ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

02/09/2024 14:36
Email Print 1011
ຂປລ ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ສະບາຍດີ

- ທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ.

- ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ,

ມື້ນີ້ ແມ່ນວັນໜຶ່ງ ທີ່ມີຄວາມສໍາຄັນຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ແມ່ນຜູ້ທີ່ມີລູກຫລານ ທີ່ກຳລັງຢູ່ໃນໄວສຶກສາຮໍ່າຮຽນ ຊຶ່ງຈະໄດ້ພ້ອມກັນກັບເຂົ້າມາຮຽນຄືນ ໃນສົກຮຽນ 2024-2025.

ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025 ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມເປັນຫ່ວງເປັນ​ໄຍ, ຄວາມສາມັກຄີຮັກແພງ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູອາຈານ ແລະ ນັກຮຽນ-ນັກສຶກສາ ທຸກຊັ້ນ ທຸກສາຍ ທຸກລະດັບ ທຸກຂົງເຂດ ແລະ ຂະແໜງການໃນຂອບເຂດທົ່ວປະເທດ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ

ຍາມໃດ ລັດຖະບານ ກໍໄດ້ຖືວຽກງານການສຶກສາ ເປັນວຽກທີ່ສຳຄັນ ຖືເອົາ ການສຶກສາໄປກ່ອນກ້າວໜຶ່ງ”, ເອົາ ຄົນເປັນເປົ້າໝາຍ, ເປັນໃຈກາງໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ການສຶກສາ ແມ່ນເປັນພື້ນຖານ ໃນການພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ, ຮັກການອອກແຮງງານ ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່.

ຂ້າພະເຈົ້າ ໄດ້ຕິດຕາມການຈັດຕັ້ງ ການຮຽນ-ການສອນ ໃນສົກຮຽນຜ່ານມາ ເຫັນວ່າ ເຖິງຈະມີຄວາມຫຍຸ້ງຍາກຫລາຍຢ່າງ ທີ່ເປັນຜົນກະທົບຕໍ່ ການປະຕິບັດວຽກງານການສຶກສາ  ແຕ່ລັດຖະບານ ກໍໄດ້ສຸມທຸກຄວາມພະຍາຍາມ ໂດຍສົມທົບແໜ້ນ ກຳລັງແຮງສັງລວມທົ່ວສັງຄົມ ເພື່ອໃຫ້ສາມາດຂັບເຄື່ອນແຜນ ພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ເຮັດໃຫ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນໄດ້ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ ເພື່ອເປັນບ່ອນອີງໃນການຄຸ້ມຄອງບໍລິຫານ ການສຶກສາໃຫ້ສອດຄ່ອງກັບ ສະພາບການປ່ຽນແປງໃໝ່; ໄດ້ພ້ອມກັນສຸມໃສ່ການ ແກ້ໄຂບັນຫາການຂາດແຄນຄູ ໂດຍການປະຕິບັດນະໂຍບາຍໃຫ້ແກ່ຄູອາສາສະໝັກ ໃນຂອບເຂດທົ່ວປະເທດ, ແກ້ໄຂບັນຫາການປະລະການຮຽນ ແລະ ການສົ່ງເສີມການເຂົ້າຮຽນ ວິຊາຊີບໄດ້ໂດຍພື້ນຖານ.

ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູອາຈານ ທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ ຈຶ່ງເຮັດໃຫ້ຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂເທື່ອລະກ້າວ ສະແດງອອກຄືຜົນການຮຽນ ຂອງນັກຮຽນນັກສຶກສາໃນທຸກຊັ້ນ-ທຸກສາຍ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ມີລັກສະນະແຈກຢາຍໃນທົ່ວປະເທດ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ກໍໄດ້ສ້າງຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ.

ຕໍ່ຜົນສຳເລັດ ແລະ ຜົນງານ ທີ່ພວກເຮົາຍາດມາໄດ້ ໃນສົກຮຽນຜ່ານມາ, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ລັດຖະບານ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາວຸໂສ, ປະຊາຊົນລາວບັນດາເຜົ່າ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແລະ ທຸກພາກສ່ວນຂອງສັງຄົມ  ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າ ທັງດ້ານວັດຖຸ, ສະຕິປັນຍາ ແລະ ເຫື່ອແຮງ ຕໍ່ວຽກງານການສຶກສາ.  ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫລືອ ແລະ ມີສ່ວນຮ່ວມໃນ ການພັດທະນາການສຶກສາໃນສົກຮຽນຜ່ານມາ.

ບັນດາທ່ານທີ່ຮັກແພງທັງຫລາຍ

ໃນສົກຮຽນປີ 2024-2025 ນີ້, ບັນດາສິ່ງທ້າທາຍ ແລະ ອຸປະສັກຫລາຍຢ່າງ ຍັງສືບຕໍ່ທົດສອບພວກເຮົາໃນການພັດທະນາການສຶກສາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນ-ການສອນ ດຳເນີນໄປຢ່າງມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບຂັ້ນພື້ນຖານ, ພວກເຮົາຈະໄດ້ສືບຕໍ່ ວຽກຈຸດສຸມຈຳ ນວນໜຶ່ງ ເປັນຕົ້ນ ການເພີ່ມອັດຕາການເຂົ້າຮຽນໃນແຕ່ລະທ້ອງຖິ່ນ, ແກ້ໄຂການປະລະການຮຽນ, ການຂາດຄູສອນ, ການເຂົ້າຮຽນໃນສາຍອາຊີວະ ແລະ ການສຶກສາຊັ້ນສູງ.

