ສະເໜ່ຄວາມງາມຕາດກວາງຊີ ທີ່ຍັງຄອຍທຸກທ່ານໄປທ່ຽວຊົມ

13/06/2024 10:22
Email Print 2004
ຂປລ ຕາດກວາງຊີ ເປັນນໍ້າຕົກຕາດທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນິຍົມໄປສຳພັດແຕ່ລະມື້ຢ່າງບໍ່ຂາດສາຍ ເມື່ອໄດ້ໄປແຂວງ ຫລວງພະບາງ ເພື່ອໄປພັກຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດມົນສະເໜ່ຄວາມງົດງາມຂອງນ້ຳຕົກຕາດ, ທິວທັດທໍາມະຊາດອັນສວຍສົດງົດງາມທີ່ທຳມະຊາດສ້າງໄວ້.

    *ຕາດກວາງຊີ ເປັນນໍ້າຕົກຕາດທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນິຍົມໄປສຳພັດແຕ່ລະມື້ຢ່າງບໍ່ຂາດສາຍ ເມື່ອໄດ້ໄປແຂວງ ຫລວງພະບາງ ເພື່ອໄປພັກຜ່ອນຢ່ອນອາລົມ, ຫລິ້ນນໍ້າ, ສຳພັດມົນສະເໜ່ຄວາມງົດງາມຂອງນ້ຳຕົກຕາດ, ທິວທັດທໍາມະຊາດອັນສວຍສົດງົດງາມທີ່ທຳມະຊາດສ້າງໄວ້.  ນ້ຳຕົກຕາດກວາງຊີ ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງທາງທຳມະຊາດ ທັງແມ່ນຈຸດໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເມື່ອມາຮອດມາເຖິງແຂວງຫລວງພະບາງແລ້ວ ຕ້ອງມາທ່ຽວຊົມພັກຜ່ອນໃຫ້ໄດ້ ເຊິ່ງມີໄລຍະທາງຫ່າງຈາກເທສະບານເມືອງຫລວງພະບາງ ປະມານກວ່າ 30 ກິໂລແມັດ ໂດຍໃຊ້ເວລາເດີນທາງຈາກຕົວເມືອງໄປຫາຕາດປະມານ 1 ຊົ່ວໂມງ ດ້ວຍລົດທີ່ມີເສັ້ນທາງເຂົ້າເຖິງສະດວກສະບາຍ.

     ສຳລັບຕາດກວາງຊີ ກໍ່ມີປະຫວັດຄວາມເປັນມາ ໂດຍການເລົ່າຂານຂອງຜູ້ເຖົ້າກັນວ່າ: ໃນເມື່ອກ່ອນໄດ້ມີພະລືສີອົງໜຶ່ງ ໄດ້ໃຊ້ໄມ້ເທົ້າຊີເຂົ້າໃນດິນເພື່ອໃຫ້ເກີດມີນ້ຳອອກມາໃຊ້. ສະນັ້ນ, ຈຶ່ງເກີດຫ້ວຍຊີແຫ່ງນີ້ຂຶ້ນມາ ເມື່ອກະແສນ້ຳໄຫລອອກມາຕົກໃສ່ຜາຫີນສູງນີ້ ຈຶ່ງເກີດມີຕາດ ແລະ ໄດ້ມີຄົນເຫັນກວາງຄໍາໂຕໜຶ່ງອາໄສຢູ່ກ້ອງລືບຫີນຊັ້ນກາງຂອງນ້ຳຕົກ ເຊິ່ງລືບຫີນຊ້ັນດ່ັງກ່າວ ແມ່ນໄດ້ງອກຍືດຍາວອອກມາ ເຮັດໃຫ້ນ້ຳທີ່ໂຕນຢູ່ໃນຊັ້ນລືບຫີນນີ້ມີສຽງດັງກ້ອງກັງວານໄປທົ່ວບໍລິເວນ. ແຕ່ຕ່ໍມາຊ້ັນຫີນງອກນັ້ນ ກໍໄດ້ຫັກພັງລົງ ເຖິງຢ່າງໃດກໍຕາມນ້ຳຕົກຕາດກວາງຊີ ແຫ່ງນີ້ ກໍຍັງມີຄວາມງາມຍັງເປັນທີ່ດຶງດູດໃຫ້ນັກທ່ອງທ່ຽວນິຍົມກັນເຂົ້າມາທ່ຽວຊົມຢ່າງບໍ່ຂາດສາຍໃນແຕ່ລະມື, ແຕ່ລະເດືອນ.

