40 ປີແຫ່ງການປ່ຽນແປງໃໝ່ຢູ່ ສສ ຫວຽດນາມ

13/06/2024 11:28
Email Print 267
ຂປລ ຄະນະຊີ້ນຳ ໄດ້ຈັດກອງປະຊຸມ ຄັ້ງທີ 3 ເພື່ອສະຫລຸບ ບາງບັນຫາ ທິດສະດີ ແລະ ພຶດຕິກຳ ຕົວຈິງ ກ່ຽວ ກັບ ພາລະກິດ ແຫ່ງການປ່ຽນແປງໃໝ່ ຕາມທິດ ສັງຄົມນິຍົມ ໃນໄລຍະ 40 ປີຜ່ານມາ ຢູ່ ສສ ຫວຽດນາມ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ຄະນະຊີ້ນຳ ໄດ້ຈັດກອງປະຊຸມ ຄັ້ງທີ 3 ເພື່ອສະຫລຸບ ບາງບັນຫາ ທິດສະດີ ແລະ ພຶດຕິກຳ ຕົວຈິງ ກ່ຽວ ກັບ ພາລະກິດ ແຫ່ງການປ່ຽນແປງໃໝ່ ຕາມທິດ ສັງຄົມນິຍົມ ໃນໄລຍະ 40 ປີຜ່ານມາ ຢູ່ ສສ ຫວຽດນາມ.ໃນໂອກາດນີ້ ທ່ານ ໂຕເລິມ, ປະທານ ປະເທດ ຫວຽດນາມ ໄດ້ກ່າວ ເນັ້ນໜັກວ່າ: ການສະຫລຸບ ໄດ້ຊ່ວຍຊີ້ແຈ້ງ ບັນດາ ບົດຮຽນ, ບັນດາ ບັນຫາ ມີຄວາມໝາຍ ທິດສະດີ ແລະ ພຶດຕະກຳ ຕົວຈິງ ທີ່ສຳຄັນ ໃຫ້ແກ່ ພາລະກິດ ປ່ຽນແປງໃໝ່, ສ້າງສາ, ພັດທະນາ ປະເທດຊາດ ແລະ ປົກປັກຮັກສາ ປະເທດຊາດ ໃນໄລຍະໃໝ່. ໂດຍຄະນະຊີ້ນຳ ຕ້ອງສືບຕໍ່ ລະດົມ ການເຂົ້າຮ່ວມ, ເສີມຂະຫຍາຍ ພູມປັນຍາ ຂອງບັນດາ ນັກວິທະຍາສາດ, ນັກຊ່ຽວຊານ, ພະນັກງານ ຄຸ້ມຄອງ ທີ່ມີປະສົບການ ຫລາຍຢ່າງ, ປະຊາຊົນ ທຸກຊັ້ນ ວັນນະ ໃນທົ່ວປະເທດ ເຂົ້າໃນວຽກງານ ສະຫລຸບ ຄັ້ງນີ້. ອີງໃສ່ ໝາກຜົນ ການສະຫລຸບ 8 ເນື້ອໃນ, ໂຄງຮ່າງ ກໍ່ໄດ້ຮັບເອົາ ຄຳເຫັນຊີ້ນຳ, ການປະກອບ ຄຳເຫັນ ຂອງກົມການເມືອງ ຂອງກອງປະຊຸມ ສູນກາງພັກ ຄັ້ງທີ 9 ຜ່ານມາ, ສືບຕໍ່ຄົ້ນຄວ້າ  ລວບລວມ, ເພື່ອຕີລາຄາ ໂດຍສັງເຂບ, ຊັດເຈນ, ຄົບຖ້ວນກວ່າ ກ່ຽວກັບ ສະພາບການໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດ ທີ່ສົ່ງຜົນ ສະທ້ອນເຖິງ ວິວັດການ 40 ປີ ແຫ່ງການປ່ຽນແປງໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top