ບໍລິສັດທາງລົດໄຟ ລາວ-ຈີນ ມອບເດີ່ນບານບ້ວງ ແລະ ອຸປະກອນ-ເຄື່ອງໃຊ້ ໃຫ້ໂຮງຮຽນປະຖົມ ລາວ-ຈີນ

06/06/2024 19:37
Email Print 3202
ຂປລ ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຈັດພິທີມອບ-ຮັບ ເດີ່ນກິລາບານບ້ວງ ພ້ອມດ້ວຍອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ເຊິ່ງປະກອບມີ: ກະເປົາເປ້ 300 ໜ່ວຍ, ປຶ້ມຂຽນ 300 ຫົວ ໃຫ້ນ້ອງນັກຮຽນ, ມອບເຄື່ອງຕອງນ້ຳ, ໜ່ວຍບານບ້ວງ, ເຄື່ອງໃສ່ຂີ້ເຫຍື້ອສະແຕນເລດ, ເບ້ຍໄມ້ ແລະ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນວັນທີ 5 ມິຖຸນາ 2024 ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ



ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຈັດພິທີມອບ-ຮັບ ເດີ່ນກິລາບານບ້ວງ ພ້ອມດ້ວຍອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ເຊິ່ງປະກອບມີ: ກະເປົາເປ້ 300 ໜ່ວຍ
, ປຶ້ມຂຽນ 300 ຫົວ ໃຫ້ນ້ອງນັກຮຽນ, ມອບເຄື່ອງຕອງນ້ຳ, ໜ່ວຍບານບ້ວງ, ເຄື່ອງໃສ່ຂີ້ເຫຍື້ອສະແຕນເລດ, ເບ້ຍໄມ້ ແລະ ອື່ນໆ ໃຫ້ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນວັນທີ 5 ມິຖຸນາ 2024 ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ, ມີພາກສ່ວນກ່ຽວຂ້ອງ ແລະ ນ້ອງນັກຮຽນ, ຄູ-ອາຈານ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ພຸດ ສິມມະລາວົງ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ບໍລິສັດທາງລົດໄຟ ລາວ-ຈີນ ທີ່ໄດ້ສະໜອງທຶນຮອນ ເພື່ອສ້າງພື້ນຖານໂຄງລ່າງດ້ານກິລາ  ແລະ ອຸປະກອນການສຶກສາ ໃຫ້ແກ່ໂຮງ ຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ເຊິ່ງສ່ອງແສງ ແລະ ຢັ້ງຢືນຄືນ ເຖິງຄວາມໝາຍໝັ້ນ ຂອງບໍລິສັດທາງລົດໄຟ ລາວ-ຈີນ ຕໍ່ວຽກງານການສຶກສາ ກໍຄື ວຽກງານພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ. ພ້ອມທັງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ກໍຄື ປະຊາຊົນ ສປ ຈີນ ທີ່ໄດ້ປະກອບສ່ວນໃນການກໍ່ສ້າງໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ແລະ ນຳໃຊ້ແຕ່ປີ 2012 ເປັນຕົ້ນມາ ເຊິ່ງຕະຫລອດໄລຍະຜ່ານມາ ສປ ຈີນ ກໍໄດ້ສົ່ງຄູອາສາສະໝັກ ມາປະຈຳທີໂຮງຮຽນ ເພື່ອສິດສອນ ແລະ ສະໜອງອຸປະກອນຫລາຍຢ່າງ ໃຫ້ກັບໂຮງຮຽນ ດັ່ງກ່າວ.



ທ່ານ ພຸດ ສິມມະລາວົງ ຍັງໄດ້ກ່າວອີກວ່າ: ທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດດຳເນີນການແຕ່ວັນທີ 3 ທັນວາ 2021 ໄດ້ກາຍເປັນການປະກອບສ່ວນເຮັດໃຫ້ໂຄງການ
“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ ສປປ ລາວ ແລະ ສປ ຈີນ. ຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນປະຖົມສົມບູນ ລາວ-ຈີນ ໜອງປີງ ກໍໄດ້ເປັນສັກຂີພິຍານຕໍ່ “ເສັ້ນທາງແຫ່ງມິດຕະພາບ” ນີ້ ໂດຍໄດ້ຮ່ວມໃນພິທີສຳຄັນຕ່າງໆ ຂອງທາງລົດໄຟ. ການປະ ກອບສ່ວນຂອງບໍລິສັດທາງລົດໄຟ ລາວ-ຈີນ ແມ່ນມີຄວາມໝາຍ ສຳຄັນຫລາຍ, ເປັນຂົວເຊື່ອມຕໍ່ສາຍພົວພັນທາງດ້ານຈິດໃຈ, ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ, ສືບຕໍ່ພົວພັນສ້າງມິດຕະພາບທີ່ດີຕໍ່ກັນລະຫວ່າງສອງຊາດ ລາວ-ຈີນ ຈາກຮຸ່ນຄົນນີ້ສູ່ຮຸ່ນຄົນຕໍ່ໄປ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ ຜູ້ບໍລິຫານໂຮງ ຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນ ຈົ່ງນຳໃຊ້ພື້ນຖານໂຄງລ່າງ ແລະ ອຸປະກອນທີ່ບໍລິສັດມອບໃຫ້ ໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ກໍຫວັງຢ່າງຍິ່ງວ່າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສືບຕໍ່ໃຫ້ການຊ່ວຍເຫລືອສັງຄົມ ໃນຮູບແບບຕ່າງໆ ຕື່ມອີກ.



ທ່ານ ຫລິວ ຫົງ
  ກໍໄດ້ມີຄຳເຫັນວ່າ: ໃນໄລຍະຫລາຍປີທີ່ຜ່ານມາ
, ບໍລິສັດໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນວຽກງານດ້ານການພັດທະນາການສຶກສາ ແລະ ໄດ້ມີການຈັດກິດຈະກຳລົງຮາກຖານ "ລົງບ້ານສູ່ໂຮງ ຮຽນ" ຢູ່ເປັນປະຈຳ ເຊິ່ງ ການມອບ-ຮັບ ເດີ່ນບານບ້ວງ ໃນຄັ້ງນີ້, ແມ່ນຜັນຂະຫຍາຍຕາມຄຳຂວັນ “ເສັ້ນທາງແຫ່ງມິດຕະພາບ” ລະຫວ່າງ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ແລະ ໂຮງຮຽນປະຖົມສົມບູນ ລາວ-ຈີນ ບ້ານໜອງປີງ ແມ່ນໜຶ່ງໃນບັນດາໂຄງການສຳຄັນ ໃນການຊ່ວຍເຫລືອ ດ້ານການຮຽນ-ການສອນ ເພື່ອໃຫ້ຄູ-ອາຈານ ແລະ ນັກຮຽນ ມີສະພາບແວດລ້ອມ ການຮຽນ-ການສອນ ທີ່ກວ້າງຂວາງ ແລະ ມີຄຸນນະພາບສູງຂຶ້ນ, ຍົກລະດັບຄຸນນະພາບການຫລິ້ນກິລາ ເພື່ອໃຫ້ນ້ອງນັກຮຽນມີຮ່າງກາຍທີ່ແຂງແຮງ ແລະ ສ້າງຄວາມສາມັກຄີ ມ່ວນຊື່ນໃນໂຮງຮຽນ.

ພ້ອມກັນນັ້ນ, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຍັງໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ຕ່າງໆ ເປັນຕົ້ນ ເຄື່ອງຂຽນ, ພັດລົມ,  ຄັນຮົ່ມ, ໜ່ວຍບານບ້ວງ, ເບ້ຍໄມ້ ແລະ ໄດ້ຊ່ວຍແປງຕຶກອາຄານ  ໃຫ້ໂຮງຮຽນຢູ່ລຽບຕາມແລວທາງລົດໄຟ ເພື່ອຍົກລະດັບ ສະພາບແວດລ້ອມ ການຮຽນ-ການສອນ ແລະ ຊີວິດການເປັນຢູ່ຂອງຄູ-ອາຈານ ແລະ ນັກຮຽນໃຫ້ສະດວກສະບາຍຍິ່ງຂຶ້ນ. ນອກນັ້ນ, ບໍລິສັດກຳລັງມີແຜນຈະດຳເນີນ ກິດຈະກຳຊ່ວຍເຫລືອ ດ້ານການຮຽນ-ການສອນ ລະຫວ່າງບໍລິສັດ ກັບໂຮງຮຽນໃນຫລາຍແຫ່ງ ແລະ ສົ່ງຜູ້ຊ່ຽວຊານດ້ານການລົດໄຟ ເປັນອາສາສະໝັກໃນການສິດສອນ, ຖ່າຍທອດຄວາມຮູ້ປະສົບການຕ່າງໆກ່ຽວກັບທາງລົດໄຟ ເຊັ່ນ: ວິທະຍາສາດ-ເຕັກ ນິກທາງລົດໄຟ, ວຽກງານດ້ານການຄຸ້ມຄອງດຳເນີນງານທາງລົດໄຟ, ດ້ານການບໍລິການ, ວຽກງານພື້ນຖານ ຄວາມປອດໄພ ແລະ ອື່ນໆ  ໃຫ້ແກ່ບັນດາ ຄູ-ອາຈານ ແລະ ນັກຮຽນນັກສຶກສາ ຢູ່ທົ່ວປະເທດ.

ໃນໂອກາດດຽວກັນນີ້, ບໍລິສັດ ຍັງໄດ້ດຳເນີນກິດຈະກຳ ມອບອຸປະກອນການຮຽນຕ່າງໆ ເຊັ່ນ ກະເປົາເປ້, ປື້ມຂຽນ, ກະເປົາຜ້າ, ເຕົ້ານໍ້າ ແລະ ເຄື່ອງໃຊ້ອື່ນໆ ໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແຕ່ລະໂຮງຮຽນ ຈຳນວນ 7 ແຫ່ງ ຄື ຢູ່ແຂວງຫລວງພະບາງ, ເມືອງງາ ແຂວງອຸດົມໄຊ, ເມືອງນາເຕີຍ ແຂວງຫລວງນໍ້າທາ ແລະ ສະຖານທີ່ອື່ນໆ ທີ່ຢູ່ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ.

ຂ່າວ: ທະນູທອງ

ຂໍ້ມູນ: ລົດໄຟ ລາວ-ຈີນ
KPL

ຂ່າວອື່ນໆ

    • ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນສຶກສາ-ກິລາ

      ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

      9/5/2024 2:37:51 PM

      ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

      9/4/2024 4:47:13 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

    • ຮຽນໜັງສືສຶກສາ-ກິລາ

      ຮຽນໜັງສື

      9/3/2024 1:33:11 PM

      ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

      9/2/2024 2:50:32 PM

      ຂປລ. ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຫ້ອງຮຽນ, ໂຕະຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ

    • ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025ສຶກສາ-ກິລາ

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

      9/2/2024 2:36:56 PM

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ads
ads

Top