     ຕາດກວາງຊີ  ແມ່ນໄດ້ມາຈາກ “ຕາດ” ແມ່ນນ້ຳຕົກ, “ກວາງ” ແມ່ນກວາງຄໍາ ແລະ “ຊີ” ແມ່ນພະລືສີໃຊ້ໄມ້ເທົ້າຊີດິນ ເພື່ອໃຫ້ເກີດນ້ຳໄຫລອອກມາດັ່ງທີ່ພວກເຮົາເຫັນຄວາມສວຍງາມໃນປັດຈຸບັນນີ້. ສາຍນ້ຳຊີທີ່ໄຫລລົງມາຫາຕາດນັ້ນ ແມ່ນໄຫລອອກມາຈາກຫ້ວຍຕີນພູທີ່ມີຄວາມໃສເຢັນສະອາດໄກຈາກຫົວຕາດປະມານ 4 ກິໂລແມັດ ມີນ້ຳຫລາຍສາຍ ແລະ ຫລາຍແງ່ໄຫລໂຮມເຂົ້າກັນ ແລະ ມີຫລາຍວັງນ້ຳ ອັນປະກອບໄປດ້ວຍທິວທັດທໍາມະຊາດທີ່ສວຍສົດງົດງາມທີ່ສຸດ, ຕາດກວາງຊີມີຄວາມສູງ 71 ແມັດ, ກວ້າງສຸດ 35 ແມັດ, ປະກອບດ້ວຍ 6 ຊັ້ນ ແລະ ສູງຈາກລະດັບໜ້ານ້ຳທະເລ ປະມານ 460-560 ແມັດ, ໃນໄລຍະທີ່ຜ່ານມາຕາດນີ້ເຄີຍຫັກ ແລະ ຍຸບຕົວລົງ 2 ຄັ້ງຄື: ກ່ອນນີ້ 70 ປີ ແລະ ຄັ້ງວັນ ທີ 04/12/2011 ຜ່ານມາ.

    ສະເພາະລະດູຝົນຕາດກວາງຊີ ຈະມີນ້ຳໂຕນຫລາຍທີ່ສຸດ ແຕ່ລະດູແລ້ງຄືລະຫວ່າງເດືອນມັງກອນ ຫາ ເດືອນພຶດສາພາ ປະລິມານນ້ຳຝົນຈະໜ້ອຍລົງ. ອຸທິຍານປ່າໄມ້ແຫ່ງນີ້ ລັດຖະບານໄດ້ປະກາດໃຫ້ເປັນແຫລ່ງທ່ອງທ່ຽວໃນປີ 1987 ເປັນຕົ້ນມາ, ເຊິ່ງໃນເມື່ອກ່ອນມີຫລາຍບ້ານທີ່ຢູ່ອາໄສຢູ່ເທິງສາຍນ້ຳຊີແຫ່ງນີ້, ເນື່ອງຈາກວ່າລັດຖະບານເຫັນໄດ້ຄວາມຈໍາເປັນ ເພື່ອການອະນຸລັກຫ້ວຍນ້ຳແຫ່ງນີ້ ໃຫ້ມີຄວາມອຸດົມສົມບູນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຍ້າຍຖິ່ນຖານປະຊາຊົນລົງໄປຢູ່ເຂດໃຕ້ບ້ານ ໂດຍສະເພາະແມ່ນບ້ານທ່າແປ້ນ, ໂນນສະຫວາດ, ບ້ານນາອວນ ແລະ ບັນດາບ້ານຕ່າງໆຢູ່ໃກ້ຄຽງ.

   ນອກຈາກນັ້ນ, ຕາດກວາງຊີ ຍັງເປັນນ້ຳຕົກທີ່ສວຍງາມ ເໝາະສົມເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດລະດັບຊາດ ເໝາະສົມໃຫ້ເປັນເຂດທ່ີປະກອບດ້ວຍພືດພັນນາໆຊະນິດທີ່ຫລາກຫລາຍອັນປຽບທຽບໄດ້ຍາກ, ຍັງເປັນສະຖານທີ່ຄົ້ນຄວ້າວິໄຈພືດພັນນາໆຊະນິດ ເພື່ອໃຫ້ສົມດຸນກັບທໍາມະຊາດ ແລະ ເພື່ອຄວາມຍືນຍົງຂອງມວນມະນຸດກໍຄືຊີວະນາໆພັນຢູ່ໃນທຳມະຊາດແຫ່ງຊາດນີ້. 

