ສສຊ ສະເໜີ ລັດຖະບານ ແກ້ໄຂຫລາຍບັນ ກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ລາວ

12/06/2024 15:09
Email Print 660
ຂປລ ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ.



ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ
IX ວັນທີ 12 ມິຖຸນາ 2024 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໂຄງການລົງທຶນແຮ່ທາດ ໃນໄລຍະຜ່ານມາ ແລະ ກຳນົດແຜນການຈັດຕັ້ງປະຕິບັດ ວຽກງານໃນຕໍ່ໜ້າ. ຈາກນັ້ນ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານ ດັ່ງກ່າວ ເຊິ່ງໂດຍລວມແລ້ວແມ່ນເຫັນດີ ແລະ ຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງການຂຸດຄົ້ນແຮ່ທາດ ໃນໄລຍະຜ່ານມາ ຂອງພາກສ່ວນກ່ຽວຂ້ອງ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີ ໃຫ້ລັດຖະບານ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ແກ້ໄຂຫລາຍບັນຫາສຳຄັນ ກ່ຽວກັບການຂຸດຄົ້ນແຮ່ທາດ ຢູ່ ສປປ ລາວ ໂດຍສະເພາະບັນຫາທີ່ເກີດຂຶ້ນ ຈາກການຂຸດຄົ້ນແຮ່ທາດ ທີ່ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງຕ່າງໆ.



ທ່ານ ນາງ ວຽນວິໄລ ດີລະພັນ ສສຊ ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ມີຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນດ້ານແຮ່ທາດ ໂດຍສະເພາະບັນຫາທີ່ເກີດຂຶ້ນ ຈາກການຂຸດຄົ້ນ ແຮ່ທາດ ໂດຍທ່ານໄດ້ສະເໜີວ່າ: ການຂຸດຄົ້ນແຮ່ທາດ ຕ້ອງຄຳນຶງເຖິງຊີວິດການເປັນຢູ່ຂອງປະຊົນ
, ໃຫ້ປະຊາຊົນມີສ່ວນຮ່ວມ, ແຕ່ບໍ່ໃຫ້ປະຊາຊົນມີຜົນກະທົບ, ທີ່ສຳຄັນຕ້ອງໃຫ້ເປັນມິດກັບສິ່ງເວດລ້ອມ, ເປັນມິດກັບສັງຄົມ ກໍຄື ການດຳລົງຊີວິດຂອງປະຊາຊົນ. ພ້ອມນີ້, ທ່ານຍັງສະເໜີໃຫ້ລັດຖະ ບານ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນບັນດາບໍລິສັດ ທີ່ຜ່ານການປະເມີນ ແຕ່ລະປະເພດ ໃຫ້ເປັນອັນລະອຽດ, ຈະແຈ້ງ ຂຶ້ນກວ່າເກົ່າ ແລະ ໃຫ້ມີແຜນປະເມີນບັນດາບໍລິສັດ ທີ່ຍັງບໍ່ທັນໄດ້ຮັບການປະເມີນ, ພ້ອມທັງໃຫ້ປະຕິບັດກົດໝາຍຢ່າງເຂັ້ມງວດ ຕໍ່ບັນດາບໍລິສັດ ທີ່ປະເມີນໄດ້ປະເພດອ່ອນ ແລະ ອ່ອນຫລາຍ ຖ້າປະຕິບັດບໍ່ໄດ້ແທ້ໆ ແມ່ນໃຫ້ຢຸດເຊົາ ຫລື ຍົກເລີກ ແລະ ອື່ນໆ.

ສສຊ ບາງເຂດເລືອກຕັ້ງ ມີຄຳເຫັນຕື່ມວ່າ: ປັດຈຸບັນ ບັນຫາການທຳລາຍສິ່ງແວດລ້ອມ ທີ່ເກີດຈາກການຂຸດຄົ້ນແຮ່ທາດ ຢູ່ທ້ອງຖິ່ນ ແມ່ນມີລັກສະນະແບບຊະຊາຍ ຖືວ່າຍັງໝັກໜ່ວງພໍສົມຄວນ ເຮັດໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະແມ່ນ ສຸຂະພາບຂອງຄົນ, ສັດ ແລະ ພື້ນຖານໂຄງລ່າງຕ່າງໆ, ພ້ອມທັງ ສະເໜີໃຫ້ລັດຖະບານ ເບິ່ງຄືນຂໍ້ຄົງຄ້າງຂອງຜູ້ລົງທຶນ ໂດຍສະເພາະການຂຸດຄົ້ນແຮ່ຊະຊາຍ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ. ໃນນັ້ນ, ສະເໜີໃຫ້ກວດກາຄືນ ນິຕິກຳການຊົດເຊີຍ ທີ່ມີຜົນກະທົບ ເນື່ອງຈາກຜ່ານມາ ລາຄາປະເມີນຜົນກະທົບ ຍັງມີຄວາມຫຍຸ້ງຍາກຫລາຍ ເນື່ອງຈາກບໍ່ທັນມີນິຕິກຳຄົບຊຸດ ເຖິງແມ່ນວ່າມີນິຕິກຳ ແລະ ກົດໝາຍ ກໍຕາມ ແຕ່ຍັງບໍ່ທັນແກ້ໄຂບັນຫາໄດ້ເທົ່າທີ່ຄວນ. ຕໍ່ກັບກົນໄກ, ມາດຕະການໃນການຈັດຕັ້ງປະຕິບັດ ໂຄງການແຮ່ທາດ ລະຫວ່າງ ຂະແໜງ ການຂັ້ນສູນກາງ ແລະ ທ້ອງຖິ່ນ ຢາກໃຫ້ປະຕິບັດຢ່າງເຂັ້ມງວດ ຕາມລະບຽບກົດໝາຍ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top