ຂປລ
ຄໍລຳຜັນຂະຫຍາຍມະຕິວ່າດ້ວຍ “ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່” ໜັງສືພິມປະເທດລາວຫລາຍສະບັບຜ່ານມາ ໄດ້ສະເໜີເນື້ອໃນຫລາຍບັນຫາໃຫ້ທ່ານຜູ້ອ່ານມາແລ້ວ ແລະ ມາສະບັບນ້ີກໍ່ຂໍຍົກເອົາເນື້ອໃນກ່ຽວກັບການ ຈັດຕັ້ງປະຕິບັດມະຕິດັ່ງກ່າວມາສະເໜີຕື່ມ ເຊິ່ງໄດ້ກຳນົດແຈ້ງທີ່ພົວພັນເຖິງຫລາຍໆພາກສ່ວນທີ່ຢູ່ຂັ້ນສູນກາງ, ທ້ອງຖິ່ນ, ຮາກຖານ.
*ຄໍລຳຜັນຂະຫຍາຍມະຕິວ່າດ້ວຍ “ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່” ໜັງສືພິມປະເທດລາວຫລາຍສະບັບຜ່ານມາ ໄດ້ສະເໜີເນື້ອໃນຫລາຍບັນຫາໃຫ້ທ່ານຜູ້ອ່ານມາແລ້ວ ແລະ ມາສະບັບນ້ີກໍ່ຂໍຍົກເອົາເນື້ອໃນກ່ຽວກັບການ ຈັດຕັ້ງປະຕິບັດມະຕິດັ່ງກ່າວມາສະເໜີຕື່ມ ເຊິ່ງໄດ້ກຳນົດແຈ້ງທີ່ພົວພັນເຖິງຫລາຍໆພາກສ່ວນທີ່ຢູ່ຂັ້ນສູນກາງ, ທ້ອງຖິ່ນ, ຮາກຖານ. ຢູ່ໃນມະຕິວ່າດ້ວຍການສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ ໃນໄລຍະໃໝ່ ຂໍ້ 4 (ການ ຈັດຕັ້ງປະຕິບັດ) ໄດ້ກໍານົດແຈ້ງ ໂດຍໃຫ້ຄະນະພັກກະຊວງ, ອົງການ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງຕ້ອງຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນຈິດໃຈມະຕິ ສະບັບນີ້ ແລະ ຍົກສູງຄວາມເປັນ ເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ທັນການ, ຖືກຕ້ອງ ແລະ ມີຜົນສໍາເລັດ; ຄະນະພັກກະຊວງ, ອົງການ, ນະຄອນຫລວງ ວຽງຈັນ ແລະ ບັນດາແຂວງເພີ່ມທະວີການນໍາພາສຶກສາອົບຮົມ, ສ້າງຄວາມເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້ ແລະ ການກະທໍາໃນທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວສັງຄົມໃນ ການປະຕິບັດພັນທະ, ໜ້າທີ່ຂອງແຕ່ລະພາກສ່ວນ.
ຍົກສູງຄວາມຮັບຜິດຊອບຂອງບັນດາຄະນະພັກ: ມອບໃຫ້ຄະນະພັກ ສະພາແຫ່ງຊາດ, ລັດຖະບານ, ກະຊວງ, ອົງການ ແລະ ທ້ອງຖິ່ນ-ຮາກຖານຈັດຕັ້ງປະຕິບັດມາດຕະການດ້ານບໍລິຫານ; ປັບປຸງກົດໝາຍ, ນິຕິກໍາລຸ່ມກົດໝາຍ, ບຸກທະລຸດ້ານລະບອບ, ລະບຽບການ, ກົນໄກບໍລິຫານ-ຄຸ້ມຄອງ ລັດໃຫ້ສອດຄ່ອງ ແລະ ມີປະສິດທິຜົນ; ລຶບລ້າງການເກື້ອກູນທຸກຮູບແບບໃນກົງຈັກກໍ່ຄືໃນລະບອບ, ລະບຽບການຂອງລັດ; ທົບທວນຄືນນະໂຍບາຍທີ່ດິນ, ການສະໜອງໄຟຟ້າ, ນະໂຍບາຍດ້ານແຮງງານ, ກົນໄກ, ສິດທິປະໂຫຍດ, ການປົກປ້ອງ ແລະ ສົ່ງເສີມການຜລິດພາຍໃນໃຫ້ສອດຄ່ອງ ແລະ ສາມາດດຶງດູດການລົງທຶນ, ການພັດທະນາ, ພ້ອມກັນນັ້ນກໍ່ສືບຕໍ່ເສີມຂະຫຍາຍ ແລະ ດໍາເນີນນະໂຍບາຍພິເສດ ຫລື ນະໂຍບາຍສະເພາະດ້ານການເງິນ, ການລົງທຶນ, ການພັດທະນາ....ແຂວງທີ່ມີຄວາມຫຍຸ້ງຍາກ, ເຂດທີ່ໝັ້ນການປະຕິວັດໃນເມື່ອກ່ອນ, ເຂດພູດອຍທຸລະກັນດານຢ່າງມີຈຸດສຸມ.
