ຂປລ
ເກີດເຫດການ ເຮືອບິນ ເອສຄີວ 321 ຂອງສິງກະໂປ ແອລາຍ ເສັ້ນທາງ ລອນດອນ-ສິງກະໂປ ມີການສົ່ງ ສັນຍານ“squawk code 7700” ຕ້ອງເຮັດການປ່ຽນ ເສັ້ນທາງ ສຸກເສີນ ມາລົງສະໜາມບິນ ສຸວັນນະພູມ
ຂປລ.ຕາມຂ່າວຈາກ ເອເອຟພີ, ເມື່ອບໍ່ດົນມານີ້, ເກີດເຫດການ ເຮືອບິນ ເອສຄີວ 321 ຂອງສິງກະໂປ ແອລາຍ ເສັ້ນທາງ ລອນດອນ-ສິງກະໂປ ມີການສົ່ງ ສັນຍານ“squawk code 7700” ຕ້ອງເຮັດການປ່ຽນ ເສັ້ນທາງ ສຸກເສີນ ມາລົງ ສະໜາມບິນ ສຸວັນນະພູມ ຫລັງຈາກ ຕົກຂຸມອາກາດ ແລະ ຕ້ອງລົງຈອດ ສຸກເສີນ ຢູ່ສະໜາມບິນ ແຫ່ງນີ້ ໃນເບື້ອງຕົ້ນ ມີລາຍງານວ່າ ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບອີກ 30ຄົນ ເນື່ອງຈາກ ເກີດຄວາມວຸ້ນວາຍ ຜູ້ໂດຍສານບາງຄົນ ຖືກແຮງສົ່ງ ຈົນຕົວລອຍຂຶ້ນ ຕຳເພດານ ຫ້ອງຜູ້ໂດຍສານ ແລະ ສ້າງຄວາມຕົກໃຈ ຢ່າງຮຸນແຮງ ຈົນເກີດ ການສູນເສຍ ແລະ ບາດເຈັບ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL