ບໍລິສັດ EVN ຫັນການໂຄສະນາ-ສື່ສານຜ່ານຫລາຍຮູບແບບ ເພື່ອໃຫ້ສັງຄົມເຂົ້າເຖິງ

24/10/2024 18:21
Email Print 102
ຂປລ ຂປລ. ວຽກງານການໂຄສະນາສື່ສານ, ການເຜີຍແຜ່ຂໍ້ມູນ ລວມເຖິງພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃນໄລຍະຜ່ານມາ ແມ່ນໄດ້ເຜີຍແຜ່ຜ່ານຊ່ອງທາງເວັບໄຊ້ ແລະ ການພິມເປັນວາລະສານ ເທົ່ານັ້ນ, ຊຶ່ງມີລາຍເດືອນ, ລາຍໄຕມາດ, ແຕ່ດ້ວຍສະພາບການຫັນປ່ຽນ ຂອງເຄື່ອງມືສື່ມວນຊົນໃນປັດຈຸບັນ ບໍລິສັດໄດ້ຫັນມານໍາໃຊ້ເຄື່ອງມືໂຄສະນາສື່ສານ



ຂປລ. ວຽກງານການໂຄສະນາສື່ສານ
, ການເຜີຍແຜ່ຂໍ້ມູນ ລວມເຖິງພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃນໄລຍະຜ່ານມາ ແມ່ນໄດ້ເຜີຍແຜ່ຜ່ານຊ່ອງທາງເວັບໄຊ້ ແລະ ການພິມເປັນວາລະສານ ເທົ່ານັ້ນ, ຊຶ່ງມີລາຍເດືອນ, ລາຍໄຕມາດ, ແຕ່ດ້ວຍສະພາບການຫັນປ່ຽນ ຂອງເຄື່ອງມືສື່ມວນຊົນໃນປັດຈຸບັນ ບໍລິສັດໄດ້ຫັນມານໍາໃຊ້ເຄື່ອງມືໂຄສະນາສື່ສານ ຜ່ານຫລາຍຊ່ອງທາງໂດຍສະເພາະ ທາງສື່ສັງຄົມອອນລາຍເຊັ່ນ: Facebook, tiktok, zalo, youtube ແລະ website ເພື່ອເປັນຊ່ອງທາງ ໃນການປະຊາສໍາພັນ, ເຜີຍແຜ່ບັນດາຂໍ້ມູນ, ພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງກຸ່ມບໍລິສັດ EVN ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.




ທ່ານ ຈິງມາຍເຟືອງ ຫົວໜ້າຄະນະປະຊາສຳພັນ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ໄດ້ກ່າວໃນໂອກາດທີ່ຄະນະຝຶກອົບຮົມວຽກງານ ການຄຸ້ມຄອງສື່ມວນຊົນລາວ
, ຊຶ່ງນຳໂດຍທ່ານ ເລ ດຶກ ຮວາ ຮອງຄະນະວິຊາສື່ມວນຊົນ ແລະ ໂຄສະນາ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບການດຳເນີນວຽກງານ ສື່ສານມວນຊົນ ຂອງກຸ່ມບໍລິສັດດັ່ງກ່າວ ໃນວັນທີ 23 ຕຸລາ 2024 ຜ່ານມາ ທີ່ນະຄອນຫລວງຮ່າໂນ້ຍວ່າ: ປັດຈຸບັນການນໍາໃຊ້ ຊ່ອງທາງໂຄສະນາປະຊາສຳພັນ ຜ່ານທາງສື່ສັງຄົມອອນລາຍ ແມ່ນສາມາດເຂົ້າເຖິງ ກຸ່ມເປົ້າໝາຍໄດ້ໄວ ແລະ ທັນສະພາບການ, ຊຶ່ງເນື້ອໃນຂ່າວທີ່ບໍລິສັດຂຽນ ສ່ວນຫລາຍແມ່ນເນັ້ນໃສ່ໜ້າທີ່ວຽກງານ, ຄວາມປອດໄພ ໃນການຊົມໃຊ້ໄຟຟ້າ ແລະ ການປະຢັດພະລັງງານໄຟຟ້າ, ການນໍາໃຊ້ພະລັງງານສະອາດ ແລະ ພະລັງງານ ແບບຍືນຍົງ ໂດຍສົ່ງລາຍງານ ຫາພາກສ່ວນ ທີ່ກ່ຽວຂ້ອງ ແລະ ປະສານສົມທົບກັບບັນດາອົງການສື່ມວນຊົນ ເພື່ອອອກຂ່າວ ແລະ ໂຄສະນາຕໍ່ໃຫ້ສັງຄົມໄດ້ຮັບຊາບ.

ພ້ອມດຽວກັນນີ້, ທ່ານ ຈິງມາຍເຟືອງ




ຍັງໄດ້ລາຍງານສະພາບ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ
EVN, ຊຶ່ງບໍລິສັດດັ່ງກ່າວເປັນບໍລິສັດແມ່ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ທີ່ຮັບຜິດຊອບໂດຍກົງ ໃນການບໍລິຫານການຜະລິດ, ການນໍາສົ່ງ, ການບໍລິການແຈກຢາຍ ແລະ ທຸລະກິດຊື້-ຂາຍ ທາງດ້ານພະລັງງານໄຟຟ້າ ໂດຍປະກອບມີ 17 ກົມກອງທີ່ຂຶ້ນກັບບໍລິສັດແມ່ໂດຍກົງ, ໃນນັ້ນມີ 8 ບໍລິສັດທີ່ຖືຫຸ້ນ 100%, 5 ບໍລິສັດຖືຫຸ້ນ 50% ແລະ ມີ 3 ບໍລິສັດຖືຫຸ້ນຕໍ່າກວ່າ 50%. ປັດຈຸບັນ, ພະນັກງານໃນກຸ່ມບໍລິສັດໄຟຟ້າຫວຽດນາມ ມີທັງໝົດ 96.300 ຄົນ, ມີກໍາລັງການຜະລິດໄຟຟ້າ 84.360 MW ໃນນີ້, ພະລັງງານໄຟຟ້າຈາກນໍ້າກວມ 28%, ພະລັງງານຈາກຖ່ານຫີນ 33%, ພະລັງງານຈາກແສງແດດ ແລະ ລົມ 27%. ໃນປີ 2023 ສາມາດສ້າງລາຍຮັບໄດ້ 23 ຕື້ໂດລາສະຫະລັດ. ສຳລັບການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຂົງເຂດການຜະລິດໄຟຟ້າ ໃນໄລຍະຜ່ານ ມີພຽງ 35 kv ແລະ 22 kv ຢູ່ລຽບຕາມຊາຍແດນເທົ່ານັ້ນ ແລະ ໃນປີ 2016 ໄດ້ເຊັນສັນຍາຮ່ວມມື ພັດທະນາພະລັງງານໄຟຟ້າຢູ່ລາວ ເພື່ອຂາຍໃຫ້ຫວຽດນາມ ໃນຈໍານວນ 200 kv ຫາ 500 kv.

KPL

ຂ່າວອື່ນໆ

ads
ads

Top