ແກ້ໄຂຂອດຂັ້ນດ້ານການບໍລິຫານລັດ, ການປັບປຸງພາຍໃນ, ຕີຖອຍຜົນປະໂຫຍດຂອງບຸກຄົນ, ກຸ່ມກ້ອນທີ່ຂັດຂວາງການແກ້ໄຂບັນຫາ ແລະ ຜົນຂອງການກວດກາຢ່າງເຂັ້ມງວດ. ຕິດພັນກັບການແກ້ໄຂຜົນຂອງການກວດສອບຍົກສູງຄວາມສາມາດຄຸ້ມຄອງ- ບໍລິຫານລັດ ແລະ ການແກ້ໄຂ ບັນຫາຂອງຂະແໜງການ ແລະ ທ້ອງຖິ່ນຂັ້ນຕ່າງໆ; ກວດກາ, ຕີລາຄາຄວາມສາມາດຂອງພະນັກງານຢ່າງເປັນປະຈໍາ ໂດຍສະເພາະແມ່ນຜູ້ທີ່ເປັນຫົວໜ້າແຕ່ລະຂັ້ນ; ເອົາໃຈໃສ່ສື່ສານ, ໂຄສະນາປຸກລະດົມໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ຄວາມເປັນເຈົ້າໃນ ການປະຕິບັດພັນທະ, ໜ້າທີ່ຂອງພົນລະເມືອງລາວຢ່າງຄົບຖ້ວນ; ສະກັດກັ້ນ, ປ້ອງກັນການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ, ການຄ້າຂາຍເຖື່ອນ, ຫລົບຫລີກພາສີ-ອາກອນ, ການຟູມເຟືອຍຕ່າງໆ.
ມອບໃຫ້ຄະນະພັກຄະນະຈັດ ຕັ້ງສູນກາງພັກ, ກະຊວງພາຍໃນ, ກະຊວງການເງິນ, ກະຊວງເຕັກໂນໂລຊີ ແລະ ການສ່ືສານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບັນດາກະຊວງ ເສດຖະກິດຈັດຕັ້ງປະຕິບັດມາດຕະການການຄຸ້ມຄອງມະຫາພາກປັບປຸງກົນໄກ, ການແບ່ງສິດ, ການແບ່ງຂັ້ນຄຸ້ມຄອງດ້ານເສດຖະກິດ, ການເງິນລະຫວ່າງສູນກາງກັບທ້ອງຖິ່ນ, ຮາກຖານໃຫ້ເປັນລະບົບເພື່ອເສີມຂະຫຍາຍທ່າແຮງ, ຄວາມສາມາດຂອງແຕ່ລະພາກສ່ວນໃຫ້ສຸດຂີດ ແລະ ມີປະສິດທິຜົນ; ເສີມຂະຫຍາຍຄວາມຮັບຜິດຊອບ, ລັກສະນະເປັນເຈົ້າການ, ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ເພ່ືອຜົນປະໂຫຍດລວມ; ກວດກາຄືນ ແລະ ມີມາດຕະການເດັດຂາດຕໍ່ກັບການຍົກເວັ້ນພາສີ-ອາກອນທີ່ລັດເສຍຜົນປະໂຫຍດກໍ່ຄືກັບພາກ ສ່ວນທ່ີບ່ໍໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ບໍ່ມີສັນຍາຍົກເວັ້ນພາສີກັບລັດຖະບານ ໂດຍສະເພາະແມ່ນໂຄງການ, ກິດຈະການຂອງຄົນຕ່າງປະເທດ.
