ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ. ອາເມລິກາ ຄາດວ່າ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຢູ່ ຟີລິບປິນ ແລະ ກອງປະຊຸມ ຂັ້ນສູງ APEC ຢູ່ ສປ ຈີນ. ການເດີນທາງຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຄາດວ່າ ຈະດຳເນີນແຕ່ ວັນທີ 16–19 ພະຈິກ.
ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ. ອາເມລິກາ ຄາດວ່າ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຢູ່ ຟີລິບປິນ ແລະ ກອງປະຊຸມ ຂັ້ນສູງ APEC ຢູ່ ສປ ຈີນ. ການເດີນທາງຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຄາດວ່າ ຈະດຳເນີນແຕ່ ວັນທີ 16–19 ພະຈິກ. ນີ້ແມ່ນການເດີນທາງໄປ ປະຕິບັດ ງານສຳຄັນ ຢູ່ອາຊີ ຂອງທ່ານ ໂດນັນ ທຣຳ ພາຍຫລັງ ການເລືອກຕັ້ງ ກາງສະໄໝຢູ່ ສ.ອາເມລິກາ. ການເດີນທາງໄດ້ດຳເນີນ ໃນສະພາບການ ວໍຊິງຕັນ ພວມປະຕິບັດ ນະໂຍບາຍ ເພີ່ມທະວີ ການມີສ່ວນຮ່ວມ ຢູ່ພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ, ພ້ອມທັງຊອກຫາ ວິທີຊຸກຍູ້ ການພົວພັນກັບ ອາຊຽນ ແລະ ຄຸ້ມຄອງການແກ້ງແຍ້ງ ຍຸດທະສາດກັບ ສປ ຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL