ສ.ເກົາຫລີ ຄາດວ່າຜົນຜະລິດເຂົ້າປີນີ້ ຈະຫລຸດລົງເຫລືອ 3,5 ລ້ານໂຕນ

13/10/2026 18:01
ຂປລ ກະຊວງ ຂໍ້ມູນຂ່າວສານ ແລະ ສະຖິຕິຂອງສ.ເກົາຫລີ ລາຍງານ ຕົວເລກຄາດການ ຜົນຜະລິດເຂົ້າ ຂອງ ປະເທດ ສ.ເກົາຫລີ ໃນປີ 2026 ຈະບັນລຸ 3,518 ລ້ານໂຕນ, ຫລຸດລົງ ເມື່ອທຽບໃສ່ປີກາຍນີ້ ແລະ ຫລຸດລົງຕິດຕໍ່ກັນ ເປັນປີທີ 5 ນັບຕັ້ງແຕ່ ປີ 2022 ເປັນຕົ້ນມາ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ກະຊວງ ຂໍ້ມູນຂ່າວສານ ແລະ ສະຖິຕິຂອງສ.ເກົາຫລີ ລາຍງານ ຕົວເລກຄາດການ ຜົນຜະລິດເຂົ້າ ຂອງ ປະເທດ ສ.ເກົາຫລີ ໃນປີ 2026 ຈະບັນລຸ 3,518 ລ້ານໂຕນ, ຫລຸດລົງ ເມື່ອທຽບໃສ່ປີກາຍນີ້ ແລະ ຫລຸດລົງຕິດຕໍ່ກັນ ເປັນປີທີ 5 ນັບຕັ້ງແຕ່ ປີ 2022 ເປັນຕົ້ນມາ. ນີ້ຖືເປັນຕົວເລຫຕ່ຳສຸດ ໃນຮອບ 6 ປີ ນັບຕັ້ງແຕ່ ປີ 2020 ຊຶ່ງໄດ້ຮັບ ຜົນກະທົບ ຈາກເນື້ອທີ່ປູກເຂົ້າ ທີ່ ຫລຸດລົງ ເປັນປະຫວັດສາດ ເຫລືອ 6,7 ແສນເຮັກຕາ, ຫລຸດລົງ 1,1% ເມື່ອທຽບໃສ່ ປີ 2025 ຜ່ານມາ. ສ່ວນຜົນຜະລິດເຂົ້າ ຕໍ່ເນື້ອທີ່ ໄດ້ປັບເພີ່ມຂຶ້ນ ເລັກນ້ອຍ ເນື່ອງຈາກ ສະພາບອາກາດ ທີ່ເອື້ອອຳນວຍ, ໂດຍຄາດວ່າ ຜົນຜະລິດ ໃນປີນີ້ ຈະຢູ່ທີ່ 525 ກິໂລກຣາມ ຕໍ່ເນື້ອທີ່ 1.000 ຕາແມັດ, ເພີ່ມຂຶ້ນ 0,5%./

KPL

ຂ່າວອື່ນໆ

ads
ads

Top