ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງສີໄຄ-ສີເກີດ ຄືບໜ້າ 66%

24/10/2024 18:38
Email Print 109
ຂປລ ຂປລ. ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອແຕ່ເສັ້ນທາງເຂດບ້ານສີໄຄ ເມືອງສີໂຄດຕະບອງ ຫາເຂດບ້ານສີເກີດເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມາຮອດປັດຈຸບັນ ມີຄວາມຄືບໜ້າແລ້ວ 66%, ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການ ໃນເດືອນ ມີນາ 2025.

ຂປລ. ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອແຕ່ເສັ້ນທາງເຂດບ້ານສີໄຄ ເມືອງສີໂຄດຕະບອງ ຫາເຂດບ້ານສີເກີດເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມາຮອດປັດຈຸບັນ ມີຄວາມຄືບໜ້າແລ້ວ 66%,  ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການ ໃນເດືອນ ມີນາ 2025.



ທ່ານ ລັດສະໝີ ອາລິຍະວົງສິງ ຫົວໜ້າໂຄງການປັບປຸງ, ສ້ອມແປງເສັ້ນທາງສີໄຄ-ສີເກີດ ໃຫ້ສຳພາດໃນໂອກາດທີ່ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາຄວາມຄືບໜ້າ ການກໍ່ສ້າງໂຄງການດັ່ງກ່າວ ​ໃນວັນທີ
23 ຕຸລາ 2024 ວ່າ: ຮູບແບບການກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ-ສີເກີດ ແມ່ນໄດ້ຈັດຕັ້ງປະຕິບັດ ການຂະຫຍາຍໜ້າທາງເກົ່າ ອອກສອງຂ້າງທາງຈາກ 2 ເລນ ເປັນ 4 ເລນ, ມີໜ້າທາງກວ້າງ 23 ແມັດ ລວມທັງທາງຍ່າງ, ດອນກາງທາງ ແລະ ຮ່ອງນໍ້າໂຕ U ມີຝາປິດ ທັງສອງເບື້ອງຂອງໜ້າທາງ, ຍົກເວັ້ນບາງຈຸດທີ່ມີພື້ນທີ່ຈໍາກັດ ເຊັ່ນ: ຕະຫລາດສີໄຄ, ແຍກວັດນາແຮ່, ແຍກໜອງແຕ່ງ, ເຂດຕະຫລາດອົກຊີ ເຊິ່ງມີຄວາມຍາວທັງໝົດ 6 ກວ່າກິໂລແມັດ. ຜ່ານການຈັດຕັ້ງປະຕິບັດ ໂຄງການແຕ່ລະໜ້າວຽກ ມາຮອດປັດຈຸບັນ ໂຄງການມີຄວາມຄືບໜ້າແລ້ວ 66% ແລະ ໂຄງການກຳລັງເລັ່ງກໍ່ສ້າງ ຄອງນໍ້າແຄມທາງຍັງເຫລືອປະມານ 900 ແມັດ, ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນຕຸລາ 2024. ສ່ວນການເທເບຕົງໜ້າທາງ ແມ່ນປະຕິບັດໄດ້ປະມານ 35%, ພ້ອມໜ້າວຽກອື່ນໆ ຄາດວ່າຈະສໍາເລັດພາຍໃນ ເດືອນມັງກອນ 2025, ພ້ອມນີ້ໂຄງການຍັງໄດ້ເລັ່ງ ຈັດຕັ້ງປະຕິບັດໜ້າວຽກຕ່າງໆ ເພື່ອໃຫ້ສໍາເລັດຕາມແຜນການ.



ທ່ານ ລັດສະໝີ ອາລິຍະວົງສິງ ຍັງໃຫ້ຮູ້ອີກວ່າ:  ຜ່ານການປະຕິບັດຕົວຈິງ, ບາງໜ້າວຽກຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ໂຄງການມີຄວາມຊັກຊ້າ ເປັນຕົ້ນ ເສັ້ນທາງນີ້ເປັນທາງສາຍຫລັກ, ເປັນເຂດຊຸມຊົນໜາແໜ້ນ ເຊັ່ນ: ຕະຫລາດ, ໂຮງຮຽນ, ໂຮງໝໍ, ຮ້ານຄ້າຂາຍ ແລະ ເຮັດທຸລະກິດລຽບ ຕາມຂ້າງທາງ, ມີລົດບັນທຸກໜັກແລ່ນ ສວນທຽວທາງຜ່ານໄປ-ມາ ເຮັດໃຫ້ກີດຂວາງການກໍ່ສ້າງ, ລະດູຝົນແກ່ຍາວ, ການຍົກຍ້າຍລະບົບ ສາທາລະນຸປະໂພກລ່າຊ້າ ແລະ ບໍ່ໄດ້ຕາມແຜນເບື້ອງຕົ້ນ ມາຮອດປັດຈຸ ບັນ ສະເລ່ຍລວມໄດ້ປະມານ
90% (ສໍາລັບເສົາໄຟຟ້າ ຍ້າຍສໍາເລັດ). ພ້ອມນີ້, ຍັງໄດ້ແກ້ໄຂລວງຄອງລະບາຍນໍ້າເກົ່າ ປ້ອງກັນນໍ້າຖ້ວມ, ລວມທັງລວງຄອງຊົນລະປະທານ, ແກ້ໄຂສ້ອມແປງເສັ້ນທາງ ຮັບໃຊ້ການສັນຈອນ, ມີການສະເໜີຫລາຍຈາກປະຊາຊົນ ແລະ ຜູ້ນຳໃຊ້ທາງຕໍ່ກັບຂີ້ຝຸ່ນ, ທາງເຂົ້າເຮືອນມີຂີ້ຕົມ, ນໍ້າປະປາຕັດຂາດ, ທາງຊອຍເຂົ້າບ້ານ ແລະ ອື່ນໆ.

ຂໍ້ມູນ-ພາບ: ວສລ

KPL

ຂ່າວອື່ນໆ

ads
ads

Top