ຂປລ
ລັດຖະບານ ອິນເດຍ ໄດ້ອະນຸມັດ ບ້ວງເງິນ ມູນຄ່າ 1.900 ລ້ານໂດລາສະຫະລັດ ເພື່ອຊ່ວຍຈັດຫາ ແຮ່ທາດສຳຄັນຫລາຍຊະນິດ ທີ່ຈຳເປັນ ຕໍ່ພາກສ່ວນ ພະລັງງານສີຂຽວ ແລະ ການປ້ອງກັນ ປະເທດ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ເມືອງ ມູມໄບ ປະເທດອິນເດຍ ເມື່ອບໍ່ດົນມານີ້, ລັດຖະບານ ອິນເດຍ ໄດ້ອະນຸມັດ ບ້ວງເງິນ ມູນຄ່າ 1.900 ລ້ານໂດລາສະຫະລັດ ເພື່ອຊ່ວຍຈັດຫາ ແຮ່ທາດສຳຄັນຫລາຍຊະນິດ ທີ່ຈຳເປັນ ຕໍ່ພາກສ່ວນ ພະລັງງານສີຂຽວ ແລະ ການປ້ອງກັນ ປະເທດ. ຍ້ອນອິນເດຍ ຕ້ອງການວັດຖຸດີບຕ່າງໆ ເຊັ່ນ: ລີທຽມ ແລະ ໂຄບໍລ ເຂົ້າໃນ ຂົງເຂດ ການຜະລິດ ຍານພາຫະນະໄຟຟ້າ (ອີວີ) ແລະ ການບັນລຸເປົ້າໝາຍ ໃນການ ເປັນຜູ້ປ່ອຍ ກາກບອນສຸດທິ ເປັນສູນ ໃນປີ 2070. ແຕ່ລັດຖະບານ ຍັງຕ້ອງເພີ່ງພາການນໍາເຂົ້າ ຈາກສປຈີນ ເປັນຜູ້ຊຸກຍູ້ ລາຍສຳຄັນ.
ຄະນະ ລັດຖະມົນຕີ ຂອງອິນເດຍ ໄດ້ອະນຸມັດ ພາລະກິດ ໃນການເພີ່ມ ຄວາມເຂັ້ມງວດ ໃນການສຳຫລວດ ແຮ່ທາດສຳຄັນ ທັງພາຍໃນ ປະເທດ ແລະ ນອກແຄມຝັ່ງ ເພື່ອແນໃສ່ ສ້າງຄວາມ ຫລາກຫລາຍ ລວມເຖິງ ການສະໜັບ ສະໜູນ ການສຳຫລວດ ແລະ ການຜະລິດໃນທ້ອງຖິ່ນ. ກິດຈະກຳ ດັ່ງກ່າວ ຈະຕ້ອງການ ບ້ວງເງິນ ເພື່ອສຳຫລວດ ແຮ່ທາດສຳຄັນ ແລະ ສົ່ງເສີມການກູ້ຄືນ ແຮ່ທາດດັ່ງກ່າວນີ້ ຈາກ ວັດຖຸເສດເຫລືອ ຈາກການເຮັດບໍ່ແຮ່ ແລະ ກາກແຮ່ . ໃນຂະນະທີ່ ລັດວິສາຫະກິດ ຂອງ ອິນເດຍ ຄາດວ່າ ຈະລົງທຶນ 180.000 ລ້ານຣູປີອິນເດຍ ແລະ ຈະໄດ້ຮັບການ ສະໜັບສະໜູນ ພ້ອມກັບ ພາກເອກະຊົນ ໃນການຊື້ຊັບສິນ ແຮ່ທາດສຳຄັນ ໃນຕ່າງປະເທດ ແລະ ຍົກລະດັບ ການຄ້າ ກັບ ປະເທດ ທີ່ມີ ຊັບພະຍາກອນ ອຸດົມສົມບູນ./
KPL