ທົ່ວ ນວ ມີນັກສອບເສັງຈົບຊັ້ນ ມ7 ທັງໝົດ 9.427 ຄົນ

19/06/2024 12:00
Email Print 2575
ຂປລ ຂປລ. ພິທີສອບເສັງ ຈົບຊັ້ນ ມ7 ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 19-21 ມິຖຸນາ 2024 ນີ້, ສະເພາະຢູ່ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດພິທີເປີດຫົວບົດສອບເສັງ ຢູ່ ໂຮງຮຽນ ມສ ວຽງຈັນ ເມືອງຈັນທະບູລີ



ຂປລ.
  ພິທີສອບເສັງ ຈົບຊັ້ນ ມ7 ໃນຂອບເຂດທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 19-21 ມິຖຸນາ 2024 ນີ້
, ສະເພາະຢູ່ ນະຄອນຫລວງວຽງຈັນ (ນວ) ໄດ້ຈັດພິທີເປີດຫົວບົດສອບເສັງ ຢູ່ ໂຮງຮຽນ ມສ ວຽງຈັນ ເມືອງຈັນທະບູລີ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ໂດຍມີນັກສອບເສັງທັງໝົດ 9.427 ຄົນ, ຍິງ 4.863 ຄົນ. ໃນຂະນະທີ່ ການສອບເສັງຈົບຊັ້ນ ມ4 ໄດ້ສຳເລັດແລ້ວ ໃນລະຫວ່າງວັນທີ 11-13 ມິຖຸນາ 2024 ຜ່ານມານີ້.



ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ລາຍງານໃຫ້ຮູ້ວ່າ:
  ການສອບເສັງ ຈົບຊັ້ນ ມ7 ຢູ່ນະຄອນຫລວງວຽງຈັນ ມີນັກສອບເສັງທັງໝົດ 9.427 ຄົນ
, ຍິງ 4.863 ຄົນ, ມີຫ້ອງສອບເສັງ 455 ຫ້ອງ, ​ ສະເລ່ຍຫ້ອງລະ 22-23 ຄົນ, ແຕ່ລະຫ້ອງນັ່ງໂຕະລະ 1 ຄົນ, ມີກໍາມະການຍາມຫ້ອງເສັງ ທັງໝົດ 1.231 ຄົນ ປະຈຳຢູ່ແຕ່ລະສູນສອບເສັງ ເຊິ່ງຈັດເປັນ 22 ສູນສອບເສັງ. ໃນນັ້ນ, ເມືອງ ຈັນທະບູລີ ຈັດເປັນ 2 ສູນສອບເສັງ, ເມືອງ ສີໂຄດຕະບອງ 3 ສູນສອບເສັງ, ເມືອງ ໄຊເສດຖາ 3 ສູນສອບເສັງ, ເມືອງສີສັດຕະນາກ 2 ສູນສອບເສັງ, ເມືອງນາຊາຍທອງ 2 ສູນສອບເສັງ, ເມືອງໄຊທານີ 6 ສູນສອບເສັງ, ເມືອງ ຫາດຊາຍຟອງ 1 ສູນສອບເສັງ, ເມືອງ ສັງທອງ 1 ສູນສອບເສັງ ແລະ ເມືອງ ປາກງື່ມ ມີ 2 ສູນສອບເສັງ.



ສຳລັບ ການກວດບົດສອບເສັງຂອງນ້ອງນັກຮຽນ ແມ່ນນຳໃຊ້ເຄື່ອງຈັກ ກໍຄື ລະບົບຄອມພິວເຕີ ເຂົ້້າໃນການກວດບົດສອບເສັງ ແນໃສ່ເຮັດໃຫ້ຜົນການສອບເສັງ ຂອງນ້ອງນັກຮຽນ ຖືກຕ້ອງ
, ໂປ່ງໃສ, ວ່ອງໄວ ໄດ້ທັງປະລິມານ ແລະ ຄຸນນະພາບ.

ປັດຈຸບັນ ໂຮງ​ຮຽນ​ມັດ​ທະ​ຍົມ​ສຶກ​ສາ ທົ່ວນະຄອນຫລວງວຽງຈັນ ມີ​​ທັງ​ໝົດ 197 ແຫ່ງ. ໃນ​ນັ້ນ, ​ມີ​ໂຮງ​ຮຽນ​ເອ​ກະ​ຊົນ 90 ແຫ່ງ, ໂຮງ​ຮຽນ​ລັດ​ມີ 106 ແຫ່ງ, ໂຮງ​ຮຽນ​ທີ່​ມີ​ຊັ້ນ ມ4 ມີ​ 175 ແຫ່ງ, ເພີ່ມ​ຂຶ້ນ 4 ແຫ່ງ, ຈຳ​ນວນນັກ​ຮຽນ ມ4 ມີທັງ​ໝົດ 12.391 ຄົນ, ຍິງ 6.294 ຄົນ ແລະ ໂຮງ​ຮຽນ​ທີ່​ມີ​ຊັ້ນ ມ7 ມີ 114 ແຫ່ງ, ເພີ່ມ​ຂຶ້ນ 6 ແຫ່ງ, ​ໃນນັ້ນ, ມີນັກ​ຮຽນທັງໝົດ 9.427 ຄົນ, ຍິງ 4.863 ຄົນ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນສຶກສາ-ກິລາ

      ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

      9/5/2024 2:37:51 PM

      ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

      9/4/2024 4:47:13 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

    • ຮຽນໜັງສືສຶກສາ-ກິລາ

      ຮຽນໜັງສື

      9/3/2024 1:33:11 PM

      ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

      9/2/2024 2:50:32 PM

      ຂປລ. ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຫ້ອງຮຽນ, ໂຕະຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ

    • ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025ສຶກສາ-ກິລາ

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

      9/2/2024 2:36:56 PM

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ads
ads

Top