ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດ

12/06/2024 10:51
Email Print 2988
ຂປລ ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

    *ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ. ໂດຍສະແດງອອກໃນປີ 2023 ຜ່ານມາເຖິງວ່າເມືອງຈະພົບກັບຄວາມຫຍຸ້ງຍາກຫລາຍປະການ ແຕ່ກໍສາມາດຍາດໄດ້ຜົນສໍາເລັດດີພໍສົມຄວນ, ອັນພົ້ນເດັ່ນເມືອງໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າດ້ວຍຫລາຍຮູບແບບ, ຫລາຍວິທີການຜ່ານວິທະຍຸ-ໂທລະພາບ, ໂທລະໂຄ່ງ ແລະ ອື່ນໆ...

    ເຮັດໃຫ້ສະພາບແນວຄິດຂອງພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫລວດຕະຫລອດຮອດປະຊາ ຊົນບັນດາເຜົ່າພາຍໃນເມືອງທ່າໂທມ ໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ກໍຄືການນໍາຂອງເມືອງຫລາຍຂຶ້ນ ເຮັດໃຫ້ເມືອງມີຄວາມສະຫງົບປອດໄພໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂເປັນກ້າວໆ, ການ ປູກ-ການລ້ຽງຂອງປະຊາຊົນໄດ້ ຂະຫຍາຍຕົວກວ້າງຂວາງເປັນ ຕ້ົນແມ່ນ: ມັນຕົ້ນ, ສາລີ, ໝາກກ້ຽງ, ໝາກນັດ, ຢາງພາລາ ແລະ ພືດຜັກອື່ນໆ; ການຈັດເກັບລາຍຮັບໄດ້ 7,4 ຕື້ກວ່າກີບ, ທຽບໃສ່ແຜນການປີເທ່ົາກັບ 109,59%; ລວມຍອດການນໍາເຂົ້າ ແລະ ສົ່ງອອກບັນລຸ 265.632.854.000 ກີບ; ໂຄງການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດຫລາຍໂຄງການໄດ້ເຄື່ອນໄຫວຕາມສັນຍາ; ບັນດາຕົວຊີ້ບອກຂອງຂະແໜງສຶກສາ ແລະ ສາທາລະນະສຸກ ຫລາຍຕົວຊີ້ບອກໄດ້ບັນລຸຕາມແຜນການວາງໄວ້; ການຈັດຫາວຽກເຮັດງານທໍາຄວບຄູ່ກັບການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດໄດ້ຫັນເຂົ້າສູ່ກົດໝາຍເທື່ອລະກ້າວ.

   ນອກນັ້ນ ຂົງເຂດວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ແລະ ສໍາເລັດຕາມແຜນ. ຄ່ຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ເມືອງທ່າໂທມ ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ບຸກບືນປັບປຸງແກ້ໄຂໃນຕໍ່ໜ້າເຊັນ: ຈະຕັ້ງໜ້າສຶກສາອົບຮົມນໍາພາການ ເມືອງ-ແນວຄິດຕິດພັນກັບການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງ, ກົດໝາຍກ່ຽວຂ້ອງກັບການດໍາລົງຊີວິດຂອງພະນັກງານ ແລະ ປະຊາຊົນເຖິງວ່າພວກເຮົາໄດ້ເຮັດ, ແຕ່ບໍ່ທັນແຂງແຮງ, ກວ້າງຂວາງ ແລະ ວ່ອງໄວ ໂດຍສະເພາະແມ່ນຂັ້ນບ້ານ.

   ຍັງມີບາງຂະແໜງການ ເຄື່ອນໄຫວຕາມພາລະບົດບາດບ່ໍທັນແຂງແຮງ, ກົນໄກການເປັນເສນາທິການໃຫ້ການນໍາເມືອງເຮັດບ່ໍທັນໄດ້ດີ, ມີການເອື່ອຍອີງໃສ່ການນໍາເມືອງ ເປັນຜູ້ແກ້ໄຂ ແລະ ຕັດສິນທຸກວຽກງານໃຫ້ຂະແໜງການຕົນ. ການສ້າງແຜນວຽກ, ແຜນງານ ເຄື່ອນໄຫວແຕ່ລະໄລຍະຂອງບາງຂະແໜງການ ແມ່ນບໍ່ໄປຕາມແຜນ ທີ່ໄດ້ວາງໄວ້ແຕ່ຫົວທີເຮັດໃຫ້ການກວດກາສະຫລຸບຕີລາຄາພົບຄວາມຫຍຸ້ງຍາກ ແລະ ຫລາຍຄາດໝາຍບໍ່ບັນລຸ; ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການຍັງເຮັດບໍ່ທັນເຂັ້ມງວດ ໂດຍສະເພາະແມ່ນຂັ້ນບ້ານ ແລະ ຂະແໜງການຂອງເມືອງຈໍານວນໜຶ່ງ.

ແຫລ່ງຂໍ້ມູນຈາກ: ເມືອງທ່າໂທມ

KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top