ຂປລ
ທ່ານ ກຸຍຕລາອົວະ ກາຣເຊຍ (Cuitláhuac García) ຜູ້ອຳນວຍການໃຫຍ່ ສູນຄວບຄຸມແກັສທຳມະຊາດ ແຫ່ງຊາດ ເມັກຊິກ ເປີດເຜີຍວ່າ: ເມັກຊິກ ພວມຮັບມືກັບ “ຜົນກະທົບຢ່າງຮ້າຍແຮງ” ຈາກພາວະ ແກັສທຳມະຊາດ ທີ່ ນຳເຂົ້າ ຈາກ ສ.ອາເມລິກາ ຫລຸດລົງ ຊົ່ວຄາວ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ກຸຍຕລາອົວະ ກາຣເຊຍ (Cuitláhuac García) ຜູ້ອຳນວຍການໃຫຍ່ ສູນຄວບຄຸມແກັສທຳມະຊາດ ແຫ່ງຊາດ ເມັກຊິກ ເປີດເຜີຍວ່າ: ເມັກຊິກ ພວມຮັບມືກັບ “ຜົນກະທົບຢ່າງຮ້າຍແຮງ” ຈາກພາວະ ແກັສທຳມະຊາດ ທີ່ ນຳເຂົ້າ ຈາກ ສ.ອາເມລິກາ ຫລຸດລົງ ຊົ່ວຄາວ ປະມານ 20%. ໂດຍເມັກຊິກ ໄດ້ຮັບການ ແຈ້ງເລື່ອງນີ້ ລ່ວງໜ້າ ປະມານ 1 ອາທິດ.
ເມັກຊິກ ໄດ້ຮັບມືຜ່ານມາດຕະການ ປະສານງານ ລະຫວ່າງ ສູນຄວບຄຸມ ແກັສທຳມະຊາດ ແຫ່ງຊາດ, ບໍລິສັດ ນ້ຳມັນເປເມັກ (Pemex), ຄະນະ ກຳມະການ ໄຟຟ້າ ສ່ວນກາງ, ສູນຄວບຄຸມ ພະລັງງານ ແຫ່ງຊາດ ແລະ ກະຊວງ ພະລັງງານກ່ຽວຂ້ອງ ເພື່ອເຮັດໃຫ້ ລະບົບແກັສທຳມະຊາດ ສາມາດ ຮອງຮັບກໍລະນີ ທີ່ແກັສນຳເຂົ້າຢຸດຈຶ້ງ ເປັນເວລາສູງສຸດ 3 ວັນ.
ທ່ານ ເຄລາເດຍ ຊາຍບຳ (Claudia Sheinbaum) ປະທານາທິບໍດີ ເມັກຊິກ ລະບຸວ່າ ເມັກຊິກ ນຳເຂົ້າແກັສທຳມະຊາດ ຈາກ ສ.ອາເມລິກາ ປະມານ 75% ຂອງ ປະລິມານ ທີ່ໃຊ້ທັງໝົດ ພາຍໃນປະເທດ. ໃນຂະນະດຽວກັນນັ້ນ, ເປົ້າໝາຍ ສຳຄັນ ຂອງ ນະໂຍບາຍພະລັງງານ ໃນປັດຈຸບັນນີ້ ແມ່ນການສ້າງຄວາມ ເຂັ້ມແຂງ ໃຫ້ແກ່ອຳນາດອະທິປະໄຕ ທາງດ້ານພະລັງງານ ແລະ ຫລຸດຜ່ອນ ການເພິ່ງພາອາໄສ ພະລັງງານ ຈາກຕ່າງປະເທດ ຜ່ານການຂະຫຍາຍ ການຜະລິດ ພະລັງງານ ແສງຕາເວັນ, ພະລັງງານລົມ ແລະ ພະລັງງານຄວາມຮ້ອນ ໃຕ້ດິນ./
KPL