ຝຣັ່ງ ຈະປ່ອຍນ້ຳມັນກາຊວນ ຈາກສາງສຳຮອງ 10 ລ້ານຖັງ

13/10/2026 18:01
ຂປລ ທ່ານ ເຊບາສະຕຽນ ເລີກໍນູ (Sébastien Lecornu) ນາຍົກ ລັດຖະມົນຕີ ຝຣັ່ງ ໄດ້ປະກາດ ແຜນການ ປ່ອຍນ້ຳມັນ ກາຊວນ ອອກຈາກ ສາງສຳຮອງ ຍຸດທະສາດຂອງປະເທດ ຈຳນວນ 10 ລ້ານຖັງ ເພື່ອຊ່ວຍ ບັນເທົາ ຄວາມກົດດັນ ໃນຕະຫລາດ ເຊື້ອໄຟ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ເຊບາສະຕຽນ ເລີກໍນູ (Sébastien Lecornu) ນາຍົກ ລັດຖະມົນຕີ ຝຣັ່ງ ໄດ້ປະກາດ ແຜນການ ປ່ອຍນ້ຳມັນ ກາຊວນ ອອກຈາກ ສາງສຳຮອງ ຍຸດທະສາດຂອງປະເທດ ຈຳນວນ 10 ລ້ານຖັງ ເພື່ອຊ່ວຍ ບັນເທົາ ຄວາມກົດດັນ ໃນຕະຫລາດ ເຊື້ອໄຟ. ໂດຍມາດຕະການນີ້ຈະຊ່ວຍຫລຸດ ລາຄານ້ຳມັນ ໜ້າສະຖານີ ບໍລິການລົງ ປະມານ 12-18 ເຊັນຢູໂຣຕໍ່ລິດ.

ໂດຍ ທ່ານ ເຊບາສະຕຽນ ເລີກໍນູ ຈະລົງນາມ ໃນຄຳສັ່ງ ດຳເນີນ ແຜນການ ດັ່ງກ່າວ ໃນໄວໆນີ້ ແລະ ຈະຈັດຕັ້ງປະຕິບັດ ຕາມແຜນ ໃນໄລຍະເວລາ 3 ເດືອນ. ຄຽງຄູ່ກັນນັ້ນ, ທ່ານ ເຊບາສະຕຽນ ເລີກໍນູ ຍັງໄດ້ຮຽກຮ້ອງໃຫ້ ອີດີເອຟ (EDF) ເຊິ່ງເປັນ ບໍລິສັດ ສາທາລະນູປະໂພກ ໄຟຟ້າ ຂອງ ຝຣັ່ງ ໃຫ້ປັບເພີ່ມ ກຳລັງ ການຜະລິດ ໃຫ້ຂຶ້ນສູ່ລະດັບ ສູງສຸດ ເພື່ອຮັບປະກັນວ່າ ລາຄາໄຟຟ້າ ຈະບໍ່ເພີ່ມສູງຂຶ້ນ ໃນລະດູໜາວນີ້.

ນອກຈາກນັ້ນ, ແຜນການດັ່ງກ່າວ ໄດ້ເກີດຂຶ້ນ ໃນຂະນະທີ່ ລາຄາ ເຊື້ອໄຟ ໄດ້ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ, ເນື່ອງຈາກ ຄວາມຂັດແຍ້ງ ໃນເຂດ ຕາເວັນອອກກາງ ແລະ ການແລ່ນກຳປັ່ນ ຜ່ານຊ່ອງແຄບຮໍມຸດ ຢຸດຈຶ້ງ. ປັດຈຸບັນ, ລາຄານ້ຳມັນກາຊວນ ສະເລ່ຍ ຈຳນວນ 2,35 ເອີໂຣຕໍ່ລິດ, ສ່ວນລາຄານ້ຳມັນ ແອັດຊັງ SP95-E10 ເຊິ່ງເປັນ ຊະນິດ ທີ່ນິຍົມໃຊ້ກັນຫລາຍທີ່ສຸດ ໃນຝຣັ່ງ 2,14 ເອີໂຣຕໍ່ລິດ./

KPL

ຂ່າວອື່ນໆ

ads
ads

Top