ປັບປຸງອົງການເກັບລາຍຮັບ ໃຫ້ຫັນໄປສູ່ທັນສະໄໝ, ກະທັດຮັດ, ມີປະສິດທິຜົນຢ່າງຈິງຈັງ ເພື່ອຄຸ້ມຄອງພາສີ-ອາກອນ, ຄ່າທໍານຽມຢ່າງເອກະພາບ, ໂປ່ງໃສ, ເປັນມືອາຊີບ; ຍູ້ແຮງການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຫລຸດຂອດຂັ້ນ ແລະ ຄ່າໃຊ້ຈ່າຍ ຂອງປະຊາຊົນ ແລະ ຜູ້ປະກອບການ; ສັບຊ້ອນ-ຫລຸດຜ່ອນກົງຈັກ, ໂຄງສ້າງພະນັກງານ-ລັດ ຖະກອນຄືນໃໝ່, ຫລຸດຜ່ອນຕໍາແໜ່ງງານ, ການຫັນໄປສູ່ກຸ້ມຕົນເອງດ້ານງົບປະມານ-ການເງິນ ຂອງບາງຂະແໜງການທີ່ມີຄວາມສາມາດຕື່ມຕິດພັນກັບການປະຕິຮູບລະບອບເງິນເດືອນ ແລະ ນະໂຍບາຍຕ່າງໆ.
ມອບໃຫ້ຄະນະພັກ ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ເປັນໃຈກາງປະສານສົມທົບກັບຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນກ່ຽວຂ້ອງເອົາໃຈໃສ່ ປະຕິບັດນະໂຍບາຍປະຢັດ, ຕ້ານການຟູມເຟືອຍງົບປະມານແຫ່ງລັດ ເພື່ອຮັບປະກັນແຫລ່ງທຶນເພີ່ມເຕີມ ໃຫ້ແກ່ທຶນລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດໄປຕາມທິດ ຫລຸດຜ່ອນລາຍຈ່າຍບໍລິຫານ ເພ່ີມການລົງທຶນໃສ່ການພັດທະນາທ່ີມີຜົນປະໂຫຍດດ້ານເສດຖະກິດ- ສັງຄົມ, ສຸມໃສ່ບັນດາໂຄງການທີຊຸກຊູ້ການຈະເລີນເຕີບໂຕ ແລະ ຍືນຍົງ; ເດັດຂາດບໍ່ໃຫ້ນຳໃຊ້ທຶນກູ້ຢືມ ເຂ້ົາໃນໂຄງການທ່ີມີປະສິດທິຜົນດ້ານເສດຖະກິດ-ສັງຄົມ ຕໍ່າ ຫລື ບໍ່ຈະແຈ້ງ, ຮັບປະກັນຄວາມປອດໄພໜີ້ສາທາລະນະ.
ຈັດສັນແຫລ່ງງົບປະມານ ເພື່ອຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ, ເພີ່ມເຂົ້າໃສ່ຄັງສຳຮອງເງິນຕາຕ່າງປະເທດ ແລະ ຄັງແຮ່ສະສົມ ແຫ່ງຊາດໃຫ້ຫລາຍຂຶ້ນ. ເພີ່ມທະວີການກວດກາ ແລະ ຕິດຕາມການນໍາໃຊ້ທຶນກູ້ຢືມ ເພື່ອມາປ່ອຍໃຫ້ກູ້ຢືມຕໍ່, ຈໍາກັດທີ່ສຸດການຄໍ້າປະກັນຂອງ ລັດຖະບານ ສໍາລັບເງິນກູ້ຢືມໃໝ ພ້ອມທັງກວດກາ ແລະ ແກ້ໄຂຄືນອັດຕາດອກເບ້ຍທີ່ມີການປ່ຽນ ແປງ ເຊິ່ງລັດແບກຫາບກັບເຈົ້າໜີ້ຜູ້ດຽວ; ກະຊວງການເງິນ ເປັນເຈົ້າ ການຄົ້ນຄວ້າກົນໄກການຊໍາລະໜີ້ສິນ ໂຄງການລົງທຶນຂອງລັດ.
ມອບໃຫ້ຄະນະພັກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກໍາ- ການຄ້າ, ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເປັນໃຈກາງປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ, ເອົາໃຈໃສ່ຍູ້ແຮງ ການປະຕິບັດບັນດາໂຄງການ ທີ່ຊຸກຍູ້ການຈະເລີນເຕີບໂຕດ້ານເສດຖະກິດ ໂດຍຫັນຫຸ້ນຈໍານວນໜຶ່ງຂອງລັດ ເພ່ືອຮ່ວມທຶນ ແລະ ບໍລິຫານທຶນຮ່ວມກັບນັກລົງທຶນຕ່າງປະເທດ ຫລື ວິສາຫະກິດຕ່າງປະເທດ ເພື່ອເພີ່ມມູນຄ່າທຶນໃຫ້ສູງຂຶ້ນ ແລະ ຮັບປະກັນປະສິດທິຜົນ.
ປັບປຸງການພັດທະນາ, ປະຕິຮູບເສດຖະກິດ ໂດຍຫັນເປັນຫລາຍຮູບຫລາຍແບບ ບັນດາຂະແໜງການຜະລິດ ແລະ ປຸງແຕ່ງ; ຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍກໍາລັງແຮງຂອງບັນດາ ພາກສ່ວນເສດຖະກິດ, ປະຕິຮູບລັດວິສາຫະກິດໃຫ້ເຂັ້ມແຂງ, ເປັນກົນໄກ-ເຄື່ອງມືສໍາຄັນ ໃຫ້ແກ່ການດໍາເນີນການຜະລິດ- ທຸລະກິດ ແລະ ສາມາດກາຍເປັນ ເຈົ້າພາທາງໃນລະບົບເສດຖະກິດ ແຫ່ງຊາດ; ທົບທວນຄືນ ແລະ ວາງ ແຜນນະໂຍບາຍ, ຍຸດທະສາດ ເພື່ອຂຸດຄົ້ນ, ຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີປະສິດທິຜົນສູງສຸດ ແລະ ຍືນຍົງ, ເດັດດ່ຽວລຶບລ້າງບັນດາໂຄງການທີ່ບໍ່ມີປະ ສິດທິຜົນທາງເສດຖະກິດ ແລະ ເປັນຜົນຮ້າຍຕໍ່ສະພາບແວດລ້ອມ, ແຕ່ ລະຂະແໜງການຕ້ອງເປັນເຈົ້າ ການໃນການໃຊ້ເງິນກູ້ຢືມ ODA ຢ່າງມີປະສິດທິຜົນ.
ມອບໃຫ້ຄະນະພັກກະຊວງອຸດ ສາຫະກໍາ-ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄະນະປະຕິຮູບ ລັດວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອຖິ່ນ ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການ ເພື່ອສ້າງຄວາມເຂັ້ມແຂງ, ຍົກສູງຍົກສູງຄວາມສາມາດຂອງການຜະລິດພາຍໃນ, ພັດທະນາຄວາມເຂັ້ມແຂງຂອງວິສາຫະກິດພາຍໃນ; ແກ້ໄຂບັນຫາຢ່າງເປັນລະບົບມາດຕະຖານ, ນະໂຍບາຍກ່ຽວກັບເສັ້ນທາງ, ການຄົມມະນາຄົມເພື່ອຮັບປະກັນໃຫ້ແກ່ການຈໍລະຈອນ, ຂົນສົ່ງສິນຄ້າໃນຂອບເຂດທົ່ວປະເທດ
ຄຸ້ມຄອງ ແລະ ສ້າງເງື່ອນໄຂ ໃຫ້ແກ່ການຫລຸດຜ່ອນຕົ້ນທຶນ, ຍົກສູງສະມັດຕະພາບການຜະລິດ ແລະ ສິນຄ້າໃຫ້ໄດ້ມາດຕະຖານ; ສ້າງຍີ່ຫໍ້ສິນຄ້າໃຫ້ຫລາກຫລາຍ ໂດຍເສີມຂະຫຍາຍທ່າແຮງຂອງຊາດ,ຂອງທ້ອງຖິ່ນ; ໂຄສະນາ, ສ້າງຄ່ານິຍົມ, ຊຸກຍູ້ສົ່ງເສີມການຊົມໃຊ້ສິນຄ້າພາຍໃນໃຫ້ແຂງແຮງ; ຄຸ້ມຄອງລາຄາສິນຄ້າທີ່ກະທົບໄວ (ນໍ້າມັນເຊື້ອໄຟ, ສະບຽງອາຫານ) ໂດຍດຸ່ນດ່ຽງຈາກເຂດເຫລືອໄປສູ່ເຂດທີ່ມີຄວາມຫຍຸ້ງຍາກ, ຂາດເຂີນ-ບໍ່ພຽງພໍ, ພ້ອມນັ້ນ ກໍ່ຮີບຮ້ອນສ້າງຍຸດທະສາດກວມລວມ ແລະ ກໍານົດມາດຕະການສະ ເພາະຕໍ່ສິນຄ້າຍຸດທະສາດເຊັ່ນ: ເຂົ້າກິນ, ນໍ້າມັນເຊື້ອໄຟ, ໄຟຟ້າ, ເງິນຕາ, ວັດຖຸມີຄ່າ ເພ່ືອຄໍ້າປະກັນຄວາມໝັ້ນຄົງຂອງຊາດ, ໃນນີ້ຮີບຮ້ອນປະຕິຮູບລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດນໍ້າມັນເຊື້ອໄຟລາວໃຫ້ສໍາເລັດໄວ ເພື່ອກ້າວໄປສູ່ ການປະຕິຮູບລັດວິສາຫະກິດອ່ືນໆ ໄປຕາມໆກັນຢ່າງຕໍ່ເນື່ອງ.