ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

05/09/2024 14:37
Email Print 1794
ຂປລ ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ



ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (
School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ ເຊິ່ງເປັນບາດກ້າວສຳຄັນ ທີ່ສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນຂອງ ລັດຖະບານລາວຢ່າງຕໍ່ເນື່ອງ ໃນການປັບປຸງດ້ານສຸຂະພາບ ແລະ ການສຶກສາຂອງເດັກນ້ອຍ ໃນຂອບເຂດທົ່ວປະເທດ.

ການເຂົ້າຮ່ວມເປັນສະມາຊິກ ສະຫະພັນອາຫານໃນໂຮງຮຽນຂອງ ສປປ ລາວ ຖືເປັນຂີດໝາຍສຳຄັນ ຂອງປະເທດ ໃນການປັບປຸງການບັນລຸເປົ້າໝາຍ ດ້ານການສຶກສາ ໂດຍຜ່ານຜົນການຮຽນທີ່ເພີ່ມຂຶ້ນ, ພ້ອມດຽວກັບການຫລຸດຜ່ອນຄວາມສ່ຽງ ຕໍ່ກັບການຂາດສານອາຫານ ຂອງເດັກນ້ອຍ, ຫລາຍກວ່າ 33% ຂອງເດັກນ້ອຍໃນ ສປປ ລາວ ຍັງປະສົບກັບບັນຫາການຂາດສານ ອາຫານແບບຊໍາເຮື້ອ ສົ່ງຜົນກະທົບຕໍ່ການພັດທະນາ ທາງດ້ານສະຕິປັນຍາ ແລະ ຜົນການຮຽນຂອງເຂົາເຈົ້າ. ປັດຈຸບັນ ແຜນງານສົ່ງເສີມອາຫານທ່ຽງໃນໂຮງຮຽນ ກວມເອົາປະມານ 25% ຂອງໂຮງຮຽນປະຖົມ ທັງໝົດໃນທົ່ວປະເທດ. ໃນນັ້ນ, ມີເດັກນ້ອຍປະມານ 250.000 ຄົນ ໄດ້ຮັບຜົນປະໂຫຍດຈາກວຽກງານດັ່ງກ່າວ.

ໃນຖານະທີ່ເປັນສະມາຊິກໃໝ່ ຂອງສະຫະພັນອາຫານໃນໂຮງຮຽນ, ສປປ ລາວ ຈະສຸມໃສ່ການສົ່ງເສີມ ແລະ ການຂະຫຍາຍແຜນງານ ສົ່ງເສີມອາຫານທ່ຽງໃນໂຮງຮຽນ ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມ ພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອປັບປຸງ ແລະ ພັດທະນາແຜນງານ ໃຫ້ມີຄວາມຍືນຍົງ ແລະ ຕອບສະໜອງຄວາມຕ້ອງການດ້ານສານອາຫານຂອງນັກຮຽນ, ພ້ອມກັນນັ້ນ, ກໍຈະສົ່ງເສີມການສະໜັບສະໜູນ ການຜະລິດກະສິກຳ ແລະ ເສດຖະກິດທ້ອງຖິ່ນ ອີກດ້ວຍ.

