ຊາວໜຸ່ມ ແຂວງເຊກອງ ສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 5

07/06/2024 13:26
Email Print 1124
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານ ຊາວໜຸ່ມແຂວງເຊກອງ ຄັ້ງທີ 5 ສະໄໝທີ VI ໄຂຂຶ້ນ ແລະ ສໍາເລັດລົງ ໃນວັນທີ 5 ມິຖຸນາ 2024

 

  ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານ ຊາວໜຸ່ມແຂວງເຊກອງ ຄັ້ງທີ 5 ສະໄໝທີ VI ໄຂຂຶ້ນ ແລະ ສໍາເລັດລົງ ໃນວັນທີ 5 ມິຖຸນາ 2024 ທີ່ຫ້ອງວ່າການແຂວງເຊກອງ ໂດຍການເປັນປະທານຂອງສະຫາຍ ຕຸລາວັນ ວົງໄຊ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມຮາກຖານ ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ເຂົ້າຮ່ວມ.
  ໃນກອງປະຊຸມ ໄດ້ຮັບຟັງການລາຍງານ
, ຄົ້ນຄວ້າປຶກສາຫາລື, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ, ພາວະວິໄສ ບົນຈິດໃຈຍົກສູງຄວາມຮັບຜິດຊອບ ການເມືອງ ຂອງຜູ້ແທນກອງປະຊຸມ ແລະ ຕົກລົງເປັນເອກະພາບຮັບຮອງເອົາເນື້ອໃນສຳຄັນ ເປັນຕົ້ນ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄໝທີ VIII ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ; ບົດສະຫລຸບການຈັດຕັ້ງປະຕິບັດ ວຽກງານຊາວໜຸ່ມ-ເຍົາວະຊົນ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024; ມາດຖານວິທີການສ້າງ ແລະ ພັດທະນາຄອບຄົວຕົວແບບ ຂອງຄະນະຊາວໜຸ່ມ ແຂວງ ສະໄໝທີ VI; ຂໍ້ແຂ່ງຂັນ 4 ບຸກ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ; ບົດແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ. ນອກຈາກນີ້, ກອງປະຊຸມຍັງໄດ້ສະເໜີ ແລະ ຮັບຮອງເອົາກຳມະການ ຄະນະບໍລິຫານງານ ຊາວໜຸ່ມ ແຂວງເຊກອງ ສະໄໝທີ 6 ເພີ່ມຕື່ມ 4 ສະຫາຍ, ຍິງ 1 ສະຫາຍ ຄື: ສະຫາຍ ເຂດສະຫວັນ ສິດທິນ້ອຍ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງກະລຶມ, ສະຫາຍ ກີ້ວັນ ບຸນກາສຽນ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງດາກຈຶງ, ສະຫາຍ ເອກທະວີ ສຸວັນນະຫົງຄຳ ເລຂາໜ່ວຍຊາວໜຸ່ມຮາກຖານ ທະນະຄານການຄ້າຕ່າງປະເທດລາວ ສາຂາແຂວງເຊກອງ ແລະ ສະຫາຍ ນາງ ສຸນິຕາ ບຸນວິໄລ ເລຂາໜ່ວຍຊາວໜຸ່ມຮາກຖານ ແນວລາວສ້າງຊາດແຂວງ. ພ້ອມນີ້, ຍັງໄດ້ຮັບຮອງເອົາທິດທາງແຜນການ ແລະ ແຜນວຽກງານຈຸດສຸມ ໃນປີ 2024 ຊຶ່ງຈະສືບຕໍ່ສຸ່ມໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ, ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງຊາວໜຸ່ມ, ສືບຕໍ່ປະຕິບັດແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ປີ 2024, ແຜນຍຸດທະສາດ 2021-2030 ຕິດພັນກັບການຝຶກອົບຮົມວິຊາຊີບ ໃຫ້ສະມາຊິກຊາວໜຸ່ມ, ຊຸກຍູ້ຕິດຕາມ, ກວດກາການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ, ຂໍ້ແຂ່ງຂັນ 4 ບຸກ, ຂໍ້ແຂ່ງຂັນ 3 ດີີ 4 ຮູ້ ຂອງເຍົາວະຊົນທັນວາ ທັງນີ້ກໍເພື່ອເຮັດໃຫ້ວຽກງານຊາວໜຸ່ມ ມີຄວາມໜັກແໜ້ນເຂັ້ມແຂງເທື່ອລະກ້າວ.
   ໂອກາດນີ້, ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ຍັງໄດ້ມີຄຳເຫັນໂອລົມ ແລະ ຊີ້ນໍາໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ
, ເມືອງ ແລະ ໜ່ວຍຊາວໜຸ່ມຮາກຖານ ກໍຄືສະມາຊິກຊາວໜຸ່ມທຸກສະຫາຍ ຕ້ອງເພີ່ມທະວີໃນການຄົ້ນຄວ້າ ເຊື່ອມຊຶມມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະ ມະຕິກອງປະຊຸມຄົບຄະນະ ບໍລິຫານງານຊາວໜຸ່ມແຂວງ ຄັ້ງທີ 4 ສະໄໝທີ VI ໃຫ້ເລິກເຊິ່ງ ແລະ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາຕົວຈິງ ແນໃສ່ພັດທະນາວຽກງານຊາວໜຸ່ມ-ເຍົາວະຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກາຍເປັນກຳລັງແຮງສໍາຄັນ ແກ່ການພັດທະນາປະເທດຊາດ ກໍຄືແຂວງເຊກອງ.

ຂ່າວ-ພາບ: ອັດສະວິນ ແສງສີຈັນ
KPL

ຂ່າວອື່ນໆ

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

    • ກົມສິລະປະວັດທະນະທໍາ  ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

      3/18/2025 5:51:03 PM

      ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.

ads
ads

Top