ເອີຣົບ ຈະປັບຫລຸດງົບປະມານ 7 ປີ ລົງເກືອບ 8%

13/10/2026 18:01
ຂປລ ອຽກລັງ ໃນຖານະ ປະທານ ຄະນະມົນຕີ ແຫ່ງສະຫະພາບ ເອີຣົບ (EU) ໄດ້ສະເໜີ ຮ່າງງົບປະມານ ໄລຍະຍາວ ສະບັບໃໝ່ ສໍາລັບ ປີ 2028-2034 ໃນວັນທີ 10 ຕຸລາ, ໂດຍສະເໜີໃຫ້ ປັບຫລຸດ ວົງເງິນລົງ ປະມານ 1,41 ແສນລ້ານເອີໂຣ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ອຽກລັງ ໃນຖານະ ປະທານ ຄະນະມົນຕີ ແຫ່ງສະຫະພາບ ເອີຣົບ (EU) ໄດ້ສະເໜີ ຮ່າງງົບປະມານ ໄລຍະຍາວ ສະບັບໃໝ່ ສໍາລັບ ປີ 2028-2034 ໃນວັນທີ 10 ຕຸລາ, ໂດຍສະເໜີໃຫ້ ປັບຫລຸດ ວົງເງິນລົງ ປະມານ 1,41 ແສນລ້ານເອີໂຣ ຫລື ເກືອບ 8% ຈາກແຜນເດີມ ຂອງຄະນະ ກຳມາທິການ ເອີຣົບ ສົ່ງຜົນໃຫ້ ກອບງົບປະມານລວມ ຫລຸດລົງເຫລືອ 1,62 ພັນຕື້ເອີໂຣ.

ຂໍ້ສະເໜີ ສະບັບໃໝ່ນີ້ ມີເປົ້າໝາຍ ເພື່ອເຮັດໃຫ້ ຈຸດຢືນ ຂອງ 27 ປະເທດ ສະມາຊິກ ອີຢູ ມີຄວາມໃກ້ຄຽງກັນຫລາຍຂຶ້ນ ຫລັງຈາກ ທີ່ຍັງຄົງ ມີຄວາມເຫັນ ແຕກຕ່າງກັນ ກ່ຽວກັບ ຂະໜາດຂອງກອບງົບປະມານ ໃນໄລຍະ 7 ປີຕໍ່ໜ້າ.

ນອກຈາກນັ້ນ, ເອກະສານ ການເຮັດວຽກ ສະບັບຫລ້າສຸດ ໄດ້ປັບຫລຸດ ວົງເງິນຈາກຂໍ້ສະເໜີ ເດີມ ຂອງ ຄະນະກຳມາທິການ ເອີຣົບ ເຊິ່ງກຳນົດ ງົບປະມານ ໄວ້ທີ່ 1,76 ພັນຕື້ເອີໂຣ (ເມື່ອຄິດໄລ່ດ້ວຍລາຄາຄົງທີ່ ໃນປີ 2025) ຫລື 1,98 ພັນຕື້ເອີໂຣ (ເມື່ອຄິດໄລ່ ດ້ວຍລາຄາ ໃນປະຈຸບັນ). ໂດຍການປັບຫລຸດ ໃນຄັ້ງນີ້ ຈະສົ່ງຜົນກະທົບ ຕໍ່ໝວດງົບປະມານ ດ້ານຄວາມສາມາດ ໃນການແຂ່ງຂັນ ແລະ ຄວາມໝັ້ນຄົງ ເປັນພິເສດ.

ເຖິງຢ່າງໃດ ກໍ່ຕາມ, ຂໍ້ສະເໜີ ດັ່ງກ່າວ ຍັງຈຳເປັນ ຕ້ອງຜ່ານ ຂັ້ນຕອນ ການເຈລະຈາ ລະຫວ່າງບັນດາ ປະເທດສະມາຊິກ ໂດຍມີ ການສະເໜີ ຮ່າງສະບັບໃໝ່ນີ້ ກ່ອນກອງປະຊຸມ ຄະນະມົນຕີ ເອີຣົບ ໃນອາທິດໜ້າ, ເຊິ່ງ ບັນດາ ຜູ້ນຳ ປະເທດ ສະມາຊິກ ຈະໄດ້ຮ່ວມກັນ ປຶກສາຫາລື ກ່ຽວກັບງົບປະມານ ໄລຍະຍາວອີກຄັ້ງ ເພື່ອຊຸກຍູ້ໃຫ້ ບັນລຸຂໍ້ຕົກລົງກັນ ໃຫ້ໄດ້ ໃນທ້າຍປີ 2026 ນີ້./

KPL

ຂ່າວອື່ນໆ

ads
ads

Top