ເກີດເຫດກຳປັ່ນຫລົ້ມຢູ່ ກົງໂກ ເສຍຊີວິດເກືອບ 90 ຄົນ

12/06/2024 15:39
Email Print 379
ຂປລ ເກີດເຫດກຳປັ່ນຫລົ້ມ ຢູ່ແມ່ນໍ້າ ກາວາ (Kwa ), ເປັນສາຂາໜຶ່ງ ຂອງ ແມ່ນໍ້າກົງໂກ ໃນແຂວງ ມາຍ-ເອັນດອມເບ (Mai-Ndombe) ທາງພາກຕາເວັນຕົກ ຂອງ ປະເທດ ກົງໂກ , ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 86 ຄົນ

ຂປລ. ສຳນັກຂ່າວສານ ຫວຽດນາມ, ວັນທີ 11 ມິຖຸນາ, ເຈົ້າໜ້າທີ່ ທ້ອງຖິ່ນ ກົງໂກ ໃຫ້ຮູ້ວ່າ: ເກີດເຫດກຳປັ່ນຫລົ້ມ ຢູ່ແມ່ນໍ້າ ກາວາ (Kwa ), ເປັນສາຂາໜຶ່ງ ຂອງ ແມ່ນໍ້າກົງໂກ ໃນແຂວງ ມາຍ-ເອັນດອມເບ (Mai-Ndombe) ທາງພາກຕາເວັນຕົກ ຂອງ ປະເທດ ກົງໂກ , ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 86 ຄົນ, ໃນນີ້ ເປັນເດັກນ້ອຍ 21 ຄົນ ແລະ ເຈົ້າໜ້າທີ່ ກູ້ໄພ ສາມາດ ຊ່ວຍເຫລືອ ຜູ້ລອດຊີວິດໄດ້ 185 ຄົນ.  ກໍາປັ່ນ ດັ່ງກ່າວ ພວມ ເດີນທາງ ຈາກເມືອງ ມູຊີ (Mushie) ໄປຍັງ ເມືອງກິນຊາຊາ (Kinshasa) ຂອງ ກົງໂກ. ສ່ວນສາເຫດຕົ້ນຕົ້ນ ພວມຢູ່ໃນ ລະຫວ່າງ ການສືບສວນສອບສວນ ຂອງເຈົ້າໜ້າທີ່./

KPL

ຂ່າວອື່ນໆ

ads
ads

Top