ກະຊວງການເງິນ ຊີ້ແຈງຄຳຊັກຖາມ ກ່ຽວກັບ ນະໂຍບາຍເພີ່ມເງິນເດືອນ-ເງິນອຸດໜູນ

13/06/2024 14:35
Email Print 565
ຂປລ ຂປລ. ໃນວັນທີ 13 ມິຖຸນາ 2024 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກຳນົດ ນະໂຍບາຍເພີ່ມເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ, ທະຫານ-ຕຳຫລວດ ເຖິງວ່າໄດ້ປະຕິບັດແລ້ວ ແຕ່ຍັງເຫັນວ່າ ເປັນຈຳນວນໜ້ອຍ ແລະ ບໍ່ທັນແບ່ງເບົາພາລະຄ່າຄອງຊີບ ທີ່ສູງຂຶ້ນຕາມສະພາບເງິນເຟີ້ ແລະ ອັດ ຕາແລກປ່ຽນໃນປັດຈຸບັນ




ຂປລ. ໃນວັນທີ 13 ມິຖຸນາ 2024 ນີ້,
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການກຳນົດ ນະໂຍບາຍເພີ່ມເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ, ທະຫານ-ຕຳຫລວດ ເຖິງວ່າໄດ້ປະຕິບັດແລ້ວ ແຕ່ຍັງເຫັນວ່າ ເປັນຈຳນວນໜ້ອຍ ແລະ ບໍ່ທັນແບ່ງເບົາພາລະຄ່າຄອງຊີບ ທີ່ສູງຂຶ້ນຕາມສະພາບເງິນເຟີ້ ແລະ ອັດຕາແລກປ່ຽນໃນປັດຈຸບັນ, ລັດຖະບານຈະມີການຄົ້ນຄວ້າ ເພື່ອຮັບປະກັນໃຫ້ມີຄວາມສອດຄ່ອງ ກັບສະພາບຕົວຈິງຄືແນວໃດ?, ບັນດາມາດການດ້ານງົບປະມານ-ການເງິນ ທີ່ກະຊວງການເງິນໄດ້ວ່າງອອກສາມາດ ຊ່ວຍແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເງິນຕາ ເປັນຕົ້ນ ອັດຕາເງິນເຟີ້, ອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບ ແລະ ຄ່າຊີບ ທີ່ນັບມື້ນັບສູງຂຶ້ນ ຄືແນວໃດ?.

ຕໍ່​ກັບ​ບັນຫາ​ດັ່ງກ່າວ ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ຄຳຊີ້ແຈ້ງວ່າ: ການປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພະນັກງານບຳນານ, ລັດຖະບານ ກໍຄື ກະຊວງການເງິນ ຖືເປັນລາຍຈ່າຍບຸລິມະສິດ ດ້ວຍການຄົ້ນຄວ້າຂຶ້ນແຜນ, ເພີ່ມມູນຄ່າດັດສະນີເງິນເດືອນແຕ່ລະໄລຍະ ແລະ ປະຕິບັດການເບີກຈ່າຍໃຫ້ທັນເວລາ, ແຕ່ຍ້ອນສະພາບເສດຖະກິດ ມີຄວາມຫຍຸ້ງຍາກ, ສະພາບເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ ເຮັດໃຫ້ການດຳລົງຊີວິດ ຂອງພະນັກງານລັດຖືກກະທົບ. ຕໍ່ສະພາບດັ່ງກ່າວ, ໃນປີ 2023 ໄດ້ຄົ້ນຄວ້າເພີ່ມ ເງິນຄ່າຄອງຊີບ 150.000 ກີບ ແລະ ຍົກລະດັບເງິນເດືອນຂັ້ນຕໍ່າສຸດ ຂອງພະນັກ ງານມາເປັນ 1.700.000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງຊີບຂຶ້ນອີກ 150.000 ກີບ ເຮັດໃຫ້ເງິນເດືອນ ພື້ນຖານຕໍ່າສຸດ ຂອງພະນັກງານລັດຖະກອນ ມາເປັນ 1.850.000 ກີບ ເຊິ່ງເຫັນວ່າສາມາດແກ້ໄຂແບ່ງເບົາ ພາລະຄ່າຄອງຊີບໄດ້ໃນລະດັບໜຶ່ງ.

ອີງໃສ່ສະພາບເງິນກີບອ່ອນຄ່າ ໃນປັດຈຸບັນ, ລັດຖະບານ ໄດ້ສືບຕໍ່ໃຫ້ກະຊວງພາຍໃນ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າປັບປຸງໂຄງສ້າງເງິນເດືອນຄືນໃໝ່ ເພື່ອໃຫ້ສອດ ຄ່ອງກັບສະພາບ ເສດຖະກິດ. ກະຊວງການເງິນ ຈະຄົ້ນຄວ້າຄວາມອາດສາມາດ ໃນການເພີ່ມເງິນ ເດືອນຂຶ້ນຕື່ມ ເຊິ່ງປັດໄຈຫລັກແມ່ນຂຶ້ນກັບ ລາຍຮັບງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອຈະມາຄົ້ນຄວ້າເພີ່ມ. ຜ່ານການຄົ້ນຄວ້າເບື້ອງຕົ້ນ ຄາດວ່າຈະສູ້ຊົນຍົກລະດັບປັບປຸງ ນະໂຍບາຍເງິນເດືອນ ຕໍ່າສຸດ ມາຢູ່ລະດັບ 2 ລ້ານ ຫາ 2,2 ລ້ານກີບ ເຊິ່ງຈະເຮັດໃຫ້ລາຍຈ່າຍເງິນເດືອນເພີ່ມຂຶ້ນ ປະມານ 8-18% ຂອງລາຍຈ່າຍເງິນເດືອນຕໍ່າສຸດຂອງປີ 2024 ດ້ວຍການປັບປຸງ ໂຄງສ້າງດັດສະນີເງິນ ເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ເຂົ້າສູ່ລະບົບເງິນເດືອນ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດ ງວດ 1 ປີ 2025 ເປັນຕົ້ນໄປ.

ສຳລັບ ຜົນກະທົບຕໍ່ອັດຕາເງິນເຟີ້ ແລະ ການອ່ອນຄ່າຂອງ ອັດຕາແລກປ່ຽນ ເກີດຈາກປັດໄຈພາຍ​ໃນ ແລະ ພາຍນອກ. ສະນັ້ນ, ກະຊວງການເງິນ ໄດ້ຄົ້ນຄວ້ານະໂຍບາຍ ແລະ ມາດຕະການທາງດ້ານເງິນຕາ ທີ່ຕິດພັນກັບການແກ້ໄຂບັນຫາ, ສິ່ງທ້າທາຍດ້ານການເງິນ-ເງິນຕາ ໃນປີ 2022  ໂດຍຕິດພັນກັບການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ຂອງຄະນະສະເພາະກິດ 19/ກມສພ ໂດຍໄດ້ຜັນຂະຫຍາຍເປັນ 5 ໜ້າວຽກ ຄື: ນະໂຍບາຍທາງດ້ານພາສີ-ອາກອນ ເຊິ່ງໄດ້ມີການປັບຫລຸດ ອັດຕາ ອາກອນຊົມໃຊ້ ນໍ້າມັນເຊື້ອໄຟ ຕາມມະຕິຄະນະປະຈຳສະພາແຫ່ງຊາດ;  ອອກນິຕິກຳ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຜ່ານລະບົບທະນາຄານ; ການອອກລັດຖະບັນຍັດປະທານປະເທດ ວ່າດ້ວຍການ ປັບປຸງ ອັດຕາອາກອນຊົມໃຊ້ ຂອງບາງປະເພດສິນຄ້າ ເປັນມາດຕະການໜຶ່ງທີ່ຊ່ວຍໃນການຄຸ້ມຄອງການໄຫລອອກຂອງເງິນຕາຕ່າງປະເທດ, ແຕ່ທາງພາກປະຕິບັດຕົວຈິງເຫັນວ່າ ຍັງມີບາງໝວດ ສິນຄ້າ ເພີ່ມຂຶ້ນເຊັ່ນ: ມູນຄ່າການນຳເຂົ້າພາຫະນະເພີ່ມຂຶ້ນ 37%; ເຄື່ອງດື່ມສຳເລັດຮູບເພີ່ມຂຶ້ນ 7%; ປະເພດເຄື່ອງດື່ມທີ່ມີທາດເຫລົ້າຫລຸດລົງ 43%; ປະເພດຜະລິດຕະພັນເບຍ ເພີ່ມຂຶ້ນ 16% ທຽບໃສ່ໄລຍະ ດຽວກັນ ຂອງປີຜ່ານມາ. ສ່ວນມາດຕະການໃນຕໍ່ໜ້າ, ຈະທົບທວນຄືນ ອັດຕາ ແລະ ກົນໄກການຈັດຕັ້ງປະຕິບັດ ໃຫ້ສອກຄ່ອງກັບສະພາບຕົວຈິງຕື່ມ;  ການ ຈັດຕັ້ງປະຕິບັດອັດຕາ ອາກອນມູນຄ່າເພີ່ມ ຈາກ 7% ມາເປັນ 10% ເຊິ່ງເປັນອັດຕາເກົ່າທີ່ເຄີຍປະຕິ ບັດຜ່ານມາ ເພື່ອເຮັດໃຫ້ສາມາດສ້າງລາຍຮັບ ເຂົ້າງົບປະມານລັດເພີ່ມຂຶ້ນ ປະມານ 2.000 ຕື້.

ສຳລັບ ບັນດາມາດຕະການ ແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ຂອງຄະນະສະ ເພາະກິດ 19/ກມສພ ຕິດພັນກັບກະຊວງການເງິນ ກໍໄດ້ຈັດຕັ້ງຜັນຂະຫຍາຍ ການຈັດເກັບຄ່າທຳ ນຽມການນຳເຂົ້າ ເພື່ອສົ່ງອອກຕໍ່ ເປັນເງິນຕາຕ່າງປະເທດ ແມ່ນໄດ້ສໍາເລັດການເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນຂ່າວສານ ຜ່ານລະບົບທັນສະໄໝ ກັບທະນາຄານ ແຫ່ງ ສປປ ລາວ ເຊິ່ງສາມາດດຶງເອົາຂໍ້ມູນ ຈາກລະບົບ ຂອງກົມພາສີ ກະຊວງການເງິນ ໄດ້ໂດຍພື້ນຖານ (ບໍ່ທັນມີຕົວເລກຢັ້ງຢືນ ຜົນການຈັດຕັ້ງປະຕິບັດ). ນອກຈາກນີ້, ຍັງມີການຄຸ້ມຄອງ ການນໍາເຂົ້ານໍ້າມັນເຊື້ອໄຟ, ການດໍາເນີນມາດຕະການຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ, ການຄຸ້ມຄອງການນຳເຂົ້າ ສິນຄ້າຕິດຕົວຜູ້ໂດຍສານ ແລະ ການເຄື່ອນຍ້າຍ ເງິນຕາອອກໄປຕ່າງປະເທດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

ads
ads

Top