ກະຊວງປ້ອງກັນຄວາມສະຫງົບ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

12/06/2024 15:16
Email Print 332
ຂປລ ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດປາຖະກະຖາຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024), ວັນວິລະກໍາໂຕນຄຸກໂພນເຄັງຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໃນວັນທີ 12 ມິຖຸນາ 2024



ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດປາຖະກະຖາຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມຂອງກອງພັນທີ
2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024), ວັນວິລະກໍາໂຕນຄຸກໂພນເຄັງຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໃນວັນທີ 12 ມິຖຸນາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະນໍາກະຊວງ, ກົມ, ກອງ, ຫ້ອງການ ​ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ ແມ່ນໄຊຊະນະອັນໃຫຍ່ຫລວງຂອງກຳລັງປະກອບອາວຸດ ທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເປັນບົດຮຽນອັນລໍ້າຄ່າທີ່ສຸດ ໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນ ຍາດເອົາໄຊຊະນະໃນໄລຍະຕໍ່ມາ, ທັງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນ ຕໍ່ການນາບຂູ່ຫລອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ ເປັນການປຸກລະດົມອັນແຮງກ້າ ໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາໄຊຊະນະກັບຈັກ ກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກແຫລ່ງຕີນມື. ພ້ອມນັ້ນ, ເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະແມ່ນກຳລັງປະກອບອາວຸດປະຊາຊົນລາວ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ເປັນປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ແລະ ຍົກໃຫ້ເຫັນປະຫວັດມູນເຊື້ອ ວິລະກຳໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດໃນໄລຍະປີ 1957-1959 ໂດຍເຄື່ອນໄຫວປະຕິບັດ ຕາມຄວາມຖືກຕ້ອງປອງດອງຊາດ ຂອງຝ່າຍກຳລັງຮັກຊາດ ແລະ ກຳລັງສະໜັບສະໜູນແນວລາວຮັກຊາດ ນັບມື້ນັບມີອິດທິພົນສູງເດັ່ນຂຶ້ນ ໃນທົ່ວປະເທດ ແລະ ເວທີສາກົນ, ກົງກັນຂ້າມກັບບົດບາດອິດທິພົນ ຂອງຝ່າຍວຽງຈັນລູກແຫລ່ງຕີນມື ຂອງຈັກກະພັດ ນັບມື້ນັບຫລຸດລົງ ດ້ວຍກົນອຸບາຍ ຫລອກເສືອ ອອກຈາກຖໍ້າເພື່ອຂ້າເສືອ, ພ້ອມທັງເລ່ຫລ່ຽມຫັນປ່ຽນໂດຍສັນຕິ ຂອງພວກເຂົາໄດ້ປະລາໄຊລົງຢ່າງໜັກໜ່ວງ, ຍ້ອນແນວນັ້ນ ພວກເຂົາຈຶ່ງຈັບກຸມຄຸມຂັງກຳ ລັງຂອງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດຢ່າງໂຫດຮ້າຍ ແຕ່ຍ້ອນການນໍາພາ ອັນຖືກຕ້ອງ ສະຫລາດສ່ອງໃສຂອງພັກ, ຄວາມມີນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດທີ່ມີຄວາມອົງອາດກ້າຫານ ຕັດສິນໃຈຍອມເສຍສະຫລະຊີວິດເລືອດເນື້ອ, ມີຄວາມປີຊາສາມາດ ມີໄຫວພິບ ປຸກລະດົມຂົນຂວາຍ, ສຶກສາອົບຮົມສາລະວັດທະຫານຝ່າຍສັດຕູໃຫ້ມີແນວຄິດນໍ້າໃຈຮັກຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ວາງແຜນລະອຽດສາມາດ ນໍາເອົາບັນດາຜູ້ນຳພັກແນວລາວຮັກຊາດ ໂຕນອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດ ທີ່ໝັ້ນໄດ້ຢ່າງປອດໄພ.



ພ້ອມນີ້, ສະຫາຍ ຍັງຍົກໃຫ້ເຫັນມູນເຊື້ອແຫ່ງ ການຕໍ່ສູ້ອັນພິລະອາດຫານຂອງ ນັກຮົບວິລະຊົນຫວຽດນາມ ໃນບັ້ນຮົບດຽນບຽນຟູ ຊຶ່ງວັນໄຊຊະນະດຽນບຽນຟູ ໄດ້ຢັ້ງຢືນເຖິງຄວາມກ້າຫານຄວາມຊໍານິຊຳນານ
, ການນຳພາອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ນຳໂດຍ ປະທານ ໂຮ່ຈີ່ມິນ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ, ພ້ອມທັງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ຂອງກອງທັບປະຊາຊົນຫວຽດນາມ ແລະ ກໍາລັງແຮງແຫ່ງຄວາມສາມັກຄີ ອັນຍິ່ງໃຫຍ່ຂອງ ປະຊາຊົນ ຫວຽດນາມ ແລະ ການປະກອບສ່ວນຢ່າງຈິງໃຈຈາກ ສປ ຈີນ, ອະດີດສະຫະພາບໂຊວຽດ, ບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດເພື່ອນມິດ ທີ່ຮັກຫອມສັນຕິພາບທົ່ວໂລກ, ພິ ເສດແມ່ນ ສປປ ລາວ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫລ່ຕໍ່ສູ້ຈົນໄດ້ ຮັບໄຊຊະນະ ​ເຊິ່ງໄຊຊະນະດຽນບຽນຟູ ໄດ້ທຳລາຍແຜນການນາວາຢ່າງສິ້ນເຊີງ, ເປັນໄຊຊະນະອັນໃຫຍ່ຫລວງຂອງ ນໍ້າໃຈສາມັກຄີ ມິດຕະພາບຂອງ 3 ປະເທດອິນດູຈີນ ຫວຽດນາມ-ລາວ-ກໍາປູເຈຍ ​ເຊິ່ງປະທານ ໂຮ່ຈີ່ມິນ ຢືນຢັນວ່າ: ໄຊຊະນະດຽນບຽນຟູ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມນັ້ນບໍ່ພຽງແຕ່ເປັນໄຊຊະນະອັນໃຫຍ່ຫລວງ ສໍາລັບປະຊາຊົນຂອງພວກເຮົາ, ແຕ່ຍັງເປັນໄຊຊະນະທົ່ວໄປ ຂອງປະຊາຊົນທີ່ຖືກ ກົດຂີ່ຂົ່ມເຫັງທັງໝົດໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ ເປັນແວ່ນແຍງ ທີ່ໃສແຈ້ງໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບ ການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນຢູ່ຫລາຍບ່ອນໃນທົ່ວໂລກ, ປະກອບສ່ວນອັນສົມກຽດ ເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດ ທີ່ກ້າວໜ້າ ເພື່ອສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ.

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

ads
ads

Top