ເຢຍລະມັນ, ອາຊຽນ ແລະ ອິນໂດ-ປາຊີຟິກ ຕໍ່ກັບສິ່ງທ້າທາຍ ດ້ານພູມສາດການເມືອງ ແລະ ກາລະໂອກາດໃນການຮ່ວມມື

05/06/2024 11:05
Email Print 870
ຂປລ ຂປລ. ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ເຢຍລະມັນ ປະຈໍາ ສປປ ລາວ ຈັດການບັນຍາຍໃຕ້ຫົວຂໍ້: “ເຢຍລະມັນ, ອາຊຽນ ແລະ ອິນໂດ-ປາຊີຟິກ ຕໍ່ກັບສິ່ງທ້າທາຍ ທາງດ້ານພູມສາດການເມືອງ ແລະ ກາລະໂອກາດໃນການຮ່ວມມື” ໃນວັນທີ 3 ມິຖຸນາ 2024



ຂປລ. ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ເຢຍລະມັນ ປະຈໍາ ສປປ ລາວ ຈັດການບັນຍາຍໃຕ້ຫົວຂໍ້:
“ເຢຍລະມັນ, ອາຊຽນ ແລະ ອິນໂດ-ປາຊີຟິກ ຕໍ່ກັບສິ່ງທ້າທາຍ ທາງດ້ານພູມສາດການເມືອງ ແລະ ກາລະໂອກາດໃນການຮ່ວມມື” ໃນວັນທີ 3 ມິຖຸນາ 2024 ທີ່ສະຖາບັນການຕ່າງປະເທດໂດຍການບັນຍາຍຂອງ ທ່ານ ໂທບີອັດສ໌ ລິນເນີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ, ມີຜູ້ເຂົ້າຮ່ວມ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່່່່ວມ.




ໂອກາດນີ້
, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ເຢຍລະມັນ  ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ການພົວພັນຮ່ວມມື ສປປ ລາວ ແລະ ສສ ເຢຍລະມັນ ໃນໄລຍະຜ່ານມາ, ບັນດາແນວທາງ ນະໂຍບາຍການຕ່າງປະເທດຂອງ ເຢຍລະມັນ ກໍຄື ກຸ່ມປະເທດ ເອີຣົບ (EU) ຕໍ່ອາຊຽນ, ການເປັນຄູ່ຮ່ວມ ເຈລະຈາ ອີຢູ-ອາຊຽນ ແລະ ສະພາບການໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປ ໄປຢ່າງສັບສົນ. ພ້ອມດຽວກັນ, ກໍໄດ້ຍົກໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ເຢຍລະມັນ ທີ່ນັບມື້ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ. ທ່ານຮອງລັດຖະມົນ ຍັງໄດ້ສະເໜີ  3 ຂົງເຂດຫລັກ ທີ່ເຫັນວ່າ ສປປ ລາວ ແລະ ເຢຍລະມັນ ສາມາດເປັນຄູ່ຮ່ວມມື ແບບເລິກເຊິ່ງນຳກັນໄດ້ ເພື່ອສືບຕໍ່ສາຍພົວພັນ ທີ່ມີມາຢ່າງຍາວນານ ລະ ຫວ່າງປະເທດ ຄື:  ການຄ້າ ແລະ ການລົງທຶນແບບຍືນຍົງ ກໍຄື ຂະຫຍາຍການຄ້າ ແລະ ການລົງທຶນ ໃນຂອບສອງຝ່າຍ ລະຫວ່າງ ສປປ ລາວ ແລະ ປະເທດເອີຣົບ ພ້ອມທັງ ລະຫວ່າງ ອີຢູ ແລະ ອາຊຽນ ໂດຍທ່ານກ່າວວ່າ: ອີຢູ ມີເສດຖະກິດທີ່ໃຫຍ່ອັນດັບທີ່ສາມໃນໂລກ ໃນຂະນະທີ່ ອາຊຽນ ກໍກຳລັງກາຍເປັນ ເສດຖະກິດອັນດັບທີ່ສີ່ ທີ່ໃຫຍ່ທີ່ສຸດໃນທົດສະວັດຕໍ່ໜ້າ. ປັດຈຸບັນ, ອາຊຽນ ເປັນຄູ່ຮ່ວມການຄ້າ ອັນດັບທີ່ສາມ ທີ່ໃຫຍ່ທີ່ສຸດ ກັບ ເອີຣົບ ແລະ ເປັນເປົ້າໝາຍ ການລົງທຶນຕ່າງປະເທດອັນດັບທີສອງ; ການຮ່ວມມືໃນພາກພື້ນ ເພື່ອແກ້ໄຂສິ່ງທ້າທ້າຍຂ້າມຊາຍແດນ ໂດຍສະເພາະ ການຮ່ວມມືເພື່ອການພັດທະນາກັບ ອາຊຽນ ແລະ ການຮ່ວມມືກັບ ພາກພື້ນແມ່ນໍ້າຂອງ ແນ ໃສ່ການແກ້ໄຂບັນຫາ ອາດຊະຍາກຳຂ້າມຊາດ, ບັນຫາແມ່ນໍ້າມົນລະພິດ, ການປ່ຽນແປງດິນຟ້າອາກາດ; ການພັດທະ ນາພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ, ທາງລົດໄຟ, ສ້າງຕາຂ່າຍໄຟຟ້າຂ້າມແດນ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີຕ່າງປະເທດ ເຢຍລະມັນ ຍັງໄດ້ເນັ້ນກ່ຽວກັບຍຸດທະສາດ Global Gateway ຂອງອີຢູ ຄື ນະໂຍ ບາຍເປີດປະຕູສູ່ສາກົນ ເຊິ່ງເປັນນະໂຍບາຍ ທີ່ສະໜອງຫລາຍທາງເລືອກ ໃຫ້ແກ່ປະເທດຕ່າງໆໃນການຮ່ວມມືກັບ ອີຢູ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ ແນໃສ່ການເຊື່ອມໂຍງ-ເຊື່ອມຈອດ ແລະ ອື່ນໆ. ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນເຖິງ ການພົວພັນ ລະຫວ່າງ ເຢຍລະມັນ ແລະ ສປ ຈີນ.

ພິທີປາຖະກະຖາໃນຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະ ມີເນື້ອໃນຄົບຖ້ວນ, ບັນດາຜູ້ເຂົ້າຮ່ວມ ໄດ້ມີຄວາມສົນໃຈຫລາຍ ໂດຍໄດ້ມີການສົນທະນາ ຖາມ-ຕອບ ແລະ ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ເຊິ່ງເປັນການເຜີຍແຜ່ຂໍ້ມູນ ທີ່ມີຄວາມສຳຄັນ ແລະ ເປັນປະໂຫຍດ ໂດຍສະເພາະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ເຢຍລະມັນ ໃຫ້ນັບມື້ໄດ້ຮັບການຮັດແໜ້ນ ແລະ ຜັນຂະຫຍາຍໃຫ້ເປັນຮູບປະທຳຍິ່ງຂຶ້ນ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ນຳເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດ ລາວ ແລະ ເຢຍລະມັນ.
KPL

ຂ່າວອື່ນໆ

ads
ads

Top