ເພື່ອສ້າງພື້ນຖານການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ໜ້າໃຫ້ໝັ້ນຄົງ, ຕ້ອງໄດ້ມີການຂັບເຄື່ອນວຽກງານການສຶກສາ ຄວບຄູ່ກັບການພັດທະນາວິທະຍາສາດ-ນໍາໃຊ້ ເຕັກໂນໂລຊີ ຮັບ ປະກັນໃຫ້ແກ່ການ ສ້າງຄົນຕ້ອງປະກອບດ້ວຍຫຼາຍພາກສ່ວນ (ໂຮງຮຽນ, ຄອບຄົວ, ຊຸມຊົນ, ສັງ ຄົມ); ຕ້ອງຖືເອົາ ນັກຮຽນ-ນັກສຶກສາ ເປັນໃຈກາງໃນການພັດທະນາ, ຄູແມ່ນກໍາລັງແຮງຫລັກໃນການຂັບເຄື່ອນ, ໂຮງຮຽນແມ່ນສະຖານທີ່ ການຮຽນຮູ້ຂອງຊຸມຊົນ, ຄອບຄົວເປັນແມ່ແບບ ແລະ ສັງ ຄົມເປັນພື້ນຖານ”.

 

ເພື່ອເຮັດໄດ້ຄືແນວນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທົ່ວສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ ດັ່ງນີ້:

1. ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ຕິດຕາມຊຸກຍູ້ບັນດາສະຖານການສຶກສາຢ່າງໃກ້ຊິດ ໃຫ້ໄດ້ເຄື່ອນໄຫວກິດຈະກຳເປັນປົກກະຕິ, ສ້າງຂະບວນການກິລາ-ກາຍະກໍາ, ສິລະປະ, ວັນນະຄະດີ ແລະ ປັບປຸງສະພາບແວດລ້ອມໂຮງຮຽນ ເພື່ອດຶງດູດໃຫ້ນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ເຂົ້າຮຽນຫຼາຍຂຶ້ນ.

2. ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່, ປະຕິບັດຫລັກສູດການຮຽນ-ການສອນ, ເອົາໃຈໃສ່ທັກສະຄວາມຮູ້ຂັ້ນພື້ນຖານ ເຊັ່ນ: ພາສາລາວ, ຄະນິດສາດ, ຄວາມຮູ້ດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ,  ປະ ຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນຕໍ່ວິຊາຊີບ ແລະ ພັດທະນາ ດ້ານວິຊາສະເພາະ ແລະ ຄວາມຮູ້ເຕັກໂນໂລຊີໃໝ່ ຂອງຕົນ ໃຫ້ທັນກັບການປ່ຽນແປງຂອງໂລກໃນແຕ່ລະໄລຍະ.

3. ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນ ຂວາຍລູກຫລານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຢ່າງໜ້ອຍ ໃຫ້ຈົບການສຶກສາພາກບັງຄັບ ແລະ ສືບຕໍ່ຮຽນໃນລະດັບທີ່ສູງຂຶ້ນ.

4. ສຳລັບລູກຫລານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫລໍ່​ຫລອມ ໃຫ້ກາຍເປັນນັກ ຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ.

5. ໃຫ້ເປັນຄວາມຮັບຜິດຊອບ ຂອງອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ສະ ມາຄົມພໍ່ແມ່ນັກຮຽນ ແລະ ຄະນະພັດທະນາ ການສຶກສາແຕ່ລະຂັ້ນ, ຊຸມຊົນ, ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕໍ່ການສຶກສາ, ສຶກສາອົບຮົມແນວຄິດ ໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະ ພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນພົນລະເມືອງທີ່ດີ ຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ຄູອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

 

ອວຍພອນໃຫ້ສົກຮຽນ 2024-2025 ປະສົບຜົນສໍາເລັດຢ່າງຈົບງາມ

 

(ຂໍຂອບໃຈ)

KPL

ຂ່າວອື່ນໆ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ

      9/16/2024 4:01:17 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ 5 ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ 7,8 ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ, ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

    • ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024ສຶກສາ-ກິລາ

      ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024

      9/12/2024 7:52:42 PM

      ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024ສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024

      9/12/2024 10:11:56 AM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະຫລຸບ ຖອດຖອນບົກ​ຮຽນວຽກງານການສຶກສາ ປະຈຳສົກຮຽນ 2023-2024 ແລະ ທິດທາງແຜນການ ວຽກງານການສຶກສາ ປະຈຳສົກຮຽນ 2024-2025 ​ໃນວັນທີ 11 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ຕະ ຫລອດຮອດຄູ-ອາຈານ ເຂົ້າຮ່ວມ.

    • ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025

      9/11/2024 2:27:39 PM

      ຂປລ. ໃນວັນທີ 11 ກັນຍາ 2024 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ 2024-2025 ຢ່າງເປັນທາງການ ​ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ປະທານ​ສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ, ບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນສຶກສາ-ກິລາ

      ແຂວງສະຫວັນນະເຂດ ພົບບັນຫາການຂາດແຄນຄູສອນ

      9/9/2024 5:16:40 PM

      ຂປລ. ​ໃນ​ໂອກາດ ຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ທີ່ແຂວງສະຫວັນນະເຂດ ວັນ​ທີ 9 ກັນຍາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບສະພາບການ ຂອງວຽກງານການສຶກສາຢູ່ ແຂວງສະຫວັນນະເຂດ ທີ່ມີຂໍ້ຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ

ads
ads

Top