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ຜູ້ແທນກອງປະຊຸມ ໄອປາ ທ່ອງທ່ຽວແຂວງຫລວງພະບາງທ່ອງທ່ຽວ

      ຜູ້ແທນກອງປະຊຸມ ໄອປາ ທ່ອງທ່ຽວແຂວງຫລວງພະບາງ

      10/24/2024 2:37:17 PM

      ຂປລ. ວັນທີ 22 ຕຸລາ 2024 ຜ່ານ​ມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ພ້ອມຄະນະ ໄດ້ນໍາພາບັນດາຜູ້ແທນກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງ ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ລາວເປັນເຈົ້າພາບຈັດຂຶ້ນວັນທີ 18-23 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ​ໄດ້ໄປຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫລວງພະບາງ ເມືອງມໍລະດົກໂລກ.

    • ຖ້ຳນາງແອນຍັງຄົງຢູ່ຄູ່ກັບຄວາມງາມແບບທຳມະຊາດທ່ອງທ່ຽວ

      ຖ້ຳນາງແອນຍັງຄົງຢູ່ຄູ່ກັບຄວາມງາມແບບທຳມະຊາດ

      10/11/2024 5:15:10 AM

      ແຂວງຄຳມ່ວນ ເປັນອີກແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວທໍາມະຊາດຫລາຍແຫ່ງ, ເປັນເອກະລັກ, ມີຄວາມສວຍ ງາມໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

    • ດອນພູວຽງ ທະເລນ້ຳຈືດທີ່ໜ້າຄົ້ນຫາ ທ່ອງທ່ຽວ

      ດອນພູວຽງ ທະເລນ້ຳຈືດທີ່ໜ້າຄົ້ນຫາ

      10/7/2024 4:09:46 PM

      ນໍ້າງື່ມປຽບດັ່ງສາຍເລືອດ ເສັ້ນທີ 2 ຮອງຈາກແມ່ນໍ້າຂອງປະຊາຊົນລາວບັນດາເຜົ່າທີ່ບໍ່ພຽງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

    • ຂະແໜງການທ່ອງທ່ຽວລາວ ເພີ່ມທະວີການ ດຶງດູດນັກທ່ອງທ່ຽວ ຈາກຣາຊະອານາຈັກໄທທ່ອງທ່ຽວ

      ຂະແໜງການທ່ອງທ່ຽວລາວ ເພີ່ມທະວີການ ດຶງດູດນັກທ່ອງທ່ຽວ ຈາກຣາຊະອານາຈັກໄທ

      10/3/2024 10:31:54 AM

      ຂປລ. ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບການທ່ອງທ່ຽວແຫ່ງປະເທດໄທ ຈັດງານພົບປະພາກທຸລະກິດ ທ່ອງທ່ຽວລາວ-ໄທ (B2B) Roadshow 2024 ໃນວັນທີ 2 ຕຸລາ 2024 ທີ່ຈັງຫວັດຍະໂສທອນ ຣາຊະອານາຈັກໄທ ເຊິ່ງແມ່ນໜຶ່ງໃນແຜນກິດຈະກໍາ ປີທ່ອງທ່ຽວລາວ 2024

    • ຕົ້ນກະຖິນ 500 ກວ່າປີຟື້ນຊີບຄືນໃຫມ່ຢູ່ສວນປະຕູໄຊທ່ອງທ່ຽວ

      ຕົ້ນກະຖິນ 500 ກວ່າປີຟື້ນຊີບຄືນໃຫມ່ຢູ່ສວນປະຕູໄຊ

      10/2/2024 10:13:54 AM

      ຫລາຍທ່ານເຂົ້າໃຈວ່າຕົ້ນກະຖິນຍັກອາຍຸ 500 ກວ່າປີລົ້ມລົງໃນ 2 ເດືອນຜ່ານປີນີ້ຢູ່ຫນ້າ ສຳນັກງານສະຫະປະຊາຊາດ (UNDP) ປະຈຳ ສປປ ລາວ ອາດຕັດຖິ້ມແລ້ວ ແຕ່ຄວາມຈິງບໍ່ໄດ້ເປັນເຊັ່ນນັ້ນເພາະຕົ້ນກະຖິນດັ່ງກ່າວເຫັນວ່າ ທາງໜ່ວຍງານກ່ຽວຂ້ອງນະຄອນຫລວງວຽງຈັນໄດ້ຂຸດເອົາເຄີ່ງລໍາ ແລະ ເຫງົ້າຂອງມັນມາປູກຢູ່ສວນສາທທາລະນະປັບປຸງໃຫມ່.

ads
ads

Top