ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

24/10/2024 18:26
Email Print 114
ຂປລ ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.



ຂປລ. ໃນວັນທີ
24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.




ສະຫາຍ ພັນເອກ ເຄນວິໄຊ ແພງວິໄລ ໄດ້​ໃຫ້​ຮູ້​ວ່າ: ຈຸດປະສົງການລົງມາເຄື່ອນໄຫວ ວຽກງານຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບໃນຄັ້ງນີ້ ເພື່ອເປັນການຊີ້ນຳ ວຽກງານໄອຍະການທະຫານ ທາງດ້ານການດຳເນີນຄະດີ
, ດ້ານວຽກງານພັກ-ພະນັກງານ ໃຫ້ຄະນະນຳໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ​ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ຈາກນັ້ນ ບັນດາສະຫາຍພະແນກການທີ່ກ່ຽວຂ້ອງ ກໍ​ໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ເພື່ອເປັນທິດໃນການປະຕິບັດ​ ວຽກ​ງານ​ດັ່ງກ່າວຽກ ໃນຕໍ່ໜ້າໃຫ້ມີ​ປະສິດທິ​ຜົນສູງ.

ໂອກາດນີ້, ຄະນະນຳອົງການໄອຍະການທະຫານພາກກາງ ຍັງ​ໄດ້ມອບປື້ມກົດໝາຍໃຫ້ແກ່ ຄະນະນຳໂຮງຮຽນ ແລະ ພະແນກໄອຍະການໂຮງຮຽນ ຕື່ມ​ອີກ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ທະນາຄານພັດທະນາອາຊີ ແຕ່ງຕັ້ງ ຫົວໜ້າຫ້ອງການປະຈຳ ສປປ ລາວ ຄົນໃໝ່ການເມືອງ

      ທະນາຄານພັດທະນາອາຊີ ແຕ່ງຕັ້ງ ຫົວໜ້າຫ້ອງການປະຈຳ ສປປ ລາວ ຄົນໃໝ່

      10/24/2024 2:47:17 PM

      ຂປລ. ທະນາຄານພັດທະນາອາຊີ (ADB) ໄດ້ແຕ່ງຕັ້ງ ທ່ານ ນາງ ແຊນນີ ແຄມເບວ ເປັນຫົວໜ້າຫ້ອງການ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​​ເພື່ອເປັນຜູ້ຊີ້ນໍາ ແລະ ນໍາພາການດໍາເນີນງານຂອງ ADB ຢູ່ ສປປ ລາວ ໃນການສະໜັບສະໜູນບັນດາເປົ້າໝາຍ ການພັດທະນາຂອງປະເທດ, ລວມທັງເປົ້າໝາຍຫລຸດຜ່ອນ ການປ່ອຍອາຍຜິດເຮືອນແກ້ວ ໃຫ້ບັນລຸ 60% ພາຍໃນປີ 2030.

ads
ads

Top