ທ່ານ  ພຸດ ສິມມາລາວົງ  ລັດຖະມົນຕີກະຊວງສຶກສາ ແລະ ກິລາ ໄດ້ມີ​ຄໍາ​ເຫັນວ່າ: ການເຂົ້າຮ່ວມເປັນສະມາຊິກຂອ ງສະຫະພັນອາຫານໃນໂຮງຮຽນ ແມ່ນບາດກ້າວສຳຄັນ ຕໍ່ກັບຍຸດທະສາດແຫ່ງຊາດ ຂອງປະເທດ ໃນການປັບປຸງສຸຂະພາບ ແລະ ການສຶກສາຂອງເດັກ; ການໃຫ້ອາຫານທີ່ມີ ໂພຊະນາການໃນໂຮງຮຽນ ແມ່ນມີຄວາມຈໍາເປັນ ບໍ່ພຽງແຕ່ເຮັດໃຫ້ນັກຮຽນ ມີສຸຂະພາບແຂງແຮງເທົ່ານັ້ນ, ແຕ່ຍັງເຮັດໃຫ້ເຂົາເຈົ້າ ບັນລຸຜົນສໍາເລັດດ້ານການຮຽນຮູ້ ແລະ ກາຍເປັນຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ປະກອບສ່ວນເຂົ້າໃນ ການພັດທະນາປະເທດຊາດ. ສປປ ລາວ ມີແຜນພັດທະນາແຫ່ງຊາດ ດ້ານໂພຊະນາການໃນໂຮງຮຽນ ນັບຕັ້ງແຕ່ປີ 2000 ຮ່ວມກັບຄູ່ຮ່ວມງານເຊັ່ນ: ອົງການອາຫານໂລກ (WFP), ອົງການບັນເທົາທຸກກາໂຕລິກ (CRS) ແລະ ທະນາຄານໂລກ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ຜູ້ໃຫ້ທຶນຫລາຍປະເທດດ້ວຍກັນ. ແຜນງານສົ່ງເສີມວຽກງານ ອາຫານທ່ຽງໃນໂຮງຮຽນ ໄດ້ດຳ ເນີນການຈັດຕັ້ງປະຕິບັດ ຢ່າງເປັນທາງການໃນປີ 2010 ໃນເຂດພື້ນທີ່ບູລິມະສິດຂອງລັດຖະບານ ໂດຍສະເພາະ ໃນຂົງເຂດທີ່ມີຄວາມສ່ຽງຕໍ່ດ້ານສະບຽງອາຫານ ແລະ ການຂາດສານອາຫານສູງ. ການເຂົ້າຮ່ວມ​ເປັນສະ​ມາ​ຊິກ​ຂອງສະຫະພັນດັ່ງກ່າວ, ຍັງໄດ້ສ້າງໂອກາດໃຫ້ ສປປ ລາວ ໃນການເຂົ້າຮ່ວມການສົນທະນາ ໃນລະດັບສາກົນ, ແລກປ່ຽນປະສົບການ ແລະ ຮຽນຮູ້ຈາກຜົນສຳເລັດ ຂອງບັນດາປະເທດທີ່ເປັນສະມາຊິກ ໂດຍລວມແລ້ວ, ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸບັນດາເປົ້າໝາຍ ການພັດທະນາ ໃນລະດັບຊາດ ແລະ ສາກົນ ຕາມກຳນົດເວລາທີ່ເໝາະສົມ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ໃຫ້ມີຄວາມເຂັ້ມແຂງ, ມີການສຶກສາ ແລະ ມີຄວາມຈະເລີນຮຸ່ງເຮືອງຫລາຍຂຶ້ນ.

ໂອກາດດຽວກັນ, ທ່ານ ນາງ ຊີວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ກໍໄດ້​ເນັ້ນ​​ວ່າ: ລັດຖະບານຝຣັ່ງ ມີຄວາມ​ດີ​ໃຈຢ່າງຍິ່ງ​ທີ່ ສປປ ລາວ ​ເຂົ້າ​ເປັນ​ສະມາຊິກ​​ສະຫະພັນອາ ຫານໃນໂຮງຮຽນ ​ເພາະວ່າ​ລັດຖະບານຝຣັ່ງ ໄດ້ມີສ່ວນຮ່ວມໃນ ການສະໜັບສະໜູນ ເຂົ້າ​ເປັນ​ສະມາ ຊິກ. ສປປ ລາວ ແມ່ນໜຶ່ງໃນບັນດາປະເທດບຸລິມະສິດ ຂອງລັດຖະບານຝຣັ່ງ ໃນການປັບປຸງວຽກງານ ດ້ານໂພຊະນາການ ເນື່ອງຈາກລັດຖະບານລາວ ໄດ້ຖືເອົາວຽກອາຫານທ່ຽງ ໃນໂຮງຮຽນເປັນວຽກບຸລິມະສິດອັນໜຶ່ງ ເພື່ອສ້າງເງື່ອນໄຂໃຫ້ແກ່ ການພັດທະນາປະເທດ ແລະ ປະຊາຊົນ. ​ດັ່ງນັ້ນ, ລັດຖະບານ ຝຣັ່ງ ຈຶ່ງ​ໄດ້​ໃຫ້ການ​ສະໜັບສະໜູນ​​ ການປັບປຸງຕໍ່ກັບ​ບັນຫາ​​ຄວາມ ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ການຂາດ​ສານ​ອາຫານ​ ໃນ​ ສປປ ລາວ ​ໂດຍ​ຜ່ານ​ອົງການ​ອາຫານ​ໂລກ​ ນັບ​ແຕ່​ປີ 2019 ​ເປັນ​ຕົ້ນ​ມາ, ດ້ວຍ​ການ​ປະກອບສ່ວນ ​ເປັນງົບປະມານ 3,3 ລ້ານ​ເອີ​ໂຣ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top