ທູຕານຸທູດ 7 ປະເທດ ຢ້ຽມຢາມ ເມືອງມໍລະດົກໂລກ ຫລວງພະບາງ

23/05/2024 19:25
Email Print 753
ຂປລ ຂປລ. ໃນລະຫວ່າງ ວັນທີ 20-22 ພຶດສະພາ 2024 ນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະທູຕານຸທູດ ຈາກ 7 ປະເທດ ຄື: ບູນກາລີ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ຕວັກກີ, ສສ ຫວຽດນາມ ແລະ ຊຳບີ ເຊິ່ງເປັນສະມາຊິກຄະນະກຳມະ ການມໍຣະດົກໂລກ (World Heritage Committee) ຂອງອົງການ ອຸຍແນັສໂກ ປະຈຳຢູ່ ປາຣີ, ທີ່ເດີນທາງມາຈາກປະເທດຝຣັ່ງ, ບູນກາລີ ແລະ ນະຄອນຫລວງວຽງຈັນ



ຂປລ. ໃນລະຫວ່າງ ວັນທີ
20-22 ພຶດສະພາ 2024 ນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະທູຕານຸທູດ ຈາກ 7 ປະເທດ ຄື: ບູນກາລີ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ຕວັກກີ, ສສ ຫວຽດນາມ ແລະ ຊຳບີ ເຊິ່ງເປັນສະມາຊິກຄະນະກຳມະ ການມໍຣະດົກໂລກ (World Heritage Committee) ຂອງອົງການ ອຸຍແນັສໂກ ປະຈຳຢູ່ ປາຣີ, ທີ່ເດີນທາງມາຈາກປະເທດຝຣັ່ງ, ບູນກາລີ ແລະ ນະຄອນຫລວງວຽງຈັນ ເພື່ອຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫລວງພະບາງ ເມືອງມໍລະດົກໂລກ ແລະ ເຂດໂຄງການກໍ່ສ້າງເຂື່ອນໄຟຟ້າ.



ຈຸດປະສົງ ຂອງການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້
, ເພື່ອແລກປ່ຽນຂໍ້ມູນ ແລະ ບົດຮຽນອັນດີ ຈາກບັນດາປະເທດສະມາຊິກ ຄະນະກຳມະການມໍຣະດົກໂລກ ໃນການຄຸ້ມຄອງສະຖານ ທີ່ມໍລະດົກໂລກຂອງຕົນ ໂດຍສະເພາະການຄຸ້ມຄອງເມືອງ ມໍລະດົກໂລກ ຫລວງພະບາງ ຂອງ ສປປ ລາວ, ທັງເປັນການເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈ ຫລາຍຂຶ້ນກວ່າເກົ່າ ກ່ຽວກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງ ໂຄງການພັດທະນາພື້ນຖານໂຄງລ່າງໃນແຂວງຫລວງພະບາງ ແນໃສ່ຮັດ ແໜ້ນການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກ ອົງການອຸຍແນັສໂກ ທັງໃນຂອບຫລາຍຝ່າຍ ແລະ ສອງຝ່າຍ ໃນອະນາຄົດ.




ໃນວັນທີ
20 ພຶດສະພາ 2024, ຄະນະຜູ້ແທນ ໄດ້ຢ້ຽມຊົມຫໍພິພິທະພັນແຫ່ງຊາດ ຫລວງພະບາງ ແລະ ຕົວເມືອງມໍລະດົກໂລກ ຫລວງພະບາງ. ຈາກນັ້ນ, ໃນວັນທີ 21 ພຶດພະພາ 2024, ຄະນະຜູ້ແທນທັງໝົດ ໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາ ວ່າດ້ວຍ ການຄຸ້ມຄອງເມືອງມໍລະດົກໂລກຫລວງພະບາງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຄຳອິນ ຄິດຈະເດດ ເອກອັກຄະລັດຖະທູດ ແລະ ຫົວໜ້າຫ້ອງການຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການອຸຍແນັສໂກ ທີ່ ນະ ຄອນຫລວງປາຣີ ປະເທດຝຣັ່ງ ໂດຍມີຫົວໜ້າຫ້ອງວ່າການແຂວງ ແລະ  ພະແນກການທີ່ກ່ຽວຂ້ອງພາຍໃນແຂວງຫລວງພະບາງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ເນັ້ນວ່າ: ລັດຖະບານ ແຫ່ງ ສປປ ລາວ ເວລາໃດ ກໍມີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ບູລະນະສະຖານທີ່ທາງປະຫວັດສາດ, ທາງວັດທະນະທຳ ແລະ ທາງທຳມະຊາດ ກໍຄື ຮີດຄອງປະເພນີອັນດີງາມຂອງປະເທດຕົນ ໃຫ້ມີຄວາມຍືນຍົງ ແລະ ຄົງຕົວ ເປັນຊັບສົມບັດຂອງຊາດ, ເປັນມໍລະດົກໃຫ້ແກ່ ລູກຫລານ ກໍຄື ປະຊາຊົນລາວບັນດາເຜົ່າ ແລະ ມວນມະນຸດ. ຕະຫລອດໄລຍະເວລາ 29 ປີ ທີ່ຜ່ານມາ ວຽກງານການຄຸ້ມຄອງ ມໍລະດົກໂລກຫລວງພະບາງ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ, ສະຖານະເມືອງມໍຣະດົກໂລກ ພາຍໃຕ້ສົນທິສັນຍາມໍລະດົກໂລກ ຂອງອົງການອຸຍແນັສໂກ ໄດ້ປະກອບສ່ວນສຳຄັນເປັນຢ່າງຍິ່ງ ໃນການປັບປຸງຊີວີດການເປັນຢູ່ ຂອງປະຊາຊົນ ຫລວງພະບາງ ກໍຄື ການພັດທະ ນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງປະເທດ ນັບມື້ນັບດີຂຶ້ນ ເປັນກ້າວໆມາ.



ໂອກາດດັ່ງກ່າວ
, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ນຳພາຄະນະຜູ້ແທນດັ່ງກ່າວ, ລົງຢ້ຽມຢາມ ເຂື່ອນໄຟຟ້າໄຊຍະບູລີ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າຫລວງພະບາງ ທີ່ກຳລັງຢູ່ໃນຂັ້ນຕອນການກໍ່ສ້າງ. ຕະຫລອດໄລຍະການເຄື່ອນໄຫວໃນຄັ້ງນີ້, ຄະນະຜູ້ແທນຕ່າງໆ ໄດ້ໃຫ້ຄວາມສົນໃຈຫລາຍ ໃນການປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນປະສົບການ ພ້ອມທັງໄດ້ສອບຖາມພາກລັດ ແລະ ຜູ້ພັດທະນາໂຄງການຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຂໍ້ມູນຕ່າງໆ ທີ່ຕິດພັນກັບໂຄງການ ກໍ່ສ້າງເຂື່ອນຫລວງພະບາງ ແລະ ການຄຸ້ມຄອງເມືອງມໍລະດົກໂລກຫລວງພະບາງ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top