ສສ ຫວຽດນາມ ຈະເພີ່ມການຮ່ວມມືຄຸ້ມຄອງ-ນຳໃຊ້ແຫລ່ງນ້ຳຈາກແມ່ນ້ຳຂອງ ແບບຍືນຍົງ

23/05/2024 22:30
Email Print 326
ຂປລ ຫວຽດນາມ ປາດຖະຫນາ ແລະ ພ້ອມແລ້ວ ຈະພ້ອມກັບ ບັນດາ ປະເທດ ກ່ຽວຂ້ອງ ເພີ່ມທະວີ ການຮ່ວມມື ຄຸ້ມຄອງ ແລະ ນຳໃຊ້ ແຫລ່ງນ້ຳ ຈາກແມ່ນ້ຳຂອງ ຢ່າງມີປະສິດທິຜົນ ແລະ ຍືນຍົງ.

 ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຫວຽດນາມ ປາດຖະຫນາ ແລະ ພ້ອມແລ້ວ ຈະພ້ອມກັບ ບັນດາ ປະເທດ ກ່ຽວຂ້ອງ ເພີ່ມທະວີ ການຮ່ວມມື ຄຸ້ມຄອງ ແລະ ນຳໃຊ້ ແຫລ່ງນ້ຳ ຈາກແມ່ນ້ຳຂອງ ຢ່າງມີປະສິດທິຜົນ ແລະ ຍືນຍົງ.ດັ່ງນັ້ນ ວັນທີ 23 ພຶດສະພານີ້  ການຖະແຫລງຂ່າວ ນັດສາມັນຂອງ ກະຊວງ ການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມ ຂອງນັກຂ່າວ ກ່ຽວກັບ ຜົນກະທົບ ຂອງບັນດາ ກິດຈະກຳ ເຂື່ອນໄຟຟ້າຢູ່ ຍ່ານເໜືອ ແມ່ນ້ຳຂອງ ສຳລັບ ເຂດລຸ່ມ ແມ່ນ້ຳຂອງ, ຮອງໂຄສົກ ກະຊວງ ການຕ່າງປະເທດ ຫວຽດນາມ ທ່ານ ດວ່ານຄັກຫວຽດ ຊີ້ແຈ້ງວ່າ: ແມ່ນ້ຳຂອງ ແມ່ນແມ່ນ້ຳຮ່ວມ ຂ້າມຊາຍແດນ ແລະ ໄຫລຜ່ານ ຫລາຍປະເທດ. ໂດຍແມ່ນປະເທດຢູ່ ລຸ່ມແມ່ນ້ຳຂອງ, ສສ ຫວຽດນາມ ມີຄວາມສົນໃຈ ເຖິງບັນດາ ຜົນກະທົບ ຂ້າມຊາຍແດນ ແລະ ຄວາມສາມາດ ເກັບນ້ຳຂອງ ບັນດາກິດຈະກຳ ໄຟຟ້ານ້ຳຕົກ ຢູ່ຕາມແມ່ນ້ຳຂອງ. ການພັດທະນາ ແລະ ການ ເຄື່ອນໄຫວບັນດາກິດຈະກຳໄຟຟ້ານ້ຳຕົກ ຕາມແມ່ນນ້ຳຂອງ ຄວນຮັບປະກັນ ບໍ່ກໍ່ຜົນກະທົບ ຫຍໍ້ທໍ້, ລວມມີ ບັນດາ ການກະທົບ ຂ້າມຊາຍແດນ ເຖິງສິ່ງແວດລ້ອມ ກໍ່ຄືພັດທະນາ ເສດຖະກິດ -ສັງຄົມ ຂອງບັນດາ ປະເທດລຸ່ມແມ່ນ້ຳ ແລະ ຕ້ອງສອດຄ່ອງກັບ ກົດໝາຍ ແລະ ທຳນຽມສາກົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top