ສ.ອາເມລິກາ ປະກາດແຜນການເພີ່ມພາສີ ສຳລັບສິນຄ້ານຳເຂົ້າຈາກ ສປ ຈີນ

23/05/2024 22:31
Email Print 326
ຂປລ ນັບແຕ່ວັນທີ 1 ສິງຫາ ຈະເພີ່ມພາສີ ຢ່າງແຮງ ສຳລັບ ສິນຄ້າ ນຳເຂົ້າ ບາງຊະນິດ ຈາກ ສປ ຈີນ, ລວມມີ ໝໍ້ໄຟລົດໄຟຟ້າ, ຊິບຄອມພີວເຕີ ແລະ ຜະລິດຕະພັນ ການແພດ ຊຶ່ງເປັນການເພີ່ມຂຶ້ນທົບ 4 ເທົ່າ ພາສີ ລົດໄຟຟ້າ, ຂຶ້ນສູງກ່ວາ 100%, ເພີ່ມຂຶ້ນທົບ 2 ເທົ່າ ພາສີຕໍ່ວັດຖຸ ເຄິ່ງຊັກນຳ ໄຟຟ້າ ຂຶ້ນເຖິງ 50%.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 22 ພຶດສະພາ, ຫ້ອງການຕາງໜ້າ ດ້ານການຄ້າ ອາເມລິກາ (USTR) ໄດ້ປະກາດວ່າ:  ນັບແຕ່ວັນທີ 1 ສິງຫາ ຈະເພີ່ມພາສີ ຢ່າງແຮງ ສຳລັບ ສິນຄ້າ ນຳເຂົ້າ ບາງຊະນິດ ຈາກ ສປ ຈີນ, ລວມມີ ໝໍ້ໄຟລົດໄຟຟ້າ, ຊິບຄອມພີວເຕີ ແລະ ຜະລິດຕະພັນ ການແພດ ຊຶ່ງເປັນການເພີ່ມຂຶ້ນທົບ 4 ເທົ່າ ພາສີ ລົດໄຟຟ້າ, ຂຶ້ນສູງກ່ວາ 100%, ເພີ່ມຂຶ້ນທົບ 2 ເທົ່າ ພາສີຕໍ່ວັດຖຸ ເຄິ່ງຊັກນຳ ໄຟຟ້າ ຂຶ້ນເຖິງ 50%. ໄປຄຽງຄູ່ກັນນັ້ນ, ທ່ານ ນາງ ແຄດເທີຣິນ ໄທ (Katherine Tai) ຜູ້ຕາງໜ້າ ດ້ານການຄ້າ ອາເມລິກາ ກໍ່ສົ່ງເສີມ ຍົກເວັ້ນພາສີ ສຳລັບເຄື່ອງຈັກ ອຸດສາຫະກຳ ນັບຮ້ອຍຊະນິດ ທີ່ໄດ້ນຳເຂົ້າຈາກ ສປ ຈີນ, ລວມມີ ບັນດາວັດຖຸ ອຸປະກອນ ຜະລິດ ຕະພັນ ພະລັງງານ ແສງຕາເວັນ.ຂະນະທີ່ ສປ ຈີນ ໄດ້ຕຳໜິຕິຕຽນ ແຜນການເພີ່ມພາສີຂອງ ສ.ອາເມລິກາ ແລະ ປະກາດວ່າ ມີບັນດາມາດຕະການ ຢ່າງຂ້ຽວຂາດເພື່ອປົກປ້ອງ ຜົນປະໂຫຍດ ຂອງຕົນ. ສປ ຈີນ ກໍ່ໃຫ້ຮູ້ວ່າ:  ບັນດາມາດຕະການພາສີ ອາກອນ ດັ່ງກ່ວາ ແມ່ນ ຝືນກັບ ຄຸນປະໂຫຍດ ແລະ ກໍ່ຜົນເສຍຫາຍ ຕໍ່ພື້ນຖານ ເສດຖະກິດ ສ.ອາເມລິກາ ແລະ ທົ່ວໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top