ຮຽນໜັງສື

03/09/2024 13:33
Email Print 1595
ຂປລ ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

     *ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່,  ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ  ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້. ສ່ວນຄອບຄົວກໍ່ຄືພໍ່ແມ່ຜູ້ປົກຄອງກໍ່ກະກຽມໃຫ້ລູກຫລານໄດ້ເຂົ້າຮຽນໃນລະດັບຕ່າງໆຕາມເງື່ອນໄຂຂອງໃຜລາວ ເຊິ່ງສົກຮຽນນີ້ໂດຍອີງໃສ່ສະພາບເສດຖະກິດທີ່ຍັງບໍ່ທັນອໍານວຍເທົ່າທີ່ຄວນ ແຕ່ພໍ່ແມ່ຜູ້ປົກຄອງກໍ່ບໍ່ໄດ້ລົດລະຄວາມເອົາໃຈໃສ່ຕໍ່ລູກຫລານຂອງຕົນໃນການສົ່ງລູກເຂົ້າຮຽນໃນບ່ອນທີ່ຕົນມີເງື່ອນໄຂ, ສະແດງເຖິງຄວາມເຂົ້າໃຈທີ່ດີ ແລະ ເຫັນໄດ້ຄວາມສໍາຄັນຂອງການ  “ຮຽນໜັງສື”.

     ການສຶກສາຮໍ່າຮຽນ ບໍ່ວ່າໃນລະດັບໃດ ລ້ວນແຕ່ມີຄວາມສໍາຄັນ  ໃນລະດັບສາມັນກໍ່ເປັນການຮຽນໜັງສືທີ່ເປັນການປູພື້ນຖານ ເພື່ອກ້າວສູ່ການຮຽນທີ່ສູງຂຶ້ນໄປ,   ຖ້າວ່ເວລາຮຽນເອົາພື້ນຖານນີ້ບໍ່ໄດ້ດີປານໃດ ກໍ່ຈະພົບຄວາມຫຍຸ້ງຍາກ ໃນເວລາຮຽນຂັ້ນສູງຂຶ້ນໄປ ເພາະຂາດພື້ນຖານຄວາມຮູ້ທີ່ໜັກແໜ້ນນັ້ນເອງ. ຄືກັບການປຸກສ້າງອາຄານ ກໍ່ຄືເຮືອນຊານຖ້າສ້າງພື້ນຖານ  ຫລື ຖານພ້ືນໝ້ັນແກ່ນແໜ້ນໜາດີ ຖືກຫລັກວິຊາການກໍ່ສ້າງເຄຫະສະຖານ ກໍ່ບໍ່ຕ້ອງຢ້ານວ່າເຮືອນຈະພຸພັງເປ່ເພກ່ອນເວລາອັນຄວນ, ແຕ່ກົງກັນຂ້າມຖ້າເຮັດຖານພື້ນບໍ່ດີຄວາມເປ່ເພຊຸດໂຊມ ກໍ່ຈະມາເຖິງໄວ  ຫລື ຮ້າຍແຮງກວ່ານັ້ນກໍ່ເປັນອັນຕະລາຍໃຫ້ແກ່ຜູ້ອາໄສ ເມື່ອເວລາມີພາຍຸ ຫລື ສະພາບດິນຟ້າອາກາດທີ່ບໍ່ດີອື່ນໆ. ສະນັ້ນ ຈຶ່ງຢາກແລກປ່ຽນວ່າ ການຮຽນໜັງສື ມີຄວາມຈໍາເປັນຕ້ອງມີການປູພື້ນຖານໃຫ້ໝັ້ນແກ່ນ ເພື່ອກ້າວໄປສູ່ການຮຽນທີ່ສູງຂຶ້ນ, ຍາກຂຶ້ນ ນັ້ນເອງ.

    ໃນສະພາບຫຍຸ້ງຍາກທາງເສດຖະກິດ, ບັນຫາທີ່ຖືກຕັ້ງຂຶ້ນ ແລະ ພຶດຕິກໍາຕົວຈິງໄດ້ສະແດງອອກໃຫ້ເຫັນຢ່າງປະຕິເສດບໍ່ໄດ້ ແມ່ນການເຂ້ົ່າຮຽນໃນລະດັບວິຊາຊີບຂຶ້ນໄປມີໜ້ອຍລົງເມື່ອສົມທຽບໃສ່ໄລຍະກ່ອນການລະບາດຂອງພະຍາດໂຄ ວິດ19   ເພາະການຮຽນລະກັບວິຊາຊີບ ແລະ ສູງຂຶ້ນໄປປະຕິເສດບ່ໍໄດ້ສິ່ງຕິດພັນນັ້ນຄືລາຍຈ່າຍສໍາລັບການຮຽນ. ເຮັດໃຫ້ຫລາຍຄອບຄົວທີ່ເງື່ອນໄຂບໍ່ພ້ອມບໍ່ສາມາດສົ່ງລູກຫລານຮຽນຕໍ່ ຫລັງຈົບມັດທະຍົມຕອນປາຍ. ນີ້ແມ່ນສິ່ງທ້າທາຍສໍາ ລັບພວກເຮົາບໍ່ວ່າແຕ່ຂະແໜງການໃດໜຶ່ງ ຫລື ບຸກຄົນ-ນິຕິບຸກຄົນໃດໜຶ່ງ, ມັນແມ່ນໜ້າທີ່ທີ່ຕ້ອງຄິດຫງໍາສໍາຫລວດຄືນນໍາກັນທຸກຄົນ,  ບໍ່ຕິໃຜ.

    ເວົ້າເຖິງຄວາມຫຍຸ້ງຍາກ ກໍ່ມີຫລາຍຄໍາເຫັນທັງສັງຄົມເຮົາ ແລະ ບ່ອນທີ່ເພິ່ນຈະເລີນວ່າບໍ່ມີຍາມໃດ ທ່ີບໍ່ມີຄວາມຫຍຸ້ງຍາກ, ສໍາຄັນແມ່ນການຜ່ານຜ່າຈະເຮັດແນວໃດ, ຈະຖອຍ ຫລື ສູ້ຊົນຜ່ານຜ່າ. ມີບາງຄໍາເຫັນກໍ່ເວົ້າວ່າໃນໄລຍະປະເທດຊາດປົດປ່ອຍໃໝ່ຍິ່ງຫຍຸ້ງຍາກ, ພວກເຮົາຖືກປິດລ້ອມທາງດ້ານເສດຖະກິດ ແລະ ການຊ່ວຍເຫລືອຈາກນາໆປະເທດ, ແຕ່ດ້ວຍການນໍາພາຂອງພັກ, ປະເທດຊາດພວກເຮົາກ່ສາມາດຜ່ານຜ່າມາໄດ້ຮອດທຸກວັນນີ້ ເຊິ່ງມີຫລາຍສິ່ງຢ່າງທີ່ບໍ່ເຄີຍມີ ເຮົາກໍ່ມີຄືປະເທດເພິ່ນເມືອງທ່ານ,  ເຖິງວ່າພວກເຮົາຍັງອ່ອນນ້ອຍການພັດທະນາແຕ່ບ່ໍໄດ້ນ້ອຍໜ້າ. ເວ້ົາສະເພາະວຽກງານການສຶກສາ, ໄລຍະທໍາອິດຂອງລະບອບໃໝ່, ພວກເຮົາພ້ອມກັນປະຕິບັດແນວທາງນະໂຍບາຍການສຶກສາຖືເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຊິ່ງມີຄໍາຂວັນປຸກລະດົມຮຽນໜັງສືແມ່ນຮັກຊາດ ແລະ ອື່ນໆ. ໄລຍະນັ້ນຄົນລາວຮູ້ໜັງສືມີພຽງແຕ່ໜ້ອຍດຽວ, ວຽກປະຊາສຶກສາໄດ້ຖືກດໍາເນີນ ທົ່ວສັງຄົມເພື່ອເປົ້າໝາຍລົບລ້າງຄວາມບໍ່ຮູ້ໜັງສື, ບັນຍາກາດຮຽນໜັງສືມີຄວາມຟົດຟື້ນໃນທົ່ວປະເທດບໍ່ວ່າຕົວເມືອງ ຫລື ຊົນນະບົດ. ຂະບວນການປຸກລະດົມການຮຽນປະຊາສຶກສາ ແມ່ນຟົດຟື້ນແທ້, ສ່ອງແສງລັກສະນະຕົວຈິງ ເປັນຕ້ົນມີເພງ, ຂັບລໍາ...ປຸກລະດົມ ແລະ ສ່ອງ ແສງຕົວຈິງ ໄດ້ຢ່າງຖືກຕ້ອງດັ່ງເພງ  ຈົດໝາຍຂອງແມ່ ຮ້ອງໂດຍ ສົມມີໄຊ ເຕໂຊ ທີ່ມີບາງເນື້ອໃນວ່າ “ແນມເຫັນຈົດໝາຍທີ່ສົ່ງມາຈາກມານດາ ແມ່ຮັກທີ່ບ້ານເກີດເຮົາ...ອັກສອນ ແມ່ຂຽນບໍ່ງາມໃດ ແຕ່ມີຄວາມໝາຍຍິ່ງໃຫຍ່ໄພສານ...ລູກຍັງບໍ່ລືມຍາມລູກຈາກມາ ມານດາຄົນດີຍັງຖືກກືກໜັງສື...ບັດນ້ີຈົດໝາຍລູກມີໃນມືຕົວໜັງສື ຂຽນຈາກແມ່ນເອງ...”. ເພງ ສ່ອງແສງ ຫລື ສະທ້ອນໃຫ້ເຫັນຜົນສໍາເລັດຂອງວຽກງານສຶກສາທົ່ວປວງຊົນ ໃນຂັ້ນພື້ນຖານສໍາຄັນທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດ.

     ຢາກສະຫລຸບເພື່ອແລກປ່ຽນຄໍາເຫັນວ່າ ບັນດາຄວາມຫຍຸ້ງຍາກທ່ເກີດຂຶ້ນນີ້ ພວກເຮົາຈະຍອມຖອຍ ຫລື ຢຸດຈຶ້ງ? ສໍາຄັນຄືການຊອກຫາທາງອອກທີ່ດີ ໂດຍບໍ່ໃຫ້ລູກຫລາປະລະການຮຽນ, ພວກເຮົາລ້ວນມີພັນທະໃນການສ້າງຜູ້ສືບທອດ ຄືກັນກັບຄົນຮຸ່ນກ່ອນໆສ້າງພວກເຮົາ,  ອີງໃສ່ສະພາບຖືໂອກາດປັບປຸງລະບົບການສຶກສາໃຫ້ຫຍັບໃກ້ພາກພື້ນ-ສາກົນ ບົນພື້ນຖານເງື່ອນໄຂ ແລະ ຈຸດພິເສດຂອງພວກເຮົາ ດ້ວຍບາດກ້າວບຸກທະລຸ, ຫັນປ່ຽນໃໝ່ທ່ີສອດຄ່ອງກັບຍຸກສະໄໝການພັດທະນາ. ຖືເອົາວຽກງານການສຶກສາ  ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.

    ລູກຫລານນັກຮຽນ-ນັກສຶກສາເອງ ກໍ່ຕ້ອງພ້ອມພາກັນຕັ້ງໃຈຄ້ົນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ດຸໝ່ັນຂະຫຍັນພຽນ, ຕ້ັງໜ້າຝຶກຝົນຫລ່ໍຫລອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ,  ການຮຽນໜັງສືແມ່ນສໍາຄັນທີ່ສຸດສໍາລັບຄົນເຮົາເຊິ່ງບໍ່ຄວນຖືເບົາ.

  ໂດຍ: ຄ້ອງໃໝ່ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

ads
ads

Top