຂຶ້ ນ. ພິເສດກອງປະຊຸມໃນຄັ້ງນີ້, ໄດ້ ພິຈາລະນາ 7 ເອກະສານທີ່ເປັນ ຂໍ້ລິເລີ່ມຂອງສປປລາວ ໃນນາມປະ ເທດເຈົ້າພາບ ແລະ ປະທານກອງ ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມ ຊາດ ຄັ້ງທີ 24 ປະກອບມີ: ຖະ ແຫລງການຜູ້ນໍາອາຊຽນ ວ່າດ້ວຍ ການເພີ່ມທະວີການຮ່ວມມືຕ້ານ ການລັກລອບຄ້າຢາເສບຕິດ ແລະ ສານເຄມີຕົ້ນ; ຖະແຫລງການວຽງ ຈັນວ່າດ້ວຍການຍົກສູງການຮ່ວມ ມືປະຕິບັດກົດໝາຍຕ້ານການຫລອກ ລວງການຈ້າງງານທາງອອນລາຍ; ລະບຽບການວ່າດ້ວຍການປະສານ ງານທີ່ມີປະສິດທິພາບຂອງຈຸດປະ ສານງານກອງປະຊຸມລັດຖະມົນ ຕີອາຊຽນ ວ່າດ້ວຍການຕ້ານອາຊະ ຍາກໍາຂ້າມຊາດ ແລະ ກົນໄກທີ່ຂຶ້ນ ກັບ; ລະບຽບການປະຕິບັດ ແລະ ພິທີ ການ ສໍາລັບກອງປະຊຸມລັດຖະມົນຕີ ອາຊຽນ ວ່າດ້ວຍອາຊະຍາກໍາຂ້າມ ຊາດ ແລະ ກົນໄກທີ່ຂຶ້ນກັບ; ເອກະ ສານໂຄງຮ່າງບົດສະເໜີໂຄງການ ສໍາລັບການຈັດຕັ້ງປະຕິບັດຂໍ້ລິ ເລີ່ມພາຍໃຕ້ກອງປະຊຸມລັດຖະມົນ ຕີອາຊຽນວ່າດ້ວຍການຕ້ານອາຊະ ຍາກໍາຂ້າມຊາດ ແລະ ກົນໄກທີ່ຂຶ້ນ ກັບ; ເອກະສານພາລະບົດບາດຂອງ ກອງປະຊຸມໜ່ວຍງານວິຊາການ ຮ່ວມອາຊຽນ-ຣັດເຊຍວ່າດ້ວຍການ ຕ້ານການກໍ່ການຮ້າຍ ແລະ ອາຊະ ຍາກໍາຂ້າມຊາດ ແລະ ເອກະສານ ພາລະບົດບາດ ຂອງກອງປະຊຸມລັດ ຖະມົນຕີອາຊຽນ ວ່າດ້ວຍການຕ້ານ ອາຊະຍາກໍາຂ້າມຊາດ. ໃນນີ້ 5 ເອກະສານ ແມ່ນຈະໄດ້ນໍາສະເໜີຕໍ່ ກອງປະຊຸມລັດຖະມົນຕີອາຊຽນ ວ່າ ດ້ວຍການຕ້ານອາຊະຍາກໍາຂ້າມ ຊາດ ຄັ້ງທີ 18 ໃນເດືອນສິງຫາ 2024 ເພື່ອພິຈາລະນາຮັບຮອງ, 1 ເອກະສານ ແມ່ນຈະໄດ້ສະເໜີຢູ່ ກອງປະຊຸມສຸດຍອດອາຊຽນ ໃນ ເດືອນຕຸລາ 2024 ແລະ 1 ເອກະ ສານ ແມ່ນຮັບຮອງຢູ່ໃນຂັ້ນກອງປະ ຊຸມເຈົ້າໜ້າທີ່ອາວຸໂສອາຊຽນ. ໂອກາດນີ້, ທ່ານ ພົຕ ສຸລິນະ ແກ້ວປະເສີດ ໄດ້ຕາງໜ້າໃຫ້ເຈົ້າໜ້າ ທີ່ອາວຸໂສລາວ ສະແດງຄວາມຂອບ ໃຈ ແລະ ຍ້ອງຍໍຊົມເຊີຍມາຍັງຄະ ນະຜູ້ແທນປະເທດສະມາຊິກອາ ຊຽນ, ປະເທດຄູ່ຮ່ວມເຈລະຈາ, ປະ ເທດສັງເກດການ, ບັນດາອະນຸກໍາ ມະການຕ່າງໆ ແລະ ພະນັກງານ ກ່ຽວຂ້ອງ ທີ່ໄດ້ປະກອບສ່ວນເຮັດ ໃຫ້ກອງປະຊຸມຄັ້ງນີ້ ມີຜົນສໍາເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ວາງໄວ້. lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 02/07/2024 xtgmf]k; ສະພາແຫ່ງຊາດ ເປີດນຳໃຊ້... ປະທານສະພາແຫ່ງຊາດ ຕີລາ... ສະພາແຫ່ງຊາດ ພິຈາລະນາ... ເປີດສະມາຄົມ... ສຳເລັດກອງປະຊຸມເຈົ້າໜ້າທີ່... ກອງປະຊຸມຄັ້ງທີ 7... ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ວັນທີ 30 ມິຖຸນາ 2024 ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບ ໂລກ ທີ່ມີສະມາຊິກທັງໝົດ 180 ປະ ເທດ ແລະ ມີອົງການຈັດຕັ້ງສາກົນ ຫລາຍກວ່າ 15 ອົງການ ເປັນພາຄີ. ສະຫະພັນລັດຖະສະພາສາກົນ ມີຈຸດ ປະສົງເພື່ອເປັນເວທີສົ່ງເສີມການ ຕິດຕໍ່ພົວພັນ, ການປະສານງານ ແລະ ການແລກປ່ຽນປະສົບການລະ ຫວ່າງລັດຖະສະພາ ແລະ ສະມາຊິກ ລັດຖະສະພາສາກົນບັນດາປະເທດ ໃນໂລກ; ພິຈາລະນາບັນຫາສຳຄັນ ຂອງໂລກ, ສົ່ງເສີມການປົກຄອງ ດ້ວຍລະບຽບກົດໝາຍ, ສົ່ງເສີມບົດ ບາດ ຍິງ-ຊາຍ ແລະ ຊາວໜຸ່ມ, ສົ່ງ ເສີມສັນຕິພາບ, ປະຊາທິປະໄຕ ແລະ ການພັດທະນາແບບຍືນຍົງ. ນັບແຕ່ໄດ້ເຂົ້າເປັນສະມາຊິກ ສະຫະພັນລັດຖະສະພາສາກົນ ໃນ ວັນທີ 4 ເມສາ 1990 ເປັນເວລາ 34 ປີ, ສະພາແຫ່ງຊາດລາວ ໄດ້ຕັ້ງ ໜ້າເຂົ້າຮ່ວມການເຄື່ອນໄຫວຢ່າງ ຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະ ຫະພັນລັດຖະສະພາສາກົນ ເຊິ່ງ ເປັນການເຜີຍແຜ່ນະໂຍບາຍ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕໍ່ເວທີລັດຖະສະ ພາລະດັບໂລກ, ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລືແລະ ສະແດງທັດສະນະ ທີ່ສ້າງສັນຕໍ່ການປົກປັກຮັກສາສັນ ຕິພາບ, ສະຖຽນລະພາບ ກໍຄື ຄວາມ ໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ. ໃນກອງປະຊຸມສະຫະພັນລັດ ຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະ ປະຊາຊາດ ໃນປີ 2018 ໄດ້ມີການ ຮັບຮອງເອົາມະຕິ ໂດຍໄດ້ກໍານົດ ເອົາວັນທີ 30 ມິຖຸນາ ຂອງທຸກປີ ເປັນວັນລັດຖະສະພາໂລກ ຂອງທຸກ ປະເທດສະມາຊິກ IPU ເພື່ອເປັນ ການປະຕິບັດໜ້າທີ່ ໃນຖານະເປັນ ອົງການນິຕິບັນຍັດ, ອົງການຕົວ ແທນແຫ່ງສິດ-ຜົນປະໂຫຍດ ແລະ ຄວາມ, ມຸ່ງມາດປາຖະໜາຂອງປະ ຊາຊົນ ທີ່ມີຄວາມຕ້ອງການຢາກ ຢູ່ດີກິນດີ ແລະ ປະກອບສ່ວນເຂົ້າໃນ ການສົ່ງເສີມສັນຕິພາບ, ສະຖຽນ ລະພາບ, ຄວາມໝັ້ນຄົງ ແລະ ການ ຮ່ວມມື ເພື່ອການພັດທະນາແບບ ຍືນຍົງໃນທົ່ວໂລກ. ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຢ້ຳຄືນ ຖະແຫລງການເຈນີ ວາ ວ່າດ້ວຍການທູດລັດຖະສະພາ: ສ້າງຂົວເຊື່ອມຕໍ່ສູ່ສັນຕິພາບ ແລະ ຄວາມເຂົ້າອົກເຂົ້າໃຈ, ທີ່ໄດ້ຮັບຮອງ ໃນກອງປະຊຸມໃຫຍ່ IPU ຄັ້ງທີ 148 ໃນເດືອນມີນາ 2024 ທີ່ຜ່ານ ມາ ເພື່ອເນັ້ນເຖິງບົດບາດສຳຄັນ ຂອງລັດຖະສະພາ ໃນການຈັດຕັ້ງ ປະຕິບັດວຽກງານການທູດໂດຍ ການເພີ່ມທະວີການພົວພັນ ແລະ ການຮ່ວມມືກັນ ເພື່ອຊຸກຍູ້ການປຶກ ສາຫາລືກ່ຽວກັບຂະບວນສັນຕິ ພາບ, ສົ່ງເສີມການແກ້ໄຂບັນຫາຂໍ້ ຂັດແຍ່ງຜ່ານການພົບປະເຈລະຈາ ໂດຍສັນຕິວິທີ, ປະຕິບັດຕາມສົນ ທິສັນຍາ ແລະ ສັນຍາສາກົນຕາມ ຄວາມຮຽກຮ້ອງຂອງປະຊາຊົນທີ່ ຮັກຫອມສັນຕິພາບ. ທີ່ສຳຄັນ, ໃນປີນີ້ໃນຖານະທີ່ສະ ພາແຫ່ງຊາດລາວ ເປັນປະທານສະ ມັດຊາລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 45, ພວກເຮົາຈະ ຕ້ອງໄດ້ເອົາໃຈໃສ່ເປັນເຈົ້າການປະ ສານສົມທົບກັບລັດຖະສະພາ ສະ ມາຊິກໄອປາອື່ນໆ, ລວມເຖິງລັດຖະ ສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາ ຂອງໄອປາ ເພື່ອ ປຶກສາຫາລືກັນຢ່າງໃກ້ຊິດ ກ່ຽວກັບ ສິ່ງທ້າທາຍຕ່າງໆທີ່ພວມຜະເຊີນ ໃນປັດຈຸບັນ ແລະ ພ້ອມກັນຊຸກຍູ້ສົ່ງ ເສີມການເຊື່ອມໂຍງ-ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ, ຊຸກຍູ້ໃຫ້ລັດຖະບານຂອງປະເທດ ຕົນຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມື ແລະ ແຜນດຳເນີນງານ ຕ່າງໆ ໃຫ້ບັນລຸເປົ້າໝາຍການສ້າງ ປະຊາຄົມອາຊຽນ ໃນປີ 2025 ເພື່ອນຳເອົາຜົນປະໂຫຍດ, ຄວາມ ສະຫງົບສຸກ, ການຢູ່ດີກິນດີ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ປະຊາ ຊົນຂອງພວກເຮົາ. ຂ່າວ: ທະນູທອງ, ພາບ: ຂັນໄຊ ກໍາປູເຈຍ ນໍາໂດຍທ່ານ ລໍາເຈຍ ລັດຖະມົນຕີປະຈໍາຄະນະກໍາມະການ ຊາຍແດນ ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ, ປະທານຄະນະກໍາມະ ການຊາຍແດນ ກໍາປູເຈຍ-ລາວ, ມີຜູ້ຕາງໜ້າຈາກຂະແໜງການ ຂອງສູນກາງ ແລະ ທ້ອງຖິ່ນທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ຮ່ວມກັນຮັບຮອງ ເອົາບົດບັນທຶກຂອງກອງປະຊຸມ ຄັ້ງທີ 9 ຂອງຄະນະອະນຸກໍາມະການ ເຕັກນິກຊາຍແດນຮ່ວມ ລາວ-ກຳປູ ເຈຍ ແລະ ກຳປູເຈຍ-ລາວ ທີ່ໄດ້ຈັດ ຂຶ້ນ ໃນວັນທີ 27 ມິຖຸນາ 2024 ແລະ ໄດ້ຮ່ວມກັນຮັບຮອງຜົນການ ປະຕິບັດວຽກງານຂອງຄະນະວິຊາ ການເຕັກນິກທັງສອງຝ່າຍຢູ່ພາກ ສະໜາມ ໃນການກໍານົດຈຸດທີ່ຕັ້ງ ຫລັກໝາຍຊາຍແດນ ເພື່ອປັກຫລັກ ໝາຍຊາຍແດນແບບໃໝ່ປ່ຽນແທນ ຫລັກໝາຍຊາຍແດນແບບເກົ່າ ແລະ ປັກຫລັກໝາຍຊາຍແດນເພີ່ມ ເຕີມໃສ່ຕາມເສັ້ນຊາຍແດນເຊິ່ງ ວຽກງານນີ້ໄດ້ເລີ່ມມາແຕ່ເດືອນພຶດ ສະພາ 2023 ແລະ ມາຮອດເດືອນ ມິຖຸນາ 2024, ສອງຝ່າຍສາມາດ ກໍານົດຈຸດທີ່ຕັ້ງຫລັກໝາຍຊາຍ ແດນ ໄດ້ ຈໍານວນ 168 ຈຸດ (ຫລັກ ໝາຍ). ໃນນີ້, ມີຈຸດຫລັກໝາຍ ຊາຍແດນເດີມ ຈໍານວນ 33 ຈຸດ (ຫລັກໝາຍ) ແລະ ກໍານົດຈຸດຫລັກ ໝາຍຊາຍແດນເພີ່ມເຕີມ 135 ຈຸດ (ຫລັກໝາຍ) ແລະ ສາມາດ ກໍ່ສ້າງຫລັກໝາຍໃໝ່ໄດ້ສໍາເລັດ ແລ້ວ ຈໍານວນ 73 ຫລັກໝາຍ ໃນ ແຜນການທີ່ຈະປັກຫລັກໝາຍຊາຍ ແດນຮ່ວມກັນຕະຫລອດເສັ້ນຊາຍ ແດນທັງໝົດ 510ຈຸດ(ຫລັກໝາຍ) ທີ່ລັດຖະບານສອງຝ່າຍໄດ້ຕົກລົງ ຮ່ວມກັນ. ສອງຝ່າຍຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນວາງທິດ ທາງແຜນການເຮັດວຽກຮ່ວມກັນ ໃນຕໍ່ໜ້າ ໂດຍມອບໝາຍໃຫ້ຄະນະ ວິຊາການສອງຝ່າຍລົງສໍາຫລວດ ແລະ ເກັບກໍາຂໍ້ມູນຢູ່ພື້ນທີ່ຕົວຈິງ ຮ່ວມກັນຢູ່ບໍລິເວນທີ່ມີການຕົກລົງ ທິດເນັ່ງເສັ້ນຊາຍແດນແລ້ວ ແຕ່ບໍ່ ທັນສາມາດເອກະພາບກັນໄດ້ທາງ ດ້ານເຕັກນິກ ຢູ່ພູມີປະເທດຕົວຈິງ ເພື່ອນໍາມາພິຈາລະນາແກ້ໄຂຕາມ ຂັ້ນຕອນ. ພ້ອມດຽວກັນ, ກໍໄດ້ມອບ ໝາຍໃຫ້ຄະນະວິຊາການສອງຝ່າຍ ປຶກສາຫາລືແກ້ໄຂຂໍ້ກໍານົດທາງ ດ້ານເຕັກນິກຮ່ວມ (TOR) ໃຫ້ ສອດຄ່ອງກັບວຽກງານໃນປັດຈຸບັນ ແລະ ໃຫ້ດໍາເນີນວຽກງານສ້າງ ຕາໜ່າງເຄົ້າພິກັດພື້ນຖານດາວ ທຽມ (GPS) ເພື່ອນໍາໃຊ້ເຂົ້າໃນ ວຽກງານການສໍາຫລວດ ແລະ ປັກ ຫລັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນ ໄປ ພາຍໃຕ້ບັນຍາກາດແຫ່ງໄມຕີຈິດ ມິດຕະພາບ ແລະ ໄດ້ອັດລົງດ້ວຍ ຜົນສຳເລັດອັນຈົບງາມ. ຜົນຂອງ ກອງປະຊຸມຄັ້ງນີ້, ເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ຂອງສອງປະເທດ ຖານບ້ານໃກ້ ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາ ແຕ່ບູຮານນະການໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ, ຕອບສະໜອງຄວາມມຸ່ງມາດປາ ຖະໜາອັນແຮງກ້າ ຂອງການນໍາ ສອງພັກ, ສອງລັດ ກໍຄື ຂອງປະຊາ ຊົນສອງຊາດ ລາວ-ກໍາປູເຈຍ ທີ່ ຕ້ອງການສ້າງຊາຍແດນຂອງສອງ ປະເທດ ລາວ-ກຳປູເຈຍ ໃຫ້ກາຍ ເປັນຊາຍແດນແຫ່ງສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືຢ່າງຍາວ ນານ. ພາບ: ຂັນໄຊ ໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ກຳມາທິການການຕ່າງປະເທດ ໄດ້ ໃຫ້ຮູ້ວ່າ: ອະນຸກໍາມະການກອງ ເລຂາແຫ່ງຊາດ ໄດ້ສົມທົບກັບສະ ຖາບັນຄົ້ນຄວ້ານິຕິກຳສະພາແຫ່ງ ຊາດ ອອກແບບ ແລະ ພັດທະນາ ເວັບໄຊ ຂອງກອງປະຊຸມສະມັດຊາ ໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 45 ໂດຍ ມີຈຸດປະສົງແນໃສ່ເຜີຍແຜ່ຂໍ້ມູນຂ່າວສານ, ຂໍ້ມູນພື້ນຖານ, ການຕິດ ຕາມເອກະສານ, ແຜນການປະຕິ ບັດງານ, ແຜນການເຄື່ືອນໄຫວ ຕ່າງໆ ແລະ ຄວາມຄືບໜ້າຂອງກະ ກຽມກອງປະຊຸມເປັນແຕ່ລະໄລຍະ ອອກສູ່ສາທາລະນະໃຫ້ແກ່ບັນດາ ປະເທດລັດຖະສະພາສະມາຊິກໄອ ປາ, ປະເທດຜູ້ສັງເກດການ ແລະ ອົງການກ່ຽວຂ້ອງ ໃນການເຂົ້້າ ເຖິງເນື້ອໃນເອກະສານ ທີ່ກ່ຽວຂ້ອງ ກັບກອງປະຊຸມສະມັດຊາໃຫຍ່ລັດ ຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ແລະ ເຜີຍແຜ່, ໂຄສະ ນາ, ປຸກລະດົມ ເພື່ອໃຫ້ປະຊາຊົນໃນ ທົົ່ວສັງຄົມຮັບຊາບ ແລະ ເຂົ້າໃຈ ກ່ຽວກັບຄວາມໝາຍຄວາມສໍາຄັນ ຂອງການເປັນເຈົ້້າພາບຈັດກອງ ປະຊຸມໄອປາ ແລະ ການປະກອບ ສ່ວນເຂົ້າໃນການຮ່ວມກັນເປັນເຈົ້້າ ພາບທີ່ດີ. ສຳລັບໂຄງຮ່າງໜ້າເວັບໄຊ ອອກແບບເປັນພາອັງກິດ,ເນື້ອໃນ ຂອງເວັບໄຊ ປະກອບມີ: ໜັງສືເຊີນ, ຮ່າງວາລະດໍາເນີນກອງປະຊຸມ, ຮ່າງຕາຕະລາງການດໍາເນີນກອງ ປະຊຸມ,ຂໍ້ມູນທົ່ວໄປ,ບົດສະເໜີຂອບ ແນວຄວາມຄິດ, ຮ່າງມະຕິກອງປະ ຊຸມ, ແບບຟອມການລົງທະບຽນ ແລະ ເນື້ອໃນເອກະສານກ່ຽວຂ້ອງ ທີ່ຈຳເປັນ ອື່ນໆ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຮອງປະທານສະພາແຫ່ງຊາດ,ປະ ທານກໍາມາທິການກົດໝາຍໄດ້ຖະ ແຫລງຜົນການພິຈາລະນາຮັບຮອງ ເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ນີ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ດໍາເນີນມາແຕ່ວັນທີ 10 ມິຖຸນາ 2024 ເປັນຕົ້ນມາ, ກອງປະ ຊຸມໄດ້ຄົ້ນຄວ້າພິຈາລະນາຮັບຮອງ ເອົາເນື້ອໃນທີ່ສໍາຄັນຫລາຍບັນຫາ ແລະ ໄດ້ຮັບຟັງລາຍງານການກະ ກຽມວຽກງານຮອບດ້ານໃຫ້ແກ່ ການປັບປຸງລັດຖະທຳມະນູນສະບັບ ປີ 2015 ແຕ່ນີ້ຫາກາງປີ 2025 ເຊິ່ງບັນດາສະມາຊິກສະພາແຫ່ງ ຊາດ ໄດ້ເຫັນດີເປັນເອກະພາບກັນ ເພື່ອປັບປຸງລັດຖະທຳມະນູນສະບັບ ດັ່ງກ່າວໃຫ້ຖືກຕ້ອງ,ຄົບຖ້ວນ,ສອດ ຄ່ອງ, ຮັດກຸມ ແລະ ສາມາດປະຕິ ບັດໄດ້ ເພື່ອເປັນບ່ອນອີງໃຫ້ແກ່ ການສ້າງ ແລະ ປັບປຸງກົດໝາຍໃຫ້ ແທດເຖິງຕົວຈິງ. ສຳລັບກົດໝາຍສ້າງໃໝ່ 2 ສະ ບັບ ທີ່ໄດ້ຮັບຮອງປະກອບມີ: ກົດ ໝາຍວ່າດ້ວຍສະຫະກອນ ແລະ ກົດໝາຍວ່າດ້ວຍຊັບພະຍາກອນ ທີ່ ເປັນຢາ. ສ່ວນກົດໝາຍປັບປຸງ 11 ສະບັບມີກົດໝາຍວ່າດ້ວຍການຕ້ານ ການສໍ້ລາດບັງຫລວງ, ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງ ແວດລ້ອມ, ກົດໝາຍວ່າດ້ວຍສະ ພາແຫ່ງຊາດ, ກົດໝາຍວ່າດ້ວຍສະ ພາປະຊາຊົນຂັ້ນແຂວງ, ກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນຂັ້ນແຂວງ, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມເຊື້ອ ເຮສໄອວີ/ພະຍາດເອດ, ກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ, ກົດ ໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດ ໝາຍວ່າດ້ວຍການທ່ອງທ່ຽວ ແລະ ກົດໝາຍວ່າດ້ວຍການຕ້ານການ ຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ. ການພິຈາລະນາ ແລະ ຮັບຮອງ ເອົາກົດໝາຍ ຈໍານວນ 13 ສະບັບ ນີ້, ແມ່ນຜົນສໍາເລັດທີ່ສໍາຄັນໃນ ການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 20232025, ທັງເປັນການປະກອບສ່ວນ ສໍາຄັນໃນການປັບປຸງ ແລະ ເພີ່ມທະ ວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງ ປະເທດເຮົາ ໃຫ້ເປັນລະບົບຄົບຊຸດ ຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມ ໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາ ຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ທີ່ ເປັນພຶດຕິກໍາລະເມີດກົດໝາຍຢູ່ໃນ ສັງຄົມ, ປະກອບສ່ວນໃນການສ້າງ ລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມ ງວດຂຶ້ນ. ບັນດາກົດໝາຍເຫລົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ ສືບຕໍ່ສົມທົບກັບບັນດາກໍາມາທິການ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງປັບປຸງ, ຮຽບຮຽງໃຫ້ສໍາເລັດສົມບູນ ເພື່ອ ລາຍງານຄະນະປະຈໍາສະພາແຫ່ງ ຊາດ ກ່ອນສະເໜີທ່ານປະທານປະ ເທດ ພິຈາລະນາອອກລັດຖະດໍາລັດ ປະກາດໃຊ້ຢ່າງເປັນທາງການຕາມ ລະບຽບການທີ່ກໍານົດໄວ້. ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ຍັງໄດ້ຮຽກຮ້ອງໃຫ້ບັນ ດາກະຊວງ,ອົງການ, ເຈົ້າໜ້າທີ່, ພະ ນັກງານຂອງລັດ, ລັດວິສາຫະກິດ, ບໍລິສັດເອກະຊົນ ຕະຫລອດຮອດ ທຸກຊັ້ນຄົນໃນສັງຄົມ ຈົ່ງເອົາໃຈໃສ່ ຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນຂອງກົດໝາຍ, ເຂົ້າ ຮ່ວມການຈັດຕັ້ງປະຕິບັດບັນດາ ກົດໝາຍເຫລົ່ານັ້ນ ໃຫ້ເກີດມີໝາກ ຜົນເປັນຈິງ, ຫັນເປັນສະຕິ ແລະ ແບບແຜນດໍາລົງຊີວິດຂອງ ແຕ່ລະ ຄົນ, ຄອບຄົວ, ການຈັດຕັ້ງ, ຫົວ ໜ່ວຍວິສາຫະກິດ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນໃຫ້ບັນດາ ກົດໝາຍທີ່ໄດ້ຮັບຮອງໄປແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າ ສູ່ຊີວິດຕົວຈິງຂອງສັງຄົມ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຕຣາລີປະຈຳລາວ, ທ່ານ ວຽງປະ ສິດ ເທບພະສຸດາ ຜູ້ຕາງໜ້າອົງ ການແຮງງານສາກົນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງໃບຄຳ ຂັດທິຍະ ໄດ້ ມີຄຳເຫັນໃນວ່າ: ຜ່ານຄວາມພະຍາ ຍາມສູງຂອງບັນດາຜູ້ປະກອບ ການດ້ານການບໍລິການຈັດຫາງານ ໃນການຄົ້ນຄວ້າ, ເກັບກຳຂໍ້ມູນ, ລະ ດົມ ແນວຄວາມຄິດບວກກັບຄວາມ ຮັບຜິດຊອບຂອງກົມການຈັດຫາ ງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ່າງໆທັງພາກລັດ, ພາກທຸລະກິດ ນັບແຕ່ສູນກາງຮອດທ້ອງຖິ່ນ ແລະ ດ້ວຍການສະໜັບສະໜູນທາງດ້ານ ທັດສະນະ, ເຕັກນິກ, ວິຊາການ ແລະ ງົບປະມານຈາກບັນດາປະເທດໃນ ສະຫະພາບອີຢູ ໂດຍຜ່ານໄອໂລ ແລະ ການສະໜັບສະໜູນຈາກລັດ ຖະບານອົດສະຕຣາລີ ໂດຍແມ່ນສະ ຖານທູດອົດສະຕຣາລີ ເປັນໃຈກາງ, ມາຮອດມື້ນີ້, ສະມາຄົມທຸລະກິດ ບໍລິ ການຈັດຫາງານໄດ້ຮັບການສ້າງ ຕັ້ງຂຶ້ນຢ່າງເປັນລະບົບຄົບຊຸດຕາມ ນິຕິກໍາໄດ້ນົດໄວ້. ຜົນສຳເລັດຂອງການສ້າງຕັ້ງ ສະມາຄົມດັ່ງກ່າວ, ເປັນພຽງຜົນ ສຳເລັດເບື້ອງຕົ້ນ, ບັນຫາສຳຄັນ ແມ່ນໝາກຜົນຂອງການເຄື່ອນໄຫວ ຂອງສະມາຄົມ ໃນການບໍລິການ ຈັດຫາງານໃຫ້ແກ່ຜູ້ອອກແຮງງານ, ກໍຄື ສະໜອງແຮງງານໃຫ້ແກ່ບັນ ດາຕໍາແໜ່ງງານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ກໍຄື ກຳລັງແຮງງານ, ເຮັດໃຫ້ກຳລັງ ແຮງງານມີລາຍໄດ້, ມີວຽກເຮັດ ງານທຳທີ່ໝັ້ນຄົງ, ມີສະຫວັດດີການ ສັງຄົມຢ່າງເປັນລະບົບຄົບຊຸດ ເພື່ອ ຮັບປະກັນໃຫ້ເສດຖະກິດມີການຂະ ຫຍາຍຕົວ, ທັງເປັນການສ້າງຄວາມ ໝັ້ນທ່ຽງໃຫ້ແກ່ຂະແໜງການຜະ ລິດ ແລະ ບໍລິການ ໄດ້ດຳເນີນທຸລະ ກິດດ້ວຍຄວາມລາບລື່ນ ແລະ ມີຜົນ ສຳເລັດ. ໂອກາດນີ້, ທ່ານລັດຖະມົນຕີ ຮສສ ໄດ້ສະແດງຄວາມຫວັງວ່າ: ສະມາຄົມຈັດຫາງານ ຈະເປັນສ່ວນ ໜຶ່ງໃນການປະສານສົມທົບກັບຜູ້ປະ ກອບການພາຍໃນ ເພື່ອປັບປຸງສະ ພາບແວດລ້ອມ, ເງື່ອນໄຂຂອງການ ເຮັດວຽກທີ່ເອື້ອອຳນວຍ, ສ້າງຕຳ ແໜ່ງງານທີ່ໝັ້ນຄົງ ເພື່ອສ້າງແຮງ ຈູງໃຈດຶງດູດແຮງງານໃຫ້ເຂົ້າສູ່ຕະ ຫລາດແຮງງານພາຍໃນໃຫ້ຫລາຍ ຂຶ້ນ. ສະມາຄົມທຸລະກິດບໍລິການຈັດ ຫາງານລາວ ແມ່ນການເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນ, ເປັນ ການເພີ່ມກຳລັງແຮງທາງດ້ານສະ ຕິປັນຍາ, ກຳລັງຊັບພະຍາກອນເພື່ອ ສາມາດແຂ່ງຂັນກັບກົນໄກເສດຖະ ກິດຕະຫລາດ, ທັງເປັນການຫລຸດ ຜ່ອນການແກ້ງແຍ່ງແຂ່ງຂັນທາງ ດ້ານທຸລະກິດ ເພື່ອປົກປ້ອງແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ພ້ອມກັນເຕີບໃຫ່ຍຂະຫຍາຍຕົວໄປ ຂ້າງໜ້າ. ພ້ອມນີ້, ກໍເພື່ອຊ່ວຍພາກ ລັດໃນການຄຸ້ມຄອງ ແລະ ດັດສົມ ລະຫວ່າງຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະ ໜອງແຮງງານໃນເງື່ອນໄຂປັດຈຸ ບັນ ແລະ ອະນາຄົດ. ຂໍ້ມູນ-ພາບ: ຂ່າວສານ ຮສສ ກະທົບຕໍ່ຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ການ ພັດທະນາເສດຖະກິດ-ສັງຄົມ ຂອງ ພາກພື້ນ. ພ້ອມກັນນີ້, ບັນດາປະ ເທດສະມາຊິກອາຊຽນ ຍັງໄດ້ພ້ອມ ທັງກໍານົດທິດທາງແຜນການຮ່ວມ ມືໃນການຕ້ານອາຊະຍາກໍາຂ້າມ ຊາດ ລະຫວ່າງ ປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມອື່ນໆ ເພື່ອເປັນ ການປະກອບສ່ວນສ້າງປະຊາຄົມ ອາຊຽນໃຫ້ມີຄວາມປອດໄພ. ພາຍຫລັງກອງປະຊຸມເຈົ້າໜ້າ ທີ່ອາວຸໂສອາຊຽນ ວ່າດ້ວຍການ ຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 24 ໄດ້ປິດລົງ, ທ່ານ ພົນຕີ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ຫົວໜ້າເຈົ້າໜ້າທີ່ອາ ວຸໂສຮັບຜິດຊອບວຽກງານຕ້ານ ອາຊະຍາກໍາຂ້າມຊາດ ສປປ ລາວ ໃນນາມປະທານກອງປະຊຸມໄດ້ຖະ ແຫລ່ງຂ່າວ ຜົນສໍາເລັດຂອງກອງ ປະຊຸມວ່າ: ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍການຕ້ານ ອາຊະຍາກໍາຂ້າມຊາດ ຄັ້ງທີ 24 ນີ້, ມີຄະນະຜູ້ແທນຈາກປະເທດສະມາ ຊິກອາຊຽນ, ປະເທດສັງເກດການ, ກອງເລຂາອາຊຽນ ແລະ ປະເທດຄູ່ ຮ່ວມເຈລະຈາເຂົ້າຮ່ວມຫລາຍກວ່າ 200 ທ່ານ ເຂົ້າຮ່ວມ, ໄດ້ແລກປ່ຽນ ບົດຮຽນ ໃນການຕ້ານອາຊະຍາກໍາ ຂ້າມຊາດ ລະຫວ່າງ ປະເທດສະມາ ຊິກອາຊຽນດ້ວຍກັນແລະລະຫວ່າງ ອາຊຽນກັບປະເທດຄູ່ຮ່ວມເຈລະ ຈາ, ພ້ອມທັງແລກປ່ຽນທັດສະນະ ກ່ຽວກັບສະພາບການກໍ່ອາຊະຍາ ກໍາທີ່ເກີດຂຶ້ນໃນພາກພື້ນ ແລະ ສາ ກົນ; ທົບທວນຄືນຜົນການຈັດຕັ້ງປະ ຕິບັດບັນດາແຜນງານ, ໂຄງການ, ຂໍ້ຕົກລົງຕ່າງໆ ຂອງກອງປະຊຸມຄັ້ງ ທີຜ່ານມາ ແລະ ປຶກສາຫາລືກ່ຽວ ກັບທິດທາງແຜນການຮ່ວມມືໃນ ຕໍ່ໜ້າໃນການຕ້ານອາຊະຍາກໍາ ຂ້າມຊາດ ພາຍໃຕ້ 10 ຂົງເຂດອາ ຊະຍາກໍາ ຄື: ການຄ້າຂາຍຢາເສບ ຕິດ, ການກໍ່ການຮ້າຍ, ການຄ້າມະ ນຸດ,ການລັກລອບຄ້າຂາຍອາວຸດ ເສິກ, ອາຊະຍາກໍາທາງເສດຖະກິດ, ການຟອກເງິນ, ອາຊະຍາກໍາທາງ ຄອມພິວເຕີ, ການໂຈລະກໍາທາງທະ ເລ, ການຄ້າຂາຍສັດປ່າ ແລະ ໄມ້ ຫວງຫ້າມ ແລະ ການລັກລອບນໍາ ຄົນເຂົ້າ-ອອກເມືອງ. ໃນວາລະກອງປະຊຸມດັ່ງກ່າວ,

RkJQdWJsaXNoZXIy MTc3MTYxMQ==