ດັດສົມ, ຄຸ້ມຄອງ ແລະ ມີຄວາມ ເຂັ້ມງວດຕໍ່ວິສາຫະກິດນໍາເຂົ້າ- ສົ່ງອອກ, ອັດຊ່ອງຫວ່າງການຫລົບ ຫລີກພັນທະດ້ານພາສີ-ອາກອນ, ການຊຳລະສະສາງໃນລະບົບທະນາຄານ, ແກ້ໄຂຂາເຂົ້າຜະ ລິດຕະພັນທີ່ພາຍໃນສາມາດຜະລິດໄດ້, ວັດຖຸອັນຕະລາຍຕໍ່ຊີວິດ-ສຸຂະພາບ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ; ສືບຕໍ່ປັບປຸງຄວາມເຂັ້ມແຂງດ້ານການພົວພັນເສດຖະກິດ-ການຄ້າ ກັບ ຕ່າງປະເທດ, ຫລຸດຜ່ອນຈໍານວນ ບໍລິສັດ ເຮັດແຕ່ການນໍາເຂົ້າຫັນມາ ລົງທຶນ ຫລື ເກັບຊື້ຜະລິດຕະພັນ ພາຍໃນເພື່ອສົ່ງອອກໄປບັນດາປະເທດທີ່ມີສັນຍາ ແລະ ໃຫ້ສິດທິພິເສດດ້ານພາສີແກ່ ສປປ ລາວ; ຄົ້ນຄວ້າ, ກໍານົດອອກນະໂຍບາຍພິເສດຕໍ່ພືດ-ສັດແລະການສົ່ງເສີມການຜະລິດຕໍ່ສິນຄ້າດັ່ງກ່າວ ຢູ່ເຂດເສດຖະກິດ, ເຂດຊົນນະບົດ-ຫ່າງໄກສອກຫລີກ ເພື່ອດຶງດູດການລົງທຶນ ແລະ ສ້າງໃຫ້ມີສິນຄ້າປາຍແຫລມ.
ເພີ່ມທະວີການສະໜອງ ຊ່ວຍເຫລືອດ້ານເຕັກນິກ-ວິຊາການໃຫ້ປະຊາຊົນ ແລະ ຜູ້ປະກອບການ ເພື່ອຍົກສະມັດຕະພາບ ແລະ ຄຸນນະພາບຜົນຜະລິດກະສິກໍາ-ປ່າໄມ້ ຕອບສະໜອງຄວາມຕ້ອງການ ຂອງຕະ ຫລາດ ແລະ ສາມາດແຂ່ງຂັນໄດ້; ກໍານົດຄືນໃໝ່ນະໂຍບາຍຊຸກຍູ້ສົ່ງເສີມດ້ານກະສິກໍາ, ແກ້ໄຂຊ່ອງຫວ່າງ, ການສວຍໂອກາດ, ການກົດໜີບກ່ຽວກັບການສະໜອງນ້ຳ, ໄຟຟ້າກໍ່ຄືປັດໄຈການຜະລິດອື່ນໆ... ຮັບໃຊ້ການຜະລິດກະສິກໍາຢ່າງສົມເຫດສົມຜົນ.ມອບໃຫ້ອົງຄະນະພັກ ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງເຕັກໂນໂລຊີ ແລະ ການສື່ສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນດໍາເນີນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ກັບຕ່າງປະເທດ; ຊຸກຍູ້ ແລະ ເລັ່ງ ລັດການລົງທຶນກໍ່ສ້າງເສັ້ນທາງດ່ວນ ວັງວຽງ-ບໍ່ເຕັນ, ວຽງຈັນ-ຮ່າໂນ້ຍ, ວຽງຈັນ-ປາກເຊ, ປາກເຊ-ດ່ານໜອງນົກຂຽນ (ຊາຍແດນລາວ-ກໍາປູເຈຍ) ແລະ ປາກເຊ- ດ່ານພູເກື້ອ (ຊາຍແດນລາວ-ຫວຽດນາມ); ແກ້ໄຂຂໍ້ຄົງຄ້າງ ດ້ານກົນໄກ ແລະ ນະໂຍບຊຸກຍູ້ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ແລະ ຮ່ວມມືຂຸດຄົ້ນນໍາໃຊ້ທ່າເຮືອຫວຸ້ງ ອາງຢ່າງມີປະສິດທິຜົນ; ໂຄງການຮ່ວມມືຂຸດຄົ້ນຖ່ານຫີນເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກ, ໂຄງການ ຮ່ວມມືກໍ່ສ້າງໂຮງງານໄຟຟ້າຖ່ານຫີນ ເພື່ອຂາຍໄຟຟ້າໃຫ້ກໍາປູເຈຍ, ຫວຽດນາມ ນັບທັງສົມທົບປະເທດ ກ່ຽວຂ້ອງຄົ້ນຄວ້າສ້າງສາຍສົ່ງ ເພື່ອສົ່ງໄຟຟ້າຂາຍໃຫ້ມາເລເຊຍ ແລະ ສິງກະໂປ.
ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນທຸລະກິດ ຢ່າງ ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ, ສົ່ງເສີມການແຂ່ງຂັນ, ການລົງທຶນ FDI ດ້ວຍມາດຕະການບູ ລິມະສິດທີ່ແຂງແຮງ. ສືບຕໍ່ດຶງດູດເອົາການລົງທຶນຢ່າງມີຈຸດສຸມ ເພື່ອສ້າງໃຫ້ເກີດມີຖານການຜະລິດ, ການປຸງແຕ່ງ ໂດຍສະເພາະແມ່ນໂຄງການຜະລິດ ເພື່ອການສົ່ງອອກໃນຂະແໜງການທີ່ມີທ່າແຮງ. ມອບໃຫ້ຄະນະພັກກະຊວງສຶກ ສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ແນວລາວ ສ້າງຊາດ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ດໍາເນີນມາດຕະການແກ້ໄຂບັນຫາ ແລະ ຍົກລະດັບການພັດທະນາຊັບພະຍາກອນມະນຸດ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານວັດທະນະທໍາ-ສັງຄົມ ເປັນຕົ້ນການ ປະລະການຮຽນ-ການສອນ, ບັນຫາຂາດແຄນແຮງງານ ແລະ ຍົກລະດັບສີມືແຮງງານ, ການຄ້າມະນຸດ, ໄພສັງຄົມອື່ນໆ.
ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ອົງການຈັດຕັ້ງມະຫາຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາ ບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາເພີ່ມທະວີການໂຄສະນາ, ສຶກສາອົບຮົມ, ການນໍາເຂົ້າໃນ ຫລັກສູດການຮຽນ-ການສອນ, ປຸກລະດົມຂະບວນການປູກຈິດສໍານຶກກ່ຽວກັບການສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງສູ່ລວງເລິກ. ພ້ອມກັນນັ້ນ ກໍ່ໂຄສະນາຜະລິດຕະພັນພາຍໃນຊາດ ໃນທຸກພາຫະນະສື່ມວນຊົນໃຫ້ແຂງແຮງ ແລະ ກວ້າງຂວາງ.
ມອບໃຫ້ຄະນະພັກສະພາແຫ່ງຊາດຕິດຕາມ, ກວດກາ ແລະ ຊຸກຍູ້ລັດຖະບານ ໃນການຜັນຂະຫຍາຍມະຕິສະບັບນີ້ ໃຫ້ເປັນນິຕິກໍາອັນລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ເຂົ້າສູ່ຕົວຈິງຢ່າງມີປະສິດທິຜົນສູງ. ມອບໃຫ້ຫ້ອງວ່າການສູນກາງພັກ ສົມທົບກັບບັນດາອົງການເສນາທິການ ໃຫ້ແກ່ສູນກາງພັກຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດມະຕິສະບັບນີ້ເພື່ອລາຍງານຕໍ່ກົມການເມືອງສູນກາງພັກໃຫ້ທິດຊີ້ນໍາເປັນປົກກະຕິໃນແຕ່ລະໄລຍະ.
ໂດຍ: ຢ່າຕົ່